ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ກົມກົດລັບ ສະຫຼຸບວຽກງານຮອບດ້ານ ປະຈໍາປີ 2024
ເວລາອອກຂ່າວ: 2025-02-06 15:32:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1297 | ຄວາມນິຍົມ:



ວັນທີ 5 ກຸມພາ 2025 ນີ້, ກົມກົດລັບ ກົມໃຫຍ່ເສນາທິການກອງທັບ ໄດ້ສະຫຼຸບວຽກງານຮອບດ້ານ ປະຈໍາປີ 2024 ແລະ ວາງທິດທາງແຜນການ ປະຈໍາປີ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄໍາເຫຼັກ ວົງດອນໄຊ ຫົວໜ້າກົມກົດລັບ ກົມໃຫຍ່ເສນາທິການກອງທັບ, ມີຄະນະກົມ, ພະແນກການ, ພະນັກງານ-ນັກຮົບ ແລະ ແຂກຖືກເຊິນເຂົ້າຮ່ວມ. ສະຫາຍ ພັນໂທ ຄໍາແສງ ອິນທະວອນ ຫົວໜ້າພະແນກແຜນການ-ສັງລວມ ກົມກົດລັບ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ໂດຍປະຕິບັດຕາມ 4 ໜ້າທີໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ແລະ ມີຜົນສໍາເລັດຫຼາຍດ້ານ ເປັນຕັ້ນແມ່ນວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ໄດ້ຊີ້ນໍາບັນດາກົມກອງຈັດຕັ້ງພະນັກງານລົງຮາກຖານປະຊາຊົນ, ບັນດາບ້ານໃກ້ຄຽງທີ່ກົມກອງຕັ້ງທັບ ເພື່ອສົມທົບກັບອໍານາດການປົກຄອງທ້ອງຖິ່ນ, ຕິດຕາມກຳແໜ້ນສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ແລະ ຊ່ວຍອໍານາດການປົກຄອງແກ້ໄຂສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ເຮັດໃຫ້ຂອບເຂດດັ່ງກ່າວທມີຄວາມສະຫງົບ, ໜ້າທີ່ປັບປຸງກໍ່ສ້າງກຳລັງ ໄດ້ສຶກສາອົບຮົມວຽກງານການເມືອງ-ນໍາພາແນວຄິດ ແລະ ສ້າງຂະບວນການ, ຈັດຕັ້ງພະນັກງານ-ນັກຮົບເຂົ້າຮ່ວມເຊື່ອມຊຶມມະຕິ, ປາຖະກະຖາມູນເຊື້ອວັນສໍາຄັນຕ່າງໆ, ຂອງພັກ, ຂອງກອງທັບ ແລະ ປາຖະກະຖາມູນເຊື້ອວັນສ້າງຕັ້ງເຫຼົ່າຮົບກົດລັບ ຄົບຮອບ 69 ປີ, ວຽກງານກໍ່ສ້າງພັກ-ພະນັກງານ ໄດ້ຕີລາຄາຄຸນະພາບຂອງໜ່ວຍພັກ, ແບ່ງປະເພດສະມາຊິກພັກປະຈຳປີ 2024 ສົ່ງໃຫ້ຂັ້ນເທິງ, ໄດ້ເຄື່ອນໄຫວດໍາເນີນຊີວິດການເມືອງແຕ່ລະຂັ້ນ ແລະ ການເສຍເງິນສະຕິພັກໃຫ້ເປັນປົກກະຕິ, ກົມກົດລັບຈັດຕັ້ງດໍາເນີນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VII ແລະ ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ໄດ້ຕາມຄາດໝາຍວາງໄວ້ ນອກນັ້ນ, ຍັງໄດ້ເອົາໃຈໃສ່ກໍ່ສ້າງພະນັກງານ 3 ຮຸ່ນ, ຄັດເລືອກເອົາພະນັກງານ-ນັກຮົບໄປຍົກລະດັບ ຢູ່ພາຍໃນ ແລະ ຕ່າງປະເທດ ຈໍານວນ 55 ສະຫາຍ, ວຽກງານວິຊາສະເພາະເຕັກນິກ-ວິຊາການ ໄດ້ຮັບປະກັນວຽກງານວິຊາສະເພາະເຂົ້າ-ແກ້ລະຫັດ, ຮັບ-ສົ່ງຄໍາສັ່ງ, ໂທລະເລກຂອງຂັ້ນເທິງໄດ້ທັງໝົດ ຈໍານວນ 32,990 ສະບັບ, ຊີ້ນໍາບັນດາກົມກອງຄົ້ນຄວ້າ, ສ້າງ ແລະ ພະລິດເຕັກນິກລະຫັດແຕ່ລະປະເພດ, ວຽກງານຮັບປະກັນພະລາທິການ-ເຕັກນິກ ແກ້ໄຂຊີວິດການເປັນຢູ່ ໄດ້ຊີ້ນໍາບັນດາກົມກອງປັບປຸງຄ້າຍຄູ, ອະນາໄມ, ປະດັບປະດາ ແລະ ເພີ່ມພູນປູກຝັງ-ລ້ຽງສັດຕາມທ່າແຮງຂອງກົມກອງ ເຊິ່ງສາມາດສ້າງລາຍຮັບເຂົ້າກົມກອງໄດ້ຄື: ຂາຍສັດປີກທຸກຊະນິດ ໄດ້ 477 ກິໂລກຣາມ ເປັນເງິນ 34.246.000 ກີບ ຂາຍສັດນໍ້າທຸກຊະນິດໄດ້ 749 ກິໂລກຣາມ ເປັນເງິນ 22.298.000 ກີບ, ຂາຍງົວ 5 ໂຕ ເປັນເງິນ 23.425.000 ກີບ, ຂາຍລົດຜັກທຸກຊະນິດໄດ້ 4.706 ກິໂລກຣາມ ເປັນເງິນ 46.420.000 ກີບ, ຮັບເອົາສັດລ້ຽງຈາກທາງນອກມາຂ້າ (ໝູ, ງົວ ແລະ ສັດປີກ) ຂາຍເຂົ້າເຮືອນຄົວລວມ ແລະ ແກ້ໄຂ ພະນັກງານສາມາດສ້າງລາຍຮັບເຂົ້າກົມກອງໄດ້ປະມານ 97.892.000 ກີບ, ລວມລາຍຮັບທັງໝົົົົົົົົົົົົົົົົົົົົດ 224.281.000 ກີບ. ຈາກນັ້ນ, ບັນດາຜູ້ແທນກອງປະຊຸມໄດ້ປະກອບຄໍາຄິດເຫັນໃສ່ຮ່າງບົດສະຫຼຸບ ແລະ ຮັບຟັງການໂອ້ລົມ ຂອງ ສະຫາຍ ປະທານ ອີກດ້ວຍ. ໂດຍ: ພຸດທະວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ