
ຫ້ອງການເມືອງ ແຂວງຫຼວງພະບາງ ສະຫຼຸບການກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023
ເວລາອອກຂ່າວ: 2025-02-06 09:19:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 761 | ຄວາມນິຍົມ:
ວັນທີ 22 ມັງກອນ 2025 ນີ້, ຫ້ອງການເມືອງ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ວິລະສິນ ມິດຕະພອນ ຮອງກອງບັນຊາການ, ຫົວໜ້າຫ້ອງການເມືອງທະຫານແຂວງ, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ສົມໃຈ ສີສະຫວັດ ຄະນະພັກກອງບັນຊາການ ຮອງຫົວໜ້າຫ້ອງການເມືອງທະຫານແຂວງ ໄດ້ຜ່ານບົດສະຫຼຸບການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023 ແລະ ວາງຄາດໝາຍສູ້ຊົນ ປະຈຳປີ 2024 ໂດຍສະຫາຍໄດ້ໃຫ້ຮູ້ວ່າ: ຄະນະພັກຮາກຖານຫ້ອງການເມືອງ ຍາມໃດກໍຖືເອົາການກໍ່ສ້າງ, ປັບປຸງການຈັດຕັ້ງຮາກຖານພັກ ເປັນໜ້າທີ່ຍຸດທະສາດຍາວນານ ແລະ ໄດ້ດຳເນີນໄປຢ່າງຕໍ່ເນື່ອງ, ບົນຈິດໃຈເສີມຂະຫຍາຍມູນເຊື້ອໜ່ວຍພັກໃນເມືອກ່ອນ ກໍຄືຄຳສັ່ງເລກທີ 01 ຂອງກົມການເມືອງສູນກາງພັກ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຕະຫຼອດໄລຍະຜ່ານມາ ຄະນະພັກຮາກຖານຫ້ອງການເມືອງ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳບັນດາໜ່ວຍພັກແຕ່ລະໜ່ວຍທີ່ຂຶ້ນກັບ ຈັດຕັ້ງປະຕິບັດຄຳສັ່ງຕາມ 5 ເນື້ອໃນຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນນຳພາ-ວິທີເຮັດວຽກ ແລະ ດ້ານການນຳພາປະຕິບັດໜ້າທີ່ການເມືອງ. ທົ່ວຫ້ອງການເມືອງມີສະມາຊິກພັກທັງໝົດ 82 ສະຫາຍ, ຍິງ 20 ສະຫາຍ, ມີສະມາຊິກພັກແຂງກວມເອົາ 100%, ຜ່ານມາຄະນະຮັບຜິດ
ຊອບໄດ້ລົງປະເມີນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ໄດ້ສັງລວມຜ່ານອະນຸກຳມະການສະພາຂັ້ນຕົ້ນ ແລະ ຄະນະພັກກອງບັນຊາການທະຫານແຂວງ ເພື່ອຄົ້ນຄວ້າພິຈາລະນາຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ພ້ອມທັງນຳສະເໜີຂັ້ນເທິງຮັບຮອງມີ 5 ໜ່ວຍພັກ.
ໂອກາດນີ້, ຍັງໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງຫຼວງພະບາງ ວ່າດ້ວຍການຢັ້ງຢືນເອົາໜ່ວຍພັກພະນັກງານ, ໜ່ວຍພັກປ້ອງກັນພາຍໃນ, ໜ່ວຍພັກໂຄສະນາອົບຮົມ, ໜ່ວຍພັກປະກັນສັງຄົມ ແລະ ໜ່ວຍພັກບໍລິຫານ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023 ພ້ອມທັງ ຜ່ານເນື້ອໃນຂໍ້ແຂ່ງຂັນຍ້ອງຍໍ (ຮັກຊາດ ແລະ ພັດທະນາ) ແລະ ຜ່ານຂໍ້ຕົກ
ລົງຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ໃນນີ້, ໄດ້ເລື່ອນຊັ້ນ, ເລື່ອນທຽບຊັ້ນ ຮ້ອຍເອກ ຂຶ້ນ ຊັ້ນ ພັນຕີ ຈຳນວນ 5 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ ຈຳນວນ 4 ສະຫາຍ, ໃນພິທີຍັງໄດ້ມອບນາມມະຍົດປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023 ໃຫ້ບັນດາໜ່ວຍພັກຢ່າງສົມກຽດ.
ຂ່າວໂດຍ: ສົມພອນ ສຸວັນທອນ
ພາບໂດຍ: ບຸນເພັງ ວົງແກ້ວມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ