ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ໂຮງໝໍສູນກາງ 103 ກອງທັບ ປະກາດການແຕ່ງຕັ້ງຂັ້ນພະແນກ ແລະ ຂະແໜງການ
ເວລາອອກຂ່າວ: 2025-02-06 10:16:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1394 | ຄວາມນິຍົມ:



ວັນທີ 5 ກຸມພາ 2025, ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດພິທີປະກາດການແຕ່ງຕັ້ງຂັ້ນຫົວໜ້າ, ຮອງຫົວໜ້າພະແນກ ແລະ ຫົວໜ້າຂະແໜງ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຕິເບດ ສີແພງຄູນ ຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະອໍານວຍການ, ຄະນະຫ້ອງ ແລະ ຄະນະພະແນກ ເຂົ້າຮ່ວມ. ສະຫາຍ ພັນເອກ ດຣ ນາງ ອໍາພອນ ພົມມະທາ ຫົວໜ້າຫ້ອງການເມືອງ ໂຮງໝໍສູນກາງ 103 ກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຂັ້ນພະແນກການ ຂຶ້ນກັບໂຮງໝໍສູນກາງ 103 ກອງທັບ ໃນນັ້ນ, ຕົກລົງແຕ່ງຕັ້ງ ພັນຕີ ທອງ ແສງສະຫວ່າງ ເປັນຫົວໜ້າພະແນກວາງຢາສະຫຼົບຟື້ນຟູຊີບ, ພັນຕີ ນາງ ສຸດສາຄອນ ສີຊົມມະລາດ ເປັນຫົວໜ້າພະແນກພະນັກງານ, ພັນໂທ ອໍາພອນ ສຸລິຍະວົງ ເປັນຮອງຫົວໜ້າພະແນກວາງຢາສະຫຼົບຟື້ນຟູຊີບ, ພັນຕີ ສາຍສໍາພັນ ແກ້ວວົງສາ ເປັນຮອງຫົວໜ້າພະແນກພະນັກງານ, ພັນຕີ ຄໍາຕັນ ສີດວງຈັນ ເປັນຮອງຫົວໜ້າພະແນກມໍລະສຸມ, ຮ້ອຍເອກ ວົງມີໄຊ ອິນທະວົງ ເປັນຮອງຫົວໜ້າພະແນກຜ່າຕັດຜົ້ງເອິກ-ຄໍໜຽງ ແລະ ຮ້ອຍເອກ ນາງ ແປ້ນມາລີ ວົງພະຈັນ ເປັນຮອງຫົວໜ້າພະແນກປິ່ນປົວພະນັກງານ. ຂໍ້ຕົກລົງຂອງກົມໃຫຍ່ພະລາທິການກອງທັບ ວ່າດ້ວຍການແຕ່ງຕັັ້ງຫົວໜ້າຂະແໜງການ ຢູ່ໂຮງໝໍສູນກາງ 103 ກອງທັບ ໃນນັ້ນ, ແຕ່ງຕັ້ງ ພັນຕີ ນາງ ວຽງແກ້ວ ແກ້ວມະນີ ເປັນຫົວໜ້າຂະແໜງບໍລິຫານ ພະແນກລະບົບປະສາດ, ພັນຕີ ນາງ ສຸດາຈັນ ວິຈິດ ເປັນຫົວໜ້າຂະແໜງບໍລິຫານ ພະແນກກາຍະບໍາບັດ, ຮ້ອຍເອກ ນາງ ແສງຈັນ ຄໍາສຸບັນນະພູມ ເປັນຫົວໜ້າຂະແໜງບໍລິຫານ ພະແນກປິ່ນປົວການນນໍາ, ຮ້ອຍເອກ ນາງ ຈັນສຸດາ ສົມສີຫາປັນຍາ ເປັນຫົວໜ້າຂະແໜງພະຍາບານ ພະແນກເດັກ ແລະ ຮ້ອຍເອກ ນາງ ບົວພະສຸກ ສຸດາຈັນ ເປັນຫົວໜ້າຂະແໜງພະຍາບານ ພະແນກພະຍາດຊຶມເຊື້ອ. ໂອກາດນີ້, ສະຫາຍປະທານ ຕາງໜ້າໃຫ້ແກ່ຄະນະນໍາອົງການກົມໃຫຍ່ ໄດ້ໂອ້ລົມສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ບາງຕອນກ່າວວ່າ: ອີງໃສ່ການນໍາພາ-ຊີ້ນໍາ, ອີງໃສ່ການຄຸ້ມຄອງນໍາໃຊ້ ແລະ ອີງໃສ່ການເຝິກຝົນຫຼໍ່ຫຼອມຂອງບັນດາສະຫາຍ ໃນໄລຍະຜ່ານມາ ບັນດາສະຫາຍທີ່ໄດ້ຮັບໜ້າທີ່ ໄດ້ມີຜົນສໍາເລັດໃນຫຼາຍດ້ານ ຍ້ອນມີຄຸນງາມຄວາມດີ, ຍ້ອນມີການຄຸ້ມຄອງນໍາໃຊ້ຂອງບັນດາສະຫາຍທີ່ມີຄວາມຮັບຜິດຊອບຕໍ່ຜົນງານດັ່ງກ່າວ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ຄຸ້ມຄອງພັກ-ຄຸ້ມຄອງພະນັກງານ ສ້າງບັນດາສະຫາຍໃຫ້ກາຍເປັນພະນັກງານທີ່ມີຄວາມໄວ້ເນື້ອເຊື່ອໃຈຈາກການຈັດຕັ້ງ ແລະ ເພື່ອນຮ່ວມງານຮ່ວມອຸດົມການດຽວກັນ ເຮັດໃຫ້ບັນດາສະຫາຍປະສົບຜົນສໍາເລັດ ແລະ ມີການມອບໝາຍໜ້າທີ່ໃນຂັ້ນຫົວໜ້າ, ຮອງຫົວໜ້າພະແນກ ແລະ ຫົວໜ້າຂະແໜງ ເຊິ່ງຕໍາແໜ່ງດັ່ງກ່າວ ເປັນຕໍາແໜ່ງທີ່ມີຄວາມສໍາຄັນໃນບັນດາກົມກອງ, ກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນ ແມ່ນຜູ້ປະຈັນບານເຮັດໜ້າທີ່ຕົວຈິງ ແມ່ນເປັນຜູ້ປະຕິບັດໃນແຜນວຽກຕົວຈິງຂອງບັນດາກົມກອງ. ໂດຍ: ໂຊກທະວີ ແກ້ວບຸດຕະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ