ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ກຸມພາ 2025

  

ກອງປະຊຸມ ຜູ້ແທນສະຫະພັນແມ່ຍິງ ຄັ້ງທີ I ທະຫານອາກາດ
ເວລາອອກຂ່າວ: 2025-01-23 15:04:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 599 | ຄວາມນິຍົມ:



ກອງປະຊຸມ ຜູ້ແທນສະຫະພັນແມ່ຍິງ ຄັ້ງທີ I ຂອງກອງບັນຊາການທະຫານອາກາດ ໄດ້ໄຂຂຶ້ນ ແລະ ອັດລົງ ໃນວັນທີ 23 ມັງກອນ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ມີສະຫາຍ ພັນເອກ ສິງພອນ ແກ້ວຈໍາປາ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານອາກາດ, ມີຄະນະຫ້ອງ, ຄະນະພັກກອງພັນໃຫຍ່, ກອງພັນ, ຫົວໜ້າພະແນກຊາວໜຸ່ມ-ແມ່ຍິງ, ຂະແໜງແມ່ຍິງ, ໜ່ວຍ, ແລະ ແຂກຖືກເຊີນພ້ອມດ້ວຍສະມາຊິກແມ່ຍິງ ເຂົ້າຮ່ວມ. ສະຫາຍ ພັນໂທ ນາງ ສີສຸພອນ ບຸນມີໄຊ ຮອງຫົວໜ້າພະແນກສະຫະພັນແມ່ຍິງ ຫ້ອງການເມືອງ ກອງບັນຊາການທະຫານອາກາດ ໄດ້ຜ່ານຮ່າງບົດລາຍງານການເມືອງທັງສອງພາກ ເຊິ່ງໄດ້ຍົກໃຫ້ເຫັນຜົນງານໃນໄລຍະ 5 ປີຜ່ານມາ. ໃນນີ້, ແມ່ນຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ແມ່ຍິງແຕ່ລະຂັ້ນໄດ້ເປີດກວ້າງຮັບຮູ້, ເຂົ້າໃຈເຖິງແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ກົດລະບຽບຂອງກອງທັບ ແລະ ສຶກສາຮຽນຮູ້ຄຸນສົມບັດສິນທໍາປະຕິວັດ, ຄຸນທາດການເມືອງ, ມີຄວາມສາມັກຄີພາຍໃນ-ພາຍນອກແໜ້ນແຟ້ນ. ໃນ 5 ປີຜ່ານມາ ກົງຈັກການຈັດຕັ້ງຂອງໜ່ວຍສະຫະພັນແມ່ຍິງ ໄດ້ຂະຫຍາຍຕົວເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ ທັງເປັນການເສີ່ມຂະຫຍາຍບົດບາດການນໍາພາ-ຊີ້ນຳຂອງແມ່ຍິງສູງຂຶ້ນ. ໃນນີ້, ແມ່ນສຸມໃສກໍ່ສ້າງພະນັກງານເພດຍິງໄປຍົກລະດັບວິຊາສະເພາະ ເຊື້ອໄຟຊັ້ນຕົ້ນ 2 ສະຫາຍ, ການແພດຊັ້ນຕົ້ນ 1 ສະຫາຍ, ອຸປະໂພກ-ບໍລິກໂພກ 5 ສະຫາຍ, ສື່ສານ 1 ສະຫາຍ, ວຽກງານເສນາທິການ 2 ສະຫາຍ, ໄດ້ຮັບນະໂຍບາຍ-ຍ້ອງຍໍຫຼາຍປະເພດເຊັ່ນ: ຫຼຽນໄຊພິລະອາດຫານ ຊັ້ນ II ມີ 1 ສະຫາຍ, ຫຼຽນໄຊພິລະອາດຫານ ຊັ້ນ III ມີ 17 ສະຫາຍ, ໃບກຽດຕິຄຸນ 1 ສະຫາຍ, ໃບຍ້ອງກະຊວງປ້ອງກັນປະເທດ 10 ສະຫາຍ, ໃບຍ້ອງຍໍກົມໃຫຍ່ການເມືອງ 10 ສະຫາຍ ແລະ ໃບຍ້ອງຍໍຈາກກອງບັນຊາການ 11 ສະຫາຍ, ໃບຊົມເຊີຍຫ້ອງການເມືອງ 34 ສະຫາຍ ແລະ ໄດ້ຮັບການເລື່ອນຊັ້ນ 36 ສະຫາຍ. ນອກນັ້ນ, ສະຫະພັນແມ່ຍິງໄດ້ປະຕິບັດຂໍ້ແຂ່ງຂັນ 3 ດີຈາກສູນກາງສະຫະພັນແມ່ຍິງລາວເປັນຄາດໝາຍສູ້ຊົນການພັດທະນາ ປັບປຸງລະບຽບແບບແຜນ ວິທີເຮັດວຽກໃນບັ້ນດໍາເນີນຊິວີດການເມືອງ ໃນຂັ້ນຂອງຕົນມີຜົນສໍາເລັດ. ໃນນີ້, ສາມາດຄັດເລືອກໄດ້ພົນລະເມືອງດີ 315 ສະຫາຍ, ພັດທະນາດີ 315 ສະຫາຍ ແລະ ສ້າງຄອບຄົວດີ 275 ສະຫາຍ, ບຸກຄົນດີປະເພດ I ມີ 275 ສະຫາຍ, ປະເພດ II ມີ 42 ສະຫາຍ ແລະ ໜ່ວຍ 3 ດີ ມີ 19 ໜ່ວຍ. ໃນໄລຍະຜ່ານມາແມ່ຍິງໄດ້ພັດທະທະນາຊີວິດການເປັນຢູ່ເພື່ອແກ້ໄຂຄວາມທຸກຍາກ ໃຫ້ແກ່ແມ່ຍິງ ແລະ ຄອບຄົບ ໂດຍອີງໃສ່ຄວາມສາມາດໃນການປະຕິບັດ 4 ປູກ 4 ລ້ຽງ ຂອງກົມໃຫຍ່ພະລາທິການວາງອອກ ເປັນຕົ້ນແມ່ນເພີ່ມພູນຜະລິດຜົນ ປູກຝັງ-ລ້ຽງສັດ, ຕໍ່າຫູກທໍ່ໄໝ, ຫັດຖະກໍາຕ່າງໆ ສາມາດສ້າງລາຍຮັບໃຫ້ແມ່ຍິງ ແລະ ສາມາດສ້າງກອງທຶນກຸ່ມເງິນທ້ອນ ສະຫະພັນແມ່ຍິງກອງບັນຊາການມີເງິນທ້ອນ 884.527.000 ກີບ, ຂະແໜງແມ່ຍິງກອງພັນໃຫຍ່ 703 ມີເງິນທ້ອນ 2.638.557.000 ກີບ ແລະ ຂະແໜງແມ່ຍິງກອງພັນໃຫຍ່ 702 ມີເງິນທ້ອນ 245.134.000 ກີບ. ສະຫາຍ ປະທານ ໄດ້ກ່າວສະແດງຍ້ອງຍໍຊົມຕໍ່ຜົນງານຫຼາຍດ້ານທີ່ສໍາເລັດ ແລະ ພ້ອມທັງຮຽກຮ້ອງໃຫ້ສະຫະພັນແມ່ຍິງທະຫານອາກາດ ຈົ່ງສືບຕໍ່ປະຕິບັດຂໍ້ແຂ່ງຂັນຂອງສູນກາງສະຫະພັນແມ່ຍິງລາວ ຕາມຄໍາຂວັນ 3 ດີ, ແຜນພັດທະນາແມ່ຍິງ 10 ແຜນງານ 65 ໂຄງການ ແລະ ແຜນພັດທະນາ 10 ແຜນງານ 54 ໂຄງການ ຂອງແມ່ຍິງກອງທັບວາງອອກໃຫ້ມີຜົນສໍາເລັດໃນການພັດທະນາກົມກອງ. ໂດຍ: ກທອ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ