
ການນຳເມືອງຫົງສາ ອວຍພອນ ທະຫານໝວດ III ກອງຮ້ອຍ 2 ກອງພັນ 410
ເວລາອອກຂ່າວ: 2025-01-23 14:35:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 393 | ຄວາມນິຍົມ:
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ (20 ມັງກອນ 1949-20 ມັງກອນ 2025), ການນໍາເມືອງຫົງສາ ແຂວງໄຊຍະບູລີ ນໍາໂດຍສະຫາຍ ພອນສະຫວັນ ໄຊສົມພັນ ເຈົ້າເມືອງໆຫົງສາ ພ້ອມດ້ວຍບັນດາຫ້ອງການອ້ອມຂ້າງເມືອງ ໄດ້ນຳເອົາຂອງຂວັນ ວັດຖຸປັດໃຈຈຳນວນໜຶ່ງ ເຂົ້າອວຍພອນ ທະຫານໝວດ III ກອງຮ້ອຍ 2 ກອງພັນ 410 ຢູ່ປ້ອມພູສຳພັນ, ໃນວັນທີ 22 ມັງກອນ 2025 ນີ້, ໂດຍການຕ້ອນຮັບຂອງ ສະຫາຍ ພັນໂທ ໄມ່ໄຊ ແກ້ວແກ່ນຈັນ ຫົວໜ້າການເມືອງ ກອງພັນ 410, ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານຢູ່ປ້ອມດັ່ງກ່າວເຂົ້າຮ່ວມ.
ສະຫາຍ ພອນສະຫວັນ ໄຊສົມພັນ ໄດ້ຕາງໜ້າອົງການປົກຄອງເມືອງ ສະແດງຄວາມຮູ້ບຸນຄຸນ ແລະ ຍ້ອງຍໍຊົມເຊີຍຕໍ່ບັນດານາຍ ແລະ ພົນທະຫານ ທີ່ໄດ້ພ້ອມກັນສຸມທຸກກຳລັງ ແລະ ເປັນຈິດໜຶ່ງໃຈດຽວ ໃນການປະກອບສ່ວນເຮັດຫຼ້ອນໜ້າທີ່ວຽກງານ ທີ່ການຈັດຕັ້ງມອບໝາຍໃຫ້ ເຮັດໃຫ້ເມືອງຫົງສາ ເວົ້າລວມ, ເວົ້າສະເພາະກໍ່ຄືຂອບເຂດຊາຍແດນຂອງເມືອງມີຄວາມສະຫງົບ ແລະ ມີສະຖຽນລະພາບທາງດ້ານການເມືອງ ເອຶື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງເມືອງຂະຫຍາຍຕົວຕໍ່ເນື່ອງ ອໍານວຍຄວາມສະດວກ ປະຊາຊົນໄດ້ທໍາມາຫາກິນ ແລະ ພັດທະນາຊິວິດການເປັນຢູ່ຂອງເຂົາເຈົ້ານັບມື້ຈະເລີນຮຸ່ງເຮືອງ ແລະ ໝັ້ນຄົງ.
ຂ່າວ - ພາບ: ຖວທ ຫົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ