
ປະກາດແຕ່ງຕັ້ງໜ້າທີ່ ຂັ້ນພະແນກການ ແລະ ເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ ຢູ່ວຕກ
ເວລາອອກຂ່າວ: 2025-01-24 10:23:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 453 | ຄວາມນິຍົມ:
ວັນທີ 22 ມັງກອນ 2025 ນີ້, ໄດ້ມີພິທີປະກາດການຈັດຕັ້ງໜ້າທີ່ ຂັ້ນພະແນກການ, ສາຂາວິຊາ ແລະ ເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ພະນັກງານ ຢູ່ ວິທະຍາຄານເຕັກນິກການທະຫານ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ຫົວໜ້າການເມືອງ ວິທະຍາຄານເຕັກນິກການທະຫານ, ມີ ຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ, ຄະນະວິຊາ, ພະແນກການທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກງານທີ່ໄດ້ຮັບໜ້າທີ່ ແລະ ຮັບຊັ້ນໃໝ່ ເຂົ້າຮ່ວມ.
ສະຫາຍ ພັນໂທ ແສງພະຈັນ ຄຸດຕະວົງ ຮອງຫົວໜ້າຫ້ອງການເມືອງ ວິທະຍາຄານເຕັກນິການທະຫານ ໄດ້ຜ່ານຂໍ້ຕົກລົງກົມໃຫ່ຍການເມືອງກອງທັບ ວ່າດ້ວຍການແຕ່ຕັ້ງຂັ້ນພະແນກການ ແລະ ຂັ້ນສາຂາວິຊາ. ກົມໃຫຍ່ການເມືອງກອງທັບ ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ນາງ ອຳພອນ ທີບພະສອນ ເປັນຫົວໜ້າພະແນກ ສະຫະພັນແມ່ຍິງ, ສະຫາຍ ພັນຕີ ຈູມມະລີ ເພັງວິໄລສຸກ ເປັນຫົວໜ້າພະແນກໂຄສະນາອົບຮົມ, ສະຫາຍ ພັນຕີ ເກດແກ້ວ ດວງພະຈັນ ເປັນຫົວໜ້າພະແນກແຜນການສັງລວມ, ສະຫາຍ ພັນຕີ ວັນໄຊ ຂຸນທຽນ ເປັນຫົວໜ້າພະແນກ ຈັດຕັ້ງພັກ, ສະຫາຍ ພັນຕີ ນາງ ໄອພອນ ຫຼ້າວົງສາ ເປັນຮອງຫົວໜ້າພະແນກສະຫະພັນແມ່ຍິງ, ສະຫາຍ ພັນຕີ ນາງດວງຈັນ ກວນວິໄຊ ເປັນຮອງຫົວໜ້າພະແນກໂຄສະນາອົບຮົມ, ສະຫາຍ ພັນຕີ ນາງ ບົວວັນ ຈະເລີນສຸກ ເປັນຮອງຫົວໜ້າພະແນກແຜນການສັງລວມ, ສະຫາຍ ພັນຕີ ວັນແສງ ວົງສະຫວັນ ເປັນຮອງຫົວໜ້າພະແນກກຳລັງພົນ, ສະຫາຍ ຮ້ອຍເອກ ໄຊລະສິນ ວິລັດດາວົງ ເປັນຮອງຫົວໜ້າພະແນກຈັດຕັ້ງພັກ, ສະຫາຍ ພັນໂທ ບຸນກອງ ວັນດວງແກ້ວ ເປັນຫົວໜ້າສາຂາວິຊາທິດສະດີມາກ-ເລນິນ, ສະຫາຍ ພັນຕີ ຄຳພອນ ບຸດສະດີ ເປັນຫົວໜ້າສາຂາວິຊາຄອມພິວເຕີ, ສະຫາຍ ພັນຕີ ທອງພັນ ຫຼວງໄພບູນ ເປັນຫົວໜ້າສາຂາວິຊາຟີຊິກສາດ, ສະຫາຍ ຮ້ອຍເອກ ພຸດທິສິນ ສົມມະນີ ເປັນຫົວໜ້າສາຂາວິຊາເຄມີສາດ, ສະຫາຍ ພັນຕີ ອາມອນ ພຸດສະດີ ເປັນຫົວໜ້າສາຂາວິຊາກະສຸນ, ສະຫາຍ ພັນຕີ ບີແບັກ ມະນີ ເປັນຮອງຫົວໜ້າສາຂາວິຊາຄອມພິວເຕີ, ສະຫາຍ ພັນຕີ ເພັງສອນ ທອງຄຳບຸດດາຊວງ ເປັນຮອງຫົວໜ້າສາຂາວິຊາກະສຸນ, ສະຫາຍ ຮ້ອຍເອກ ນາງ ຄຳຫຼ້າ ບຸນລັດ ເປັນຮອງຫົວໜ້າສາຂາວິຊາຟີຊິກສາດ, ສະຫາຍ ຮ້ອຍເອກ ນາງ ກິງແກ້ວ ສີສົມພອນ ເປັນຮອງຫົວໜ້າສາຂາວິຊາເຄມີສາດ, ສະຫາຍ ຮ້ອຍເອກ ບົວລີ ວິລະວົງ ເປັນຮອງຫົວໜ້າສາຂາ ວິຊາພາສາຕ່າງປະເທດ ແລະ ໄດ້ຜ່ານຂໍ້ຕົກລົງກະຊວງປ້ອງກັນປະເທດ ວ່າດ້ວຍການເລື້ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານຢູ່ ວິທະຍາຄານເຕັກນິກການທະຫານ. ໃນນີ້, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນຊັ້ນ ພັນຕີ 4 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍເອກ ຂຶ້ນທຽບຊັ້ນ ພັນຕີ 2 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນຊັ້ນ ຮ້ອຍເອກ 2 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍໂທ ຂຶ້ນຮ້ອຍເອກ 6 ສະຫາຍ, ເລື່ອນຊັ້ນຮ້ອບຕີ ຂຶ້ນຊັ້ນ ຮ້ອຍໂທ 3 ສະຫາຍ, ເລືອນທຽບຊັ້ນ ຮ້ອຍຕີ ຂຶ້ນທຽບຊັ້ນ ຮ້ອຍໂທ 1 ສະຫາຍ.
ໂດຍ: ນາງ ໄຂຄຳ ພົມມະສານ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ