ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

​ວນກ ຈັດ​ຕັ້ງ​ພິທີ ເຄົາລົບ​ທຸງ​ປະຈຳ​ເດືອນ​ກຸມພາ 2025
ເວລາອອກຂ່າວ: 2025-02-07 09:05:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2958 | ຄວາມນິຍົມ:



ວັນ​ທີ 3 ກຸມພາ 2025, ວິທະຍາຄານ ນາຍ​ທະຫານ​ບົກ ກົມ​ມະ​ດຳ (​ວນກ) ໄດ້​ຈັດ​ຕັ້ງ​ພິທີ​ເຄົາລົບ​ທຸງ​ປະຈຳ​ເດືອນ​ກຸມພາ 2025, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ປະດິດ ສິນ​ທຳ ຫົວໜ້າ​ຫ້ອງ​ອົບຮົມ-ກໍ່ ສ້າງ ​ວນກ, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ, ຄະນະ​ຫ້ອງ, ຄະນະ​ວິຊາ​ຄູ, ພະແນກການ, ກອງພັນ, ພະນັກງານ-ນັກຮົບ ແລະ ນັກຮຽນ​ນັກ​ສຶກ​ສາ ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ປະດິດ ສິນ​ທຳ ໄດ້​ຜ່ານ​ບົດ​ລາຍ​ງານ​ການຈັດຕັ້ງ​ປະຕິບັດ​ເຄື່ອນ​ໄຫວ​ວຽກ​ງານ​ປະຈຳ​ເດືອນ​ມັງກອນ​ຜ່ານ​ມາ ແລະ ວາງ​ທິດ​ທາງ​ແຜນການ ປະຈຳ​ເດືອນ​ກຸມພາ ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ດ້ານ​ດີ ແລະ ດ້ານ​ຄົງ​ຄ້າງ​ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ຕ່າງໆ ຂອງ​ກົມ​ກອງ​ໃນ​ໄລຍະ​ຜ່ານ​ມາ ເປັນຕົ້ນ ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້ພະນັກງານ-ນັກຮົບເປັນ​ກົກ, ພ້ອມ​ທັງນຳພາ-ຊີ້​ນຳພະນັກງານ-ນັກຮົບ ເຮັດ​ສຳເລັດ​ໜ້າທີ່​ລວມ​ຂອງ​ກົມ​ກອງ ແລະ ຕັ້ງໜ້າ​ສ້າງ​ຂະ​ບວນ​ການ​ດ້ານ​ຕ່າງໆ ເພື່ອ​ສ້າງ​ຜົນງານ​ນຳ​ເອົາ​ໄປ​ປະ ດັບ​ເອ້​ຂ່ຳນັບ​ຮັບ​ຕ້ອນ​ວັນ​ສຳຄັນ​ຕ່າງໆ ຂອງ​ພັກ, ຂອງ​ລັດ, ຂອງ​ກອງທັບ ໃຫ້​ເປັນ​ຂະ​ບວນ​ຟົດຟື້ນ​ຕໍ່​ເນື່ອງ. ທັ້ງ​ນີ້, ເພື່ອ​ປະຕິບັດ​ຕາມ​ລະບອບ​ເຄົາລົບ​ທຸງ​ປະຈຳ​ເດືອນ ໃຫ້​ມີ​ຄວາມ​ເຂັ້ມແຂງ​ດ້ານ​ລະບຽບ​ວິໄນ ກໍ​ຄື​ການ​ປະຕິບັດ 7 ລະບອບ 18 ວຽກ​ໃນ​ມື້ໜຶ່ງ​ຂອງ​ກອງທັບ. ໂດຍ: ລຸນ​ທອງ ສີ​ບຸນ​ເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ