
ກົມກອງຕ່າງໆ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2024
ເວລາອອກຂ່າວ: 2025-02-06 09:18:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 684 | ຄວາມນິຍົມ:
ໃນທ້າຍເດືອນມັງກອນນີ້, ກອງພັນໃຫຍ່ 11, ກອງພັນໃຫຍ່ 642, ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ, ຫ້ອງພະລາທິການທະຫາແຂວງຫຼວງນ້ຳທາ, ຫ້ອງເສນາທິການ ກອງພົນທີ 1, ຫ້ອງພະລາທິການ ທະຫານແຂວງຫຼວງພະບາງ, ພະແນກພະລາທິການ ກອງພັນໃຫຍ່ 642, ຕ່າງກໍໄດ້ຈັດຕັ້ງສະຫຼຸບຕີລາຄາການເຄື່ອນໄຫວວຽກງານຮອບດ້ານປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ປະຈຳປີ 2024 ແລະ ວາງທິດທາງແຜນການໃນປີ 2025 ໃນນີ້:
ໃນນັ້ນ, ກອງພັນໃຫຍ່ 11: ອັນພົ້ນເດັ່ນ ໄດ້ຊີ້ນຳບັນດາກອງພັນນ້ອຍທີ່ຂຶ້ນກັບ ຈັດຕັ້ງກຳລັງປ້ອງກັນເວນຍາມຢູ່ຕາມຈຸດເປົ້າໝາຍສຳຄັນຕ່າງໆ ເປັນຕົ້ນແມ່ນ ສາຍການບິນ, ປ້ອງກັນບັນດາອົງການ ການນຳພັກ-ລັດ, ສາງຄັງ, ຄ້າຍຄູ, ເສັ້ນທາງຄົມມະນາຄົມ, ປ້ອງກັນແຂກພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ສະພາບຂອບເຂດຮັບຜິດຊອບມີຄວາມສະຫງົບ 100%. ຖືເອົາວຽກງານການອົບຮົມ-ຫັດແອບປະຈຳປີເປັນສຳຄັນ ເປັນຕົ້ນແມ່ນການຫັດແອບທາງດ້ານສິລະປະຍຸດ-ຍຸດທະວິທີ ສ້າງຄວາມຊຳນິຊຳນານ, ຄວາມຄ່ອງແຄ້ວ ໃຫ້ແກ່ພະນັກງານ-ນັກຮົບ ໂດຍເອົາຄຸນນະພາບເປັນຫຼັກເພື່ອຮັບປະກັນການກຽມພ້ອມສູ້ຮົບໄດ້ທຸກເວລາ, ຊີ້ນຳ-ນຳພາພະນັກງານ-ນັກຮົບປະຕິບັດວັນເຕັກນິກປະຈຳອາທິດ, ບົວລະບັດຜັດເຊັດອາວຸດ-ຍຸດໂທປະກອນ ໃຫ້ນຳໃຊ້ໄດ້ຍາວນານ.
ກອງພັນໃຫຍ່ 642: ໃນໄລຍະ 1 ປີ ຜ່ານມາ ສາມາດເຮັດສຳເລັດຫນ້າທີ່ວຽກງານຫຼາຍດ້ານ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ, ສ້າງໄດ້ຄວາມເຊື່ອໝັ້ນໄວ້ວາງໃຈຈາກການນຳພັກ-ລັດ ກໍຄືປະຊາຊົນບັນດາເຜົ່າ ພ້ອມນີ້, ກໍ່ໄດ້ສຸມໃສ່ຮັບປະກັນປົກປັກຮັກສາອຳນາດອະທິປະໄຕຂອງຊາດ, ຮັບປະກັນເຮັດໃຫ້ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ, ການປະຕິບັດແຜນນະໂຍບາຍຂອງພັກ, ການພັດຖະນາເສດຖະກິດ, ວັດທະນະທຳສັງຄົມ, ການປັບປຸງກໍ່ສ້າງກອງທັບກໍ່ຄືກົມກອງມີຫລາຍດ້ານພົ້ນເດັ່ນ ແລະ ກ້າວເຂົ້າສູ່ຄວາມເປັນລະບຽບ, ມີແບບແຜນ ແລະ ທັນສະໄໝ.
ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ: ອັນພົ້ນເດັ່ນໄດ້ລົງເຄື່ອນໄຫວເຮັດວຽກງານສຸຂະສຶກສາກ່ຽວກັບວຽກງານກັນພະຍາດໄດ້ທັງໝົດ 14 ກົມກອງ, ເຂົ້າຮ່ວມຮັບບໍລິຈາກເລືອດກັບສະຖາບັນເລືອດອົງການກາແດງລາວ ໄດ້ 70 ກົມກອງ, ຈ່າຍມຸ້ງຍ້ອມຢາກັນຍຸງໃຫ້ບັນດາກົມກອງເປົ້າໝາຍ 34 ກົມກອງ ຂຶ້ນຫ້ອງສອນນັກສຶກສາສິທະຍາຄານການແພດກອງທັບ, ສູນເຝິກອົບຮົມດ້ານການແພດຕ່າງໆໄດ້ 18 ຊົ່ວໂມງ, ສ້າງບົດຄົ້ນຄວ້າວິທະຍາສາດການແພດ ແລະ ບົດສຸຂະສຶກສາໄດ້ 11 ບົດ, ເປີດກອງປະຊຸມລະບາດພາກສະໜາມ ສຳລັບພະນັກງານເສນາຮັກ 1 ຄັ້ງ, ເປີດຊຸດອົບຮົມປະຈຳປີວຽກງານເຝົ້າລະວັງ, ໂຕ້ຕອບ 18 ພະຍາດ/ອາການໃຫ້ບັນດາກົມກອງເຂດໃຈກາງ 1 ຄັ້ງ, ເຂົ້າຮ່ວມເຝິກຊ້ອມຕ້ານໄພພິບັດ 3 ຊາດ ລາວ-ຫວຽດນາມ, ກຳປູເຈຍ 1 ຄັ້ງ, ຮັບ-ຈ່າຍຢາ ແລະ ອຸປະກອນການແພດ 7 ຄັ້ງ, ເຄື່ອນໄຫວສັກຢາວັກຊີນກັນພະຍາດ ໂຄວິດ-19, ພະຍາດຕັບອັກເສບ B, ພະຍາດໄຂ້ຫວັດ
ລະດູການ, ແມ່ຍິງຈະເລີນພັນ, ກັນໝາກແດງຢູ່ກັບທີ່ ແລະ ຢູ່ກົມກອງຕ່າງໆ ໄດ້ທັງໝົດ 3.446 ຄົນ, ກວດອາຈົມຊອກຫາເຊຶ້ອພະຍາດຕ່າງໆໄດ້ 7 ຕົວຢ່າງ, ກວດເລືອດໄດ້ທັງໝົດ 6 ຕົວຢ່າງ, ກວດຄຸນນະພາບນ້ຳໄດ້ 3 ກົມກອງ, ມີ 9 ຕົວຢ່າງ, ລົງກວດສານເຄມີປົນເປື້ອນໃນອາຫານຮັບໃຊ້ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 18, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກ ຄັ້ງທີ XI 1 ຄັ້ງ ຕໍ່ 4 ວັນ ໄດ້ຮັບປະກັນຄວາມປອດໄພ 100 %.
ຫ້ອງພະລາທິການ ທະຫານແຂວງຫຼວງນ້ຳທາ: ເດັ່ນກວ່າໝູ່ແມ່ນ ໄດ້ເອົາໃຈໃສ່ຕໍ່ກັບວຽກງານ ປູກຝັງ-ລ້ຽງສັດ ເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງ ເປັນຕົ້ນໄດ້ປົກປັກຮັກສາສວນຢາງພາລາທີ່ມີຢູ່ແລ້ວຈຳນວນ 1,037 ຕົ້ນ ມາສາມາດປາດໄດ້ນ້ຳຢາງ 7,931 ກິໂລກຣາມ, ປູກພືດລົ້ມລຸກຊະນິດຕ່າງໆໄດ້ 200 ກິໂລກຣາມ, ລ້ຽງຄວາຍ 3 ໂຕ, ງົວ 37 ໂຕ ແບ້ 18 ໂຕ ແລະ ສັດ
ປີກຈຳນວນໜຶ່ງ 1 ຜ່ານມາສາມາດສ້າງແຫຼ່ງລາຍຮັບຈາກການບໍລິການຕ່າງໆ ຄື: ຮັບຈາກເງິນບໍລິຫານ 35.130.000 ກີບ, ຮັບຈາກການປູກຝັງລ້ຽງສັດ 79.058.500 ກີບ, ຮັບຈາກແຫຼ່ງອື່ນໆ 27.309.400 ກີບ. ລວມລາຍຮັບທັງໝົດ 141.524.900 ກີບ, ສະເລ່ຍໃສ່ບຸກຄົນໜຶ່ງ ໄດ້ຮັບ 1.189.284 ກີບ/ຄົນ.
ຫ້ອງເສນາທິການ ກອງພົນທີ 3: ໃນໄລຍະຜ່ານມາ ຄະນະພັກ-ຄະນະບັນຊາຫ້ອງເສນາທິການໄດ້ຖືສຳຄັນວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດ ສິນທຳປະຕິວັດ, ສາມາດເຄື່ອນໄຫວເຮັດສຳເລັດໜ້າທີ່ການເມືອງຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້ເປັນຢ່າງດີ, ເອົາໃຈໃສ່ຊຸກຍູ້ໃຫ້ພະນັກງານ-ນັກຮົບສຸມໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະຕາມການມອບໝາຍໃນແຕ່ລະຂັ້ນ, ແຕ່ລະຂົງເຂດວຽກງານເປັນຕົ້ນໄດ້ສຸມໃສ່ວຽກປັບປຸງກໍ່ສ້າງກຳລັງ, ກໍ່ສ້າງພັກ-ພະນັກ ງານ, ອົງການຈັດຕັ້ງມະຫາຊົນ ແລະ ວຽກງານອື່ນໆ ເຫັນວ່າມີຜົນສຳເລັດເປັນກ້າວໆມາ, ເປັນເຈົ້າການປົກປັກຮັກສາຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ.
ຫ້ອງພະລາທິການ ທະຫານແຂວງຫຼວງພະບາງ: ໄລຍະຜ່ານມາ ຄະນະພັກ-ຄະນະບັນຊາໄດ້ເອົາໃຈໃສ່ຊີ້ນຳບັນດາພະແນກການທີ່ຂຶ້ນກັບເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດຫຼາຍດ້ານ, ນຳພາປະຕິບັດຕາມທິດນຳ 4 ປູກ 4 ລ້ຽງ, ເຊີດຊູນ້ຳໃຈເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຜ່ານມາກົມກອງມີລາຍຮັບຈາກການຂາຍພືດຜັກ, ສັດລ້ຽງ ແລະ ການບໍລິການທັງໝົດ 66 ລ້ານກວ່າກີບ.
ພະແນກພະລາທິການ ກອງພັນໃຫຍ່ 642: ແມ່ນໄດ້ສຸ່ມໃສ່ວຽກງານເພີ່ມພູນຜະລິດຜົນ ປູກຝັງ-ລ້ຽງສັດ ເພື່ອສ້າງພະລາທິການກັບທີ່ ໂດຍຖືເອົາ 4 ປູກ 4 ລ້ຽງມາເປັນ ປັດໄຈພື້ນຖານ ຕາມທິດຊີ້ນຳ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ໃນ 1 ປີ ຜ່ານມາ ສາມາດປູກມັນຕົ້ນໄດ້ 3 ເຮັກຕາ, ຕິດເບ້ຍຢາງຈຳນວນ 3.352 ເບ້ຍ, ບຸກເບີກປູກຢາງພະລາໃນເນື້ອທີ່ 11 ເຮັກຕາ 27.050 ໂຕ, ຕົ້ນທຶນ 10.000.000 ກີບ. ປູກແລ້ວ ຈຳນວນ 4110 ຕົ້ນ, ລ້ຽງງົວລວມ ກອງພັນໃຫຍ່ 97 ໂຕ ສະເລ່ຍເປັນເງິນ 339.500.000 ກີບ, ໝູຈຳນວນ 16 ໂຕ, ຕົ້ນທຶນ 48.725.000 ກີບ ແລະ ໄດ້ຂາຍອອກຈຳນວນ 17 ໂຕ ມູນຄ່າເປັນເງິນ 84.500.000 ກີບ,ປ່ອຍປາໃສ່ໜອງປາ ກອງພັນໃຫຍ່ ແລະ ບັນດາໜອງປາ ກອງພັນນ້ອຍ 27.050 ໂຕ, ຕົ້ນທຶນ 10.000.000 ກີບ, ປູກພືດຜັກຕ່າງໆຮັບໃຊ້ເຂົ້າໃນເຮືອນຄົວລວມ ແລະ ຂາຍອອກທົ່ວກອງພັນໃຫຍ່ໄດ້ 13.604 ກິໂລກຣາມ, ສະເລ່ຍເປັນເງິນ 181.447.000 ກີບ ແລະ ໄດ້ລ້ຽງໄກ່ພັນໄຂ່ອີກຈຳນວນໜຶ່ງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ