
ລັດວິສາຫະກິດໄຟຟ້າລາວ ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ກອງບັນຊາການທະຫານແຂວງວຽງຈັນ
ເວລາອອກຂ່າວ: 2025-02-05 09:11:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 853 | ຄວາມນິຍົມ:
ໃນທ້າຍເດືອນມັງກອນຜ່ານມານີ້, ທ່ານ ອາຄົມເດດ ວົງໄຊ ຜູ້ອຳນວຍ ການໃຫຍ່ ລັດວິສາຫະກິດໄຟຟ້າລາວ ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງອຸ ປະໂພກ-ບໍລິໂພກ ແລະ ເງິນສົດ ຈຳນວນ 35.000.000 ກີບ ໄປມອບໃຫ້ກອງບັນຊາການທະ ຫານຫານແຂວງວຽງຈັນ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ໂດຍການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ ພ້ອມດ້ວຍຄະນະ.
ທ່ານ ອາຄົມເດດ ວົງໄຊ ກ່າວວ່າ: ການມອບເຄື່ອງໃນຄັ້ງນີ້, ເປັນການປະກອບສ່ວນຊຸກຍູ້ພະນັກງານ-ນັກຮົບ ທີ່ພວມປະຕິບັດໜ້າທີ່ຢູ່ເຂດຫ່າງໄກສອກຫຼີກ ໃຫ້ມີກຳລັງໃຈໃນການປະຕິບັດໜ້າທີ່ການເມືອງຂອງຕົນ ພ້ອມທັງໄດ້ອວຍພອນໃຫ້ ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບ ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ, ພ້ອມກັນເຮັດສຳເລັດໜ້າທີ່ການເມືອງ ຕາມທີ່ພັກ-ລັດຂັ້ນເທິງມອບໝາຍໃຫ້.
ຈາກນັ້ນ, ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ໄດ້ສະແດງ ຄວາມຂອບໃຈຕໍ່ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ພ້ອມດ້ວຍຄະນະທີ່ມີຄວາມເປັນຫ່ວງເປັນໃຍ ແລະ ເຫັນໄດ້ ຄວາມສຳຄັນຂອງວຽກງານປ້ອງກັນຊາດ ຈຶ່ງໄດ້ໃຫ້ການຊຸກຍູ້ຊ່ວຍເຫຼືອໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນຊຸກຍູ້ພະ ນັກງານ-ນັກຮົບ ໃຫ້ມີກຳລັງໃຈເຮັດສຳເລັດໜ້າທີ່ອັນມີກຽດ ທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ: ຈະນຳເອົາເຄື່ອງດັ່ງກ່າວໄປແຈກຢາຍໃຫ້ອ້າຍນ້ອງທີ່ກຳລັງປະຕິບັດໜ້າທີ່ຢູ່ເຂດຫ່າງໄກໃຫ້ທົ່ວເຖິງ.
ໂດຍ: ສາຍຄຳ ພອນມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ