ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ
ເວລາອອກຂ່າວ: 2025-02-07 09:04:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2958 | ຄວາມນິຍົມ:



ໃນ​ວັນ​ທີ 30 ມັງກອນ 2025, ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ໄດ້​ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ​ໃຫ້​ຄອບຄົວ​ພະນັກງານ ທີ່​ເສຍ​ຊີວິດ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ຫຸມພັນ ສີ​ສົມ​ພອນ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະ ຫານ​ແຂວງ​ວຽງ​ຈັນ, ມີ​ຄະນະ​ພັກ-ຄະນະ​ບັນຊາ ພະແນກການ​ທີ່​ກ່ຽວຂ້ອງ ຕະຫຼອດ​ຮອດຄອບຄົວພະນັກງານ​ທີ່​ເສຍ​ຊີວິດເຂົ້າ​ຮ່ວມ. ການ​ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ​ເສຍ​ຊີວິດ​ໃນ​ຄັ້ງ​ນີ້ ມີ 9 ຄອບຄົວ ລວມ​ເປັນ​ເງິນ​ທັງ​ໝົດ 655.590.400 ກີບ, ໂດຍ​ແມ່ນ ສະຫາຍ ພັນ​ໂທ ຫຸມພັນ ສີ​ສົມ​ພອນ ເປັນ​ຜູ້​ກ່າວ​ມອບ ແລະ ມີ​ຄຳ​ເຫັນ​ໂອ້​ລົມ​ຕໍ່​ຄອບຄົວ ພະນັກງານ​ທີ່​ເສຍ​ຊີວິດ​ໃຫ້​ມີ​ຄວາມ​ເຂົ້າໃຈ ກ່ຽວ​ກັບ​ນະໂຍບາຍ​ຂອງ​ພັກ-ລັດຖະບານ ທີ່​ມີ​ຕໍ່​ພະນັກງານ-ນັກຮົບ ບໍ່​ວ່າ​ຍາມ​ມີ​ຊີວິດ ຫຼື ເສຍ​ຊີວິດ ກໍ​ຈະ​ໄດ້​ຮັບ​ການ​ເອົາໃຈໃສ່ ແລະ ເບິ່ງແຍງ ຂອງ​ພັກ-ລັດ​ຕາມ​ລະບຽບ​ການ; ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ຄອບຄົວ ພະນັກງານ​ທີ່​ເສຍ​ຊີວິດ ຈົ່ງ​ນຳ​ໃຊ້​ເງິນ​ນະໂຍບາຍ​ດັ່ງກ່າວ​ໃນ​ທາງ​ທີ່​ຖືກຕ້ອງ ແລະ ເປັນ​ກ້ອນ​ທຶນ​ໃນ​ການ​ສ້າງສາ​ພັດທະນາ​ຄອບຄົວ​ໃຫ້​ມີ​ຊີວິດ​ການ​ເປັນ​ຢູ່​ໃຫ້​ດີ​ຂຶ້ນ. ໂດຍ: ເລ​ມ໋ອນ ສຸວັນນະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ