
ສາງ ອ 2 ມອບເງິນນະໂຍບາຍອຸດໜູນເສຍຊີວິດໃຫ້ ຄອບຄົວພະນັກງານ ທີ່ເສຍຊີວິດ
ເວລາອອກຂ່າວ: 2025-02-06 09:12:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 665 | ຄວາມນິຍົມ:
ໃນວັນທີ 31 ມັງກອນ 2025, ສາງ ອ 2 ໄດ້ມອບເງິນນະໂຍບາຍອຸດໜູນເສຍຊີວິດ ໃຫ້ຄອບຄົວພະນັກງານທີ່ເສຍຊີວິດ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນຈັນ ແກ້ວນະຄອນ ຫົວຫນ້າການທະຫານ ສາງ ອ 2, ມີສະຫາຍ ພັນໂທ ຄຳສຸກ ຈັນທະລາຮອງຫົວຫນ້າພະແນກການເມືອງ ສາງ ອ 2, ມີຜູ້ຕາງໜ້າຈາກພະແນກການ ແລະ ຄອບຄົວພະນັກງານ ທີ່ເສຍຊີວິດ ເຂົ້າຮ່ວມ.
ສະຫາຍ ພັນຕີ ສຸບັນ ພົມມະນີ ຜູ້ຮັບຜິດຊອບວຽກງານປະກັນສັງຄົມ ໄດ້ຜ່ານຂໍ້ຕົກລົງຂອງພະແນກປະກັນສັງຄົມ ກົມໃຫຍ່ເຕັກນິກກອງທັບ ວ່າດ້ວຍການມອບເງິນນະໂຍບາຍອຸດໜູນເສຍຊິວິດໃຫ້ ສະຫາຍ ຮ້ອຍເອກ ພິມ ສີສຸມັງ ອະດີດພະນັກງານປະຈຳການຢູ່ ສາງ ອ 2 ຈຳນວນເງິນ 89.763.660 ກີບ.
ສະຫາຍ ພັນໂທ ບຸນຈັນ ແກ້ວນະຄອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ ຜົນງານ, ຄຸນ ງາມຄວາມດີ ຂອງສະຫາຍ ຮ້ອຍເອກ ພິມ ສີສຸມັງ ອະດີດພະນັກງານປະຈຳການຢູ່ ສາງ ອ 2 ທີໄດ້ອຸທິດເຫື່ອແຮງ, ສະຕິປັນຍາເພື່ອຮັບໃຊ້ປະເທດຊາດໃນໄລຍະທີຜ່ານມາ ກໍຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພັກ-ລັດ ກໍຄື ກະຊວງປ້ອງກັນປະເທດ ຈຶ່ງໄດ້ຕົກລົງມອບເງິນນະໂຍບາຍອຸດໜູນເສຍຊີວິດໃຫ້ຄອບຄົວສະຫາຍ ເພື່ອນຳໄປເປັນທືນຮ່ອນໃນການສ້າງສາພັດທະນາຄອບຄົວໃນຕໍ່ໜ້າ ແລະ ໃຫ້ເກີດເປັນປະໂຫຍດອັນສູງສຸດ ເພື່ອແນໃສ່ເຮັດໃຫ້ຄອບຄົວ ມີຊີວິດທີ່ດີຂຶ້ນ.
ໂດຍ: ບຸນມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ