
ຄະນະນໍາວິທະຍາຄານການແພດກອງທັບ ອວຍພອນ ຄະນະນໍາກົມໃຫຍ່ການເມືອງກອງທັບ
ເວລາອອກຂ່າວ: 2025-01-23 14:28:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 451 | ຄວາມນິຍົມ:
ວັນທີ 21 ມັງກອນ 2025 ນີ້, ສະຫາຍ ພົນຈັດຕະວາ ດຣ ສຸລິວົງ ລັດວິໄລ ຫົວໜ້າການເມືອງ ວິທະຍາຄານການແພດກອງທັບ ພ້ອມຄະນະ, ໄດ້ນໍາເອົາກະຕ່າດອກໄມ້ ແລະ ກະຕ່າຂວັນເຂົ້າອວຍພອນ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 76 ປີ.
ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງຍິ່ງທີ່ຄະນະນໍາວິທະຍາຄານການແພດກອງທັບ ໄດ້ນໍາເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂວັນມາອວຍພອນ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ພ້ອມທັງກ່າວອວຍພອນໄຊອັນປະເສີດມາຍັງສະຫາຍ ພົນຈັດຕະວາ ດຣ ສຸລິວົງ ລັດວິໄລ ພ້ອມຄະນະ ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບຸນ, ມີຄວາມຈະເລີນກ້າວໜ້າໃນໜ້າທີ່ວຽກງານວິຊາສະເພາະຂອງຕົນ ແລະ ພ້ອມກັນເຮັດສໍາເລັດທຸກໆໜ້າທີ່ວຽກງານຕາມການຈັດຕັ້ງ ພັກ-ລັດ ມອບໝາຍໃຫ້ຢ່າງຈົບງາມ.
ໂດຍ: ວົງໄຊ ຄຳຫຼ້າ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ