
ຄະນະພັກ ກົມໃຫຍ່ເສນາທິການກອງທັບ ຢ້ຽມຢາມ ແລະ ອວຍພອນ ພະນັກງານບໍານານ
ເວລາອອກຂ່າວ: 2025-02-07 09:21:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 4019 | ຄວາມນິຍົມ:
ວັນທີ 5 ມັງກອນ 2025 ນີ້, ສະຫາຍ ພົນຈັດຕະວາ ອຸ່ນທອງ ບຸດສຸວັນ ຄະນະພັກອົງການກົມໃຫຍ່, ຫົວໜ້າກົມປ້ອງກັນອາກາດ ກົມໃຫຍ່ເສນາທິການກອງທັບ ແລະ ສະຫາຍ ພັນເອກ ສັນຕິ ເພັດດວງສິດ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ພ້ອມຄະນະ, ໄດ້ເຄື່ອນໄຫວຢ້ຽມຢາມ, ອວຍພອນ ອະດີດການນຳ ແລະ ພະນັກງານບຳນານ ກົມໃຫຍ່ເສນາທິການກອງທັບ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ.
ການຢ້ຽມຢາມອວຍພອນ ອະດີດການນຳ ແລະ ພະນັກງານບໍານານ ຄັ້ງນີ້ລວມມີ 5 ສະຫາຍຄື: ສະຫາຍ ພົນຈັດຕະວາ ສະໃໝ ພິຈິດ, ສະຫາຍ ພົນຈັດຕະວາ ພອນໃຈ ພັນທະວົງ, ສະຫາຍ ພັນເອກ ຊ້ອຍ ສີສຸນາມ, ສະຫາຍ ພັນເອກ ສີ ອິນທະວົງ ແລະ ສະຫາຍ ພັນໂທ ພັນທະນິດ ແສງສະຫວ່າງ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ອຸ່ນທອງ ບຸດສຸວັນ ໄດ້ກ່າວອວຍພອນໄຊອັນປະເສີດມາຍັງ ບັນດາສະຫາຍ ອະດີດການນໍາ ຂອງກົມໃຫຍ່ເສນາທິການກອງທັບ ທີ່ໄດ້ປະກອບສ່ວນໜ້າທີ່ປ້ອງກັນຊາດອັນສູງສົ່ງທີ່ມີກຽດສະຫງ່າງາມ ເຫັນໄດ້ເຖິງມູນເຊື້ອ ຜົນງານຫຼາຍດ້ານໃນການ ນຳພາ-ຊີ້ນຳ ສ້າງສາພັດທະນາກົມກອງ ໃຫ້ມີຜົນສໍາເລັດໜ້າທີ່ການເມືອງທີ່ພັກ-ລັດ ມອບໝາຍໃຫ້ເປັນຢ່າງດີ, ອວຍພອນມາຍັງອາດີດພະນັກງານບຳນານ ຈົ່ງມີແຕ່ຄວາມສຸກກາຍສະບາຍໃຈ, ມີສຸຂະພາບແຂງແຮງ, ສຶບຕໍ່ເປັນຜູ້ນໍາສຶກສາອົບຮົມ ແລະ ເປັນແວ່ນແຍງໃຫ້ ພະນັກງານ-ນັກຮົບ ຮຸ້ນສືບທອດ ໄດ້ນໍາເອົາຜົນງານມູນເຊື້ອອັນດີງາມມາເປັນບົດຮຽນທີ່ລໍ້າຄ່າ ເພື່ອນໍາມາຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຂອງຕົນ.
ໂດຍ: ເຂັມພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ