
ກອງບັນຊາການທະຫານແຂວງບໍ່ແກ້ວ ສ້າງໄດ້ຜົນສໍາເລັດຫຼາຍດ້ານ
ເວລາອອກຂ່າວ: 2025-02-06 09:26:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2929 | ຄວາມນິຍົມ:
ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ຫົວໜ້າການເມືອງກອງບັນຊາການທະຫານ ແຂວງບໍ່ແກ້ວ ໄດ້ໃຫ້ຮູ້ວ່າ: ໃນ ໄລຍະຜ່ານມາຄະນະພັກ-ຄະ ນະບັນຊາກອງບັນຊາການທະ ຫານແຂວງບໍ່ແກ້ວ ຍາມໃດກໍ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາຈັດ ຕັ້ງປະຕິບັດວຽກງານຮອບດ້ານ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະ ຊວງປ້ອງກັນປະເທດວາງອອກ ສາມາດສ້າງໄດ້ຜົນສໍາເລັດຫຼາຍ ດ້ານ ເປັນຕົ້ນແມ່ນຂົງເຂດວຽກ ງານເຮັດໃຫ້ສະພາບມີຄວາມສະ ຫງົບ ໄດ້ເອົາໃຈໃສ່ຊີ້ນໍາບັນດາ ກົມກອງເຫຼົ່າຮົບວິຊາສະເພາະ ຈັດຕັ້ງກໍາລັງອອກເຄື່ອນໄຫວອັດປ່ອງຂ້າມລອຍຢູ່ລຽບຕາມ ຊາຍແດນ ລາວ-ໄທ, ລາວ-ມຽນ ມາ ແລະ ບັນດາເກາະ-ດອນ ຂອບເຂດຊາຍແດນແມ່ນໍ້າຂອງ, ຈຸດສຳຄັນຕ່າງໆຢ່າງເປັນປົກກະ ຕິ, ເຄື່ອນໄຫວໄລຍະຍາວ ຈໍານວນ 10 ຄັ້ງ, ເຄື່ອນໄຫວໄລຍະສັ້ນ 30 ຄັ້ງ, ອອກສາລະເວ 2.200 ຄັ້ງ, ຈັດຕັ້ງກໍາລັງປ້ອງກັນກອງ ປະຊຸມສໍາຄັນຕ່າງໆ 160 ຄັ້ງ, ໄດ້ຈັດຕັ້ງພະນັກງານຫັນລົງກໍ່ ສ້າງຮາກຖານການເມືອງ ປະ ສານສົມທົບກັບພະນັກງານຂອງ ແຂວງ, ເມືອງ ປະຈຳຢູ່ແຕ່ລະ ຈຸດ, ແຕ່ລະບ້ານ, ຮັບຜິດຊອບ ທັງໝົດ 25 ກຸ່ມບ້ານ ຂອງເມືອງ ຫ້ວຍຊາຍ ແລະ ເມືອງຕົ້ນເຜິ້ງ, ກົມກອງຕັ້ງທັບຢູ່ບ່ອນໃດ ກໍໄດ້ ລົງກໍ່ສ້າງຮາກຖານຢູ່ບ່ອນນັ້ນ ເປັນປົກກະຕິ ຕາມແບບມູນເຊື້ອ. ນອກນີ້, ຍັງໄດ້ລົງປະເມີນການ ສ້າງຄອບຄົວ ແລະ ບ້ານປ້ອງ ກັນຊາດເຂັ້ມແຂງ, ປະກາດສໍາ ເລັດແລ້ວມີ 5 ເມືອງຄື: ເມືອງ ຫ້ວຍຊາຍ, ເມືອງເມິງ, ເມືອງ ຜາອຸດົມ ແລະ ເມືອງປາກທາ ລວມມີ 16 ບ້ານ, ປັດຈຸບັນ, ໃນ ທົ່ວແຂວງສາມາດປະກາດຮັບ ຮອງບ້ານປ້ອງກັນຊາດເຂັ້ມແຂງ ໄດ້ທັງໝົດ 47 ບ້ານ, ມີ 5.323 ຄອບຄົວ, ມີພົນລະເມືອງ 26.302 ຄົນ, ວຽກງານກຽມພ້ອມສູ້ຮົບ ແລະ ກອບກູ້ໄພພິບັດ ໃນ 1 ປີຜ່ານມາ ໄດ້ຈັດຕັ້ງກຳລັງໄປ ຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນ ກະທົບຈາກໄພພິບັດ ທັງໝົດ 32 ຄັ້ງ, ມີ 39 ບ້ານ, 615 ຄອບຄົວ, ນໍາໃຊ້ກຳລັງເຂົ້າຊ່ວຍເຫຼືອ ທັງ ໝົດ 10.676 ສະຫາຍ, ນໍາໃຊ້ ພາຫະນະລົດຈໍານວນ 37 ເທື່ອ ຄັນ, ເຮືອຈໍານວນ 6 ລໍາ, ວຽກ ງານປັບປຸງ-ກໍ່ສ້າງກໍາລັງ ໄດ້ ຊີ້ນໍາບັນດາກົມກອງ ເປີດອົບ ຮົມ-ຫັດແອບການເມືອງ, ການ ທະຫານ ແລະ ພະລາທິການ-ເຕັກນິກ ປະຈໍາປີ 2024 ຈໍາ ນວນ 23 ກົມກອງ, ມີຈໍານວນ ພົນເຂົ້າຮ່ວມ 2.126 ສະຫາຍ, ຜົນໄດ້ຮັບ 88,85%, ອົບຮົມ ໃຫ້ທະຫານໃໝ່ ຊຸດທີ 31 ມີ ຈໍານວນພົນເຂົ້າຮ່ວມ 126 ສະຫາຍ, ຜົນໄດ້ຮັບເທົ່າກັບ 88,75%, ເປີດອົບຮົມ-ຫັດ ແອບ ສ້າງບ້ານປ້ອມໝັ້ນ, ກຸ່ມ ບ້ານສູ້ຮົບຕິດລຽນໄດ້ 1 ກຸ່ມ ບ້ານ ຄື: ກຸ່ມບ້ານຫາດໜາມ ເມືອງຜາອຸດົມ ແຂວງບໍ່ແກ້ວ, ມີ ຈໍານວນພົນເຂົ້າຮ່ວມຫັດແອບ 66 ສະຫາຍ, ຜົນໄດ້ຮັບເທົ່າກັບ 80,25% ໄປຄຽງຄູ່ກັນນີ້, ຄະ ນະພັກ-ຄະນະບັນຊາຍັງໄດ້ເອົາ ໃຈໃສ່ປັບປຸງກໍ່ສ້າງກໍາລັງໃຫ້ມີ ຄວາມໜັກແໜ້ນເຂັ້ມແຂງໃນ ທຸກດ້ານ. ປັດຈຸບັນ, ທົ່ວກອງ ບັນຊາການທະຫານ ແຂວງມີ 10 ຄະນະພັກຮາກຖານ, 52 ໜ່ວຍພັກ, ສະເໜີຢັ້ງຢືນເປັນ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ 40 ໜ່ວຍພັກ, ປະ ເພດກາງ ມີ 7 ໜ່ວຍ, ບົ່ງຕົວ ແຕ່ງຕັ້ງໃໝ່ 5 ໜ່ວຍ, ກົມກອງ 3 ປອດ ມີ 17 ກົມກອງ, ປະ ກາດຮັບຮອງໜ່ວຍຊາວໜຸ່ມ 4 ບຸກມີ 28 ໜ່ວຍ ໃນນັ້ນ, ໄດ້ ຮັບທຸງໄຊນໍາໜ້າ 4 ບຸກມີ 10 ໜ່ວຍ, ໄດ້ຮັບຢັ້ງຢືນໜ່ວຍສະຫະ ພັນແມ່ຍິງ 3 ດີ 8 ໜ່ວຍ ແລະ 1 ພະແນກ, ວຽກງານປັບປຸງ-ກໍ່ສ້າງພະນັກງານໄດ້ແຕ່ງຕັ້ງ ຕຳແໜ່ງງານ 417 ຕໍາແໜ່ງ, ເລື່ອນຊັ້ນ, ເລື່ອນທຽບຊັ້ນທັງ ໝົດ 440 ສະຫາຍ, ຍົກຂັ້ນເງິນ ເດືອນ 9 ສະຫາຍ, ໄດ້ສົ່ງພະ ນັກງານ-ນັກຮົບໄປຮຽນລະ ບົບກໍ່ສ້າງ ແລະ ບຳລຸງຢູ່ບັນດາ ວິທະຍາຄານພາຍໃນປະເທດ 30 ສະຫາຍ ແລະ ຕ່າງປະເທດ 6 ສະຫາຍ, ວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ອັນພົ້ນເດັ່ນແມ່ນສາມາດກວດ ຍຶດຢາເສບຕິດ 5 ຄັ້ງ, ຍຶດຢາບ້າ ໄດ້ 139 ເປົາ, ມີ 1.809 ມັດ ແລະ 10 ຖົງ, ເທົ່າກັບ 36.191.045 ເມັດ, ຍຶດຂອງກາງປະເພດລູກ ປືນ AK ໄດ້ 180 ລູກ, ປືນສັ້ນ 1 ກະບອກ, ປືນຫັນລີ 1 ກະບອກ, ເງິນສົດ 1.000.000 ບາດໄທ, ທໍາລາຍສວນຢາຟິ່ນເນື້ອທີ່ປະ ມານ 3,5 ເຮັກຕາ ຢູ່ເມືອງຜາ ອຸດົມ ແລະ ພວມຈັດຕັ້ງກໍາລັງ ທໍາລາຍອີກຢູ່ເມືອງປາກທາຈໍາ ນວນ 10 ກວ່າເຮັກຕາ, ສາມາດ ກັກຕົວແຮງງານຕ່າງດ້າວລັກ ລອບເຂົ້າເມືອງແບບຜິດກົດໝາຍ 6 ຄັ້ງ, ກັກຜູ້ຕ້ອງຫາ 69 ຄົນ, ຍຶດເຮືອທີ່ເຄື່ອນໄຫວບໍ່ຖືກຕ້ອງ ໄດ້ 26 ລໍາ, ເຂົ້າຮ່ວມມ້າງແກ້ງ ຄໍເຊັນເຕີ້ອອນລາຍ ຕອບແຊັດ 3 ຄັ້ງ, ມີຈໍານວນພົນ 700 ກວ່າ ຄົນ, ຍຶດລົດເຖື່ອນໄດ້ 10 ກວ່າ ຄັນ, ເຂົ້າຮ່ວມສະເພາະກິດກວດ ກາເຮືອນນອນຂອງແຮງງານ ມຽນມາທີ່ຕັ້ງເຮືອນບໍ່ຖືກຕ້ອງ 260 ຫຼັງຄາເຮືອນ, ດ້ານວຽກ ງານຮັບປະກັນພະລາທິການ ແລະ ເຕັກນິກ ໄດ້ເອົາໃຈໃສ່ຊີ້ ນໍາຈັດຕັ້ງປະຕິບັດການຮັບປະ ກັນລະບົບອັດຕາເຂົ້າກິນ, ເງິນ ເດືອນ, ເຄື່ອງນຸ່ງຫົ່ມແມ່ນໄດ້ ເບີກຈ່າຍຖືກຕ້ອງຕາມລະບອບ ທີ່ຂັ້ນເທິງວາງອອກ, ໄດ້ເອົາໃຈໃສ່ຊີ້ນໍາການປົກປັກຮັກສາພາຫະນະ, ອາວຸດ-ລູກກະສູນ ບໍ່ໃຫ້ຕົກເຮ່ຍເສຍຫາຍໂດຍບໍ່ ມີເຫດຜົນ, ປະຕິບັດລະບອບບົວ ລະບັດຜັດເຊັດຢ່າງເຂັ້ມງວດ, ວຽກງານເພີ່ມພູນຜະລິດຜົນ (ປູກຝັງ-ລ້ຽງສັດ) ໄດ້ປູກພືດ ຜັກຊະນິດຕ່າງໆ ສາມາດເກັບ ກູ້ໄດ້ 53 ໂຕນ, ລວມເປັນເງິນ 635 ລ້ານກວ່າກີບ, ປູກພືດ ເປັນສິນຄ້າ ເກັບກູ້ໄດ້ 132 ໂຕນ, ເປັນເງິນ 919 ລ້ານກວ່າກີບ, ປູກຕົ້ນໄມ້ກິນໝາກເກັບກູ້ໄດ້ 2,3 ໂຕນ, ເປັນເງິນ 22 ລ້ານ ກວ່າກີບ, ວຽກງານລ້ຽງສັດ ທົ່ວກອງບັນຊາການທະຫານ ແຂວງ ໄດ້ລ້ຽງງົວທັງໝົດ 360 ໂຕ, ແບ້ 270 ໂຕ, ໝູ 31 ໂຕ, ສັດປີກ 5.362 ໂຕ, ມີໜອງປາ 17 ໜອງ, ປ່ອຍປາແລ້ວ 44.960 ໂຕ, ເກັບກູ້ໄດ້ 12 ໂຕນ, ເປັນເງິນ 94 ລ້ານກວ່າກີບ, ສັງລວມແລ້ວໃນປີຜ່ານມາສາມາດສ້າງລາຍຮັບເຂົ້າກົມກອງໄດ້ທັງ ໝົດ 5 ຕື້ 289 ລ້ານກວ່າກີບ, ວຽກງານພົວພັນ-ຮ່ວມມືສາກົນ ໄດ້ຮັບທຶນຊ່ວຍເຫຼືອດ້ານການສຶກສາໄລຍະສັ້ນ ຢູ່ ສສ ຫວຽດນາມ 10 ທຶນ, ແຕ່ງຕັ້ງພະນັກງານ ເຂົ້າຮ່ວມການປະຕິບັດກົດໝາຍ ລາດຕະເວນຮ່ວມ 4 ຝ່າຍ ຕາມ ລໍາແມ່ນໍ້າຂອງຕອນເໜືອ ຈໍາ ນວນ 12 ຄັ້ງ, ໄດ້ພົວພັນຮ່ວມ ມືແລກປ່ຽນສະພາບການກັບ ສສ ຫວຽດນາມ, ສປ ຈີນ, ໄທ, ມຽນມາ ປະຕິບັດກົນໄກການ ຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ລາວ-ມຽນມາ ແລະ ປະຕິ ບັດຕາມກົນໄກຮ່ວມມືຂັ້ນທ້ອງ ຖິ່ນ ຢ່າງເຂັ້ມງວດ.
ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ໃຫ້ຮູ້ວ່າ: ທິດທາງ ແຜນການໃນຕໍ່ໜ້າ ຈະສືບຕໍ່ເຮັດ ໃຫ້ສະພາບມີຄວາມສະຫງົບ ແກ້ໄຂປະກົດການຫຍໍ້ທໍ້ໃນສັງ ຄົມ, ປົກປັກຮັກສາຄວາມເປັນ ລະບຽບຮຽບຮ້ອຍ ເຮັດໃຫ້ສະ ພາບທົ່ວແຂວງບໍ່ແກ້ວມີສະຖຽນ ລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພ ທາງ ດ້ານສັງຄົມ, ຮັບປະກັນ ໃຫ້ແກ່ການພັດທະນາເສດຖະ ກິດ-ສັງຄົມຂະຫຍາຍຕົວຢ່າງ ຕໍ່ເນື່ອງ, ສືບຕໍ່ຕ້ານ ແລະ ສະກັດ ກັ້ນປະກົດການຫຍໍ້ທໍ້ທີ່ຈະເກີດ ຂຶ້ນໃຫ້ທັນເວລາ, ເພີ່ມທະວີ ວຽກງານສຶກສາອົບຮົມການ ເມືອງ-ແນວຄິດ, ສຸມໃສ່ອົບຮົມ-ຫັດແອບການທະຫານ ເພື່ອຍົກ ລະດັບສິລະປະຍຸດ-ຍຸດທະວິທີ ໃຫ້ມີຄວາມຊໍານານ, ສຸມໃສ່ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜ້ກແໜ້ນ ຕິດພັນກັບການສ້າງ ກອງປອດໃສ, ປອດໄພ, ປອດ ຄະດີ, ສ້າງນັກຮົບ-ກົມກອງ ວັດທະນະທໍາ, ຕັ້ງໜ້າປັບປຸງ ກໍ່ສ້າງກົມກອງ, ເຊີດຊູນໍ້າໃຈ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ ເພື່ອຍົກລະດັບຊີວິດການ ເປັນຢູ່ຂອງກົມກອງໃຫ້ນັບມື້ ດີຂຶ້ນ, ສືບຕໍ່ກໍາແໜ້ນ ແລະ ປະ ຕິບັດແນວທາງການຕ່າງປະ ເທດຂອງພັກໃຫ້ຖືກຕ້ອງ, ເພີ່ມ ທະວີການພົວພັນຮ່ວມມືກັບ ສສ ຫວຽດນາມ, ສປ ຈີນ, ໄທ, ມຽນມາ ໂດຍສະເພາະພົວພັນ ຮ່ວມມືຮອບດ້ານກັບກອງບັນ ຊາການທະຫານເຂດ II, ກອງ ບັນຊາການທະຫານແຂວງລາວ ກາຍ ສສ ຫວຽດນາມ ທີ່ເປັນ ກົມກອງແຮກສ່ຽວ ແລະ ສືບຕໍ່ ປະຕິບັດກົດໝາຍລາດຕະເວນ ຮ່ວມກັນ 4 ຝ່າຍ ຕາມລໍາແມ່ນໍ້າ ຂອງຕອນເໜືອໃຫ້ເປັນປົກກະຕິ.
ໂດຍ: ເຄນໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ