
ປິດຊຸດອົບຮົມ-ຫັດແອບວຽກງານສຶກສາປ້ອງກັນຊາດ ໃຫ້ໂຮງຮຽນວິທະຍາໄລຮັງທ່າວ ແຂວງໄຊຍະບູລີ
ເວລາອອກຂ່າວ: 2025-02-07 09:01:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2220 | ຄວາມນິຍົມ:
ໃນວັນທີ 31 ມັງກອນ 2025, ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ປິດຊຸດອົບຮົມ-ຫັດແອບວຽກງານສຶກສາປ້ອງກັນຊາດໃຫ້ນັກສືກສາໂຮງຮຽນວິທະຍາໄລ ຮັງທ່າວ ບໍລິຫານທຸລະກິດ ແຂວງໄຊຍະບູລີ ພາຍຫຼັງທີ່ໄດ້ດຳເນີນການອົບຮົມ-ຫັດແອບ ມາເປັນເວລາ 5 ວັນ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ເສິກ ໄຊຍະພອນ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງໄຊຍະບູລີ, ສະຫາຍ ນາງ ເສັງ ພອນປະເສີດ ຫົວໜ້າອຳນວຍການໂຮງຮຽນວິທະຍາໄລ ຮັງທ່າວ ບໍລິຫານທຸລະກິດ ແຂວງໄຊຍະບູລີ, ມີຄະນະພະແນກສຶກສາທິການ ແລະ ກິລາແຂວງ, ພະແນກການທະຫານທ້ອງຖິ່ນ, ຄູ-ອາຈານ ຕະຫຼອດຮອດ ນັກສຶກສາເຂົ້າຮ່ວມ.
ສະຫາຍ ພັນໂທ ສົມພອນ ແສງພະຈິດ ຫົວໜ້າພະແນກການທະຫານທ້ອງຖິ່ນ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບຜົນການອົບຮົມ-ຫັດແອບ, ເຊິ່ງເຫັນໄດ້ວ່າ ຄູ-ອາຈານ ຕະຫຼອດຮອດ ນັກເຝິກອົບຮົມແມ່ນມີແນວຄິດໜັກແໜ້ນອຸ່ນອຽນທຸ່ນທ່ຽງ ຕໍ່ ການຮົບຮົມຫັດແອບ, ມີຄວາມສາມັກຄີກັນຢ່າງແໜ້ນແຟ້ນ ມີຄວາມຮັບຜິດຊອບສູງຕໍ່ການຮຽນ-ການສອນ, ຄະນະຊີ້ນຳໄດ້ນຳພາ ຄູ-ອາຈານ ລົງເລິກໃກ້ຊິດຕິດແທດຕໍ່ການອົບຮົມ-ຫັດແອບຕາມຕາ ຕະລາງທີ່ໄດ້ກຳນົດໄວ້, ບັນດາຄູ-ອາຈານ ໄດ້ມີຄວາມຮັບຜິດຊອບສູງຕໍ່ການສິດສອນຖ່າຍທອດບົດຮຽນສົ່ງຄວາມຮູ້ໃຫ້ນັກສຶກສາ ແລະ ຂຶ້ນຫ້ອງຮຽນຖືກຕາມໂມງເວລາ; ສ່ວນນັກສຶກສາກໍໄດ້ຄົ້ນຄວ້າຊອກຮູ້ຮ່ຳຮຽນດ້ວຍຕົນເອງ
ແລະ ເປັນເຈົ້າການໃນການເຝິກ ແອບຮ່ຳຮຽນວຽກງານປ້ອງກັນຊາດ ສາມາດຍາດໄດ້ຄະແນນດີພໍສົມຄວນ, ແຕ່ລະສະຫາຍມີຄວາມອົດທົນຜ່ານຜ່າຄວາມຫຍຸ້ງຍາກເຖິງວ່າ ສະພາບອາກາດບໍ່ສະ ດວກແຕ່ກໍມີຄວາມອົດທົນ ແລະ ມີຄວາມຮັບຜິດຊອບສູງ; ສຳລັບການປະຕິບັດຍິງເປົ້າໝາຍດ້ວຍລູກປີນແທ້ ສາມາດຮັບປະກັນໄດ້ຄວາມສະຫງົບປອດໄພ, ມີນັກສຶກສາເຂົ້າຮ່ວມອົບຮົມ 83 ສະຫາຍ ຜົນການອົບຮົມ-ຫັດແອບ ສາມາດສະຫຼຸບໄດ້ ພາກການເມືອງບັນລຸໄດ້ 75%, ພາກການທະຫານ 70%, ພາກປະຕິບັດຍິງເປົ້າໝາຍດ້ວຍລູກປືນ
ແທ້ ຂັ້ນເກັ່ງ 6,02%; ຂັ້ນດີ 14,45% ແລະ ຄາດໝາຍ 87,51%.
ໂດຍ: ສົມຈີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ