
ສະຫະພັນແມ່ຍິງສອງກະຊວງ ອວຍພອນ ຫ້ອງການສະຫະພັນແມ່ຍິງກອງທັບ
ເວລາອອກຂ່າວ: 2025-01-24 10:47:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 469 | ຄວາມນິຍົມ:
ວັນທີ 23 ມັງກອນ 2025 ນີ້, ສະຫະພັນແມ່ຍິງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ນຳໂດຍ ສະຫາຍ ນາງ ມອນທອງ ອີນທະວົງ ປະທານສະຫະພັນແມ່ຍິງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະ, ສະຫະພັນແມ່ຍິງ ກະຊວງພາຍໃນ ນຳໂດຍ ສະຫາຍ ນາງ ແພງພັນ ດວງປະຊາ ປະທານສະຫະພັນແມ່ຍິງກະຊວງພາຍໃນ ພ້ອມຄະນະ ໄດ້ນຳເອົາກະຕ່າຂອງຂວັນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຈຳນວນໜຶ່ງ ເຂົ້າອວຍພອນ ຫ້ອງການສະຫະພັັນແມ່ຍິງກອງທັບ, ໂດຍການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ.
ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ໄດ້ຕາງໜ້າຄະນະສະຫະພັນແມ່ຍິງກອງທັບ ກ່າວສະແດງຄວາມຂອບໃຈ ຕໍ່ສະຫະພັນຍິງທັງສອງກະຊວງ ທີ່ເຂົ້າມາອວຍພອນ ແລະ ເຫັນໄດ້ຄວາມໝາຍຄວາມສຳຄັນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ພ້ອມທັງອວຍພອນຄືນໃຫ້ ສະຫະພັນແມ່ຍິງສອງກະຊວງ ພ້ອມຄະນະ ຈົ່ງມີສຸຂະພາບແຂງແຮງ, ເຮັດສຳເລັດໜ້າທີ່ວຽກງານອັນມີກຽດ, ສືບຕໍ່ ນຳພາ-ຊີ້ນຳ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງສະຫະພັນແມ່ຍິງລາວໃຫ້ເຕີບໃຫຍ່ຂະຫຍາຍຕົວກ້າວຂຶ້ນເລື້ອຍໆ.
ໂດຍ : ໜູແດງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ