ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ສືບຕໍ່ປັບປຸງພາລະບົດບາດ ຂອງສະມາຊິກກໍາມະບານ-ກໍາມະກອນ ໃຫ້ເຕີບໃຫຍ່ຂະຫຍາຍຕົວ
ເວລາອອກຂ່າວ: 2025-02-07 10:23:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3674 | ຄວາມນິຍົມ:



ໃນທ່າມກາງທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ພວມຈັດຕັ້ງສະເຫຼີມ ສະຫຼອງວັນສໍາຄັນຕ່າງໆ ຂອງພັກ, ຂອງຊາດ, ຂອງກອງທັບ ເວົ້າລວມ, ເວົ້າສະເພາະສະມາຊິກກໍາມະບານ-ກໍາມະກອນ ແລະ ຜູ້ອອກແຮງງານລາວໃນທົ່ວປະເທດ ໄດ້ຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 69 ປີ ຢ່າງເປັນຂະບວນຟົດຟື້ນກວ້າງຂວາງຕໍ່ເນື່ອງ. ສະຫາຍ ພັນເອກ ບຸນຄ່ອງ ອຸດທະຈັນດີ ກໍາມະການຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ຫົວໜ້າຫ້ອງການກໍາມະບານກອງທັບ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນກອງທັບ ໃນໂອກາດວັນສ້າງຕັ້ງກໍາມະບານລາວ ຄົບຮອບ 69 ປີ (ວັນທີ 1 ກຸມພາ 1956-1 ກຸມພາ 2025) ວ່າ: ຕະຫຼອດໃນໄລຍະທີ່ຜ່ານມາ, ອົງການຈັດຕັ້ງກໍາມະບານກອງທັບ ໄດ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານຈໍານວນ ແລະ ຄຸນນະພາບ, ໄດ້ສືບຕໍ່ປັບປຸງພາລະບົດບາດ, ໜ້າທີ່ແບບແຜນວິທີເຮັດວຽກ, ປັບປຸງໂຄງປະກອບບຸກຄະລາກອນ, ກໍານົດຕໍາແໜ່ງງານ ໃຫ້ມີຄວາມສອດຄ່ອງກວ່າເກົ່າ, ເອົາໃຈໃສ່ຂະຫຍາຍການຈັດຕັ້ງ ແລະ ສະມາຊິກກຳມະບານ, ມີພາລະບົດບາດໂຄສະນາສຶກສາອົບຮົມ, ປຸລະດົມ, ເຕົ້າໂຮມຄວາມສາມັກຄີພະນັກງານ, ສະມາຊິກກໍາມະບານ-ກຳມະກອນ ແລະ ຜູ້ອອກແຮງງານໃນກອງທັບ ໃຫ້ເປັນພົນລະເມືອງດີ, ມີຄວາມຕື່ນຕົວທາງດ້ານການເມືອງ, ຮູ້ສິດພັນທະ ແລະ ຜົນປະໂຫຍດຂອງຕົນ ມີຄວາມຮູ້ ຄວາມສາມາດທາງດ້ານວິທະຍາສາດ-ເຕັກໂນໂລຊີ, ມີອະລິຍະທໍາທາງດ້ານຈິດໃຈ ແລະ ມີລະບຽບວິໄນໃນການອອກແຮງງານ, ເປັນຕົວແທນປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງສະມາຊິກກຳມະບານ-ກໍາມະກອນ, ຜູ້ອອກແຮງງານໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຕາມທີ່ລັດຖະທໍາມະນູນ ແລະ ກົດໝາຍ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ກໍານົດໄວ້ ແລະ ເປັນເຈົ້າການໃນການຕິດຕາມ, ກວດກາການຄຸ້ມຄອງລົດ, ຄຸ້ມຄອງເສດຖະກິດ, ວັດທະນະທໍາສັງຄົມ ໃນຂັ້ນຂອງຕົນຮັບຜິດຊອບ. ອົງການຈັດຕັ້ງກໍາມະບານແຕ່ລະຂັ້ນກອງທັບ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານແຕ່ລະດ້ານ ເວົ້າສະເພາະວຽກງານກໍາມະບານໃນກອງທັບ ໄລຍະຜ່ານມາ ເຖິງແມ່ນວ່າຈະພົບກັບບັນຫາສິ່ງທ້າທາຍຫຍຸ້ງຍາກກໍຕາມ ແຕ່ພາຍໃຕ້ການຊີ້ນໍາ ຂອງພັກໂດຍກົງຮອບດ້ານ, ຄະນະພັກກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບ ແລະ ສູນກາງສະຫະພັນກໍາມະບານລາວ ຕະຫຼອດຮອດການນໍາກໍາມະບານແຕ່ລະຂັ້ນ ໄດ້ເອົາໃຈໃສ່ນໍາພາ-ຊີ້ ໃນການຈັດຕັ້ງເຜີຍແຜ່ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວທົ່ວປະເທດ ສະໄໝທີ VIII, ແຜນພັດທະນາວຽກງານກໍາມະບານ 5 ປີ ຄັ້ງທີ IV ເຊິ່ງປະກອບມີ 9 ແຜນງານ 51 ໂຄງການ, ບັນດາສະຫະພັນກໍາມະບານຮາກຖານແຕ່ລະຂັ້ນໃນກອງທັບ ໄດ້ຫັນເອົາເນື້ອໃນດັ່ງກ່າວໄປເປັນແຜນ, ແຜນງານອັນລະອຽດ ເຂົ້າໃນການຈັດຕັ້ງປະຕິບັດຕໍ່ໜ້າທີ່ວຽກງານຂອງຕົນໃນແຕ່ລະດ້ານ ເຫັນວ່າມີຜົນສໍາເລັດຫຼາຍດ້ານ. ຕະຫຼອດໄລຍະຜ່ານມາ, ອົງການຈັດຕັ້ງກໍາມະບານແຕ່ລະຂັ້ນໃນກອງທັບ ໄດ້ເຖືສໍາຄັນ ຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ, ສະມາຊິກກໍາມະບານ-ກໍາມະກອນ ແລະ ຜູ້ອອກແຮງງານ ມີຄວາມອຸ່ນອຽນທຸ່ນທ່ຽງໃນການປະຕິບັດໜ້າທີ່ວຽກງານເຮັດສໍາເລັດໜ້າທີ່ຕາມການມອບໝາຍ ແລະ ມີຄວາມໜັກແໜ້ນ, ເຂັ້ມແຂງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ນອກຈາກນີ້, ອົງການຈັດຕັ້ງກໍາມະບານກອງທັບ ຍັງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເຂົ້າໃນການເຄື່ອນໄຫວປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງຊົນຊັ້ນກໍາມະກອນ ແລະ ຜູ້ອອກແຮງງານ ໂດຍຕິດພັນກັບການພັດທະນາສີມືແຮງງານໃຫ້ນັບມື້ນັບດີຂຶ້ນ, ເອົາໃຈໃສ່ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານລາວວາງອອກ ແລະ ຂະບວນການຈັດຕັ້ງປະຕິບັດແຜນການ ຄາດໝາຍສູ້ຊົນ ຂອງບັນດາກົມກອງໃຫ້ສໍາເລັດຕາມແຜນການ ໂດຍຕິດພັນກັບຂະບວນການແຂ່ງຂັນ ຮັັກຊາດ-ພັດທະນາ, ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ການສ້າງກອງ 3 ປອດ, (ປອດໃສ ປອດໄພ ປອດຄະດີ) ແລະ ສ້າງກົມກອງວັດທະນະທໍາ-ນັກຮົບວັດທະນະທໍາ ໄປຄຽງຄຸ່ກັບການຊຸກຍູ້ ແລະ ຈັດຕັ້ງປະຕິບັດວຽກງານປ້ງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງກົມກອງ ຮັບປະກັນຄວາມປອດໄພໃຫ້ໄດ້ 100%, ເປັນເຈົ້າການປະສານສົມທົບ ກັບຄະນະພັກ-ຄະນະບັນຊາ, ອົງການຈັດຕັ້ງມະຫາຊົນປັບປຸງການຈັດຕັ້ງ ແລະ ຂະຫຍາຍສະມາຊິກກໍາມະບານ ຢູ່ໃນຫົວໜ່ວຍແຮງງານການຜະລິດ ເພື່ອຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ, ເຊີດຊູຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ປັບປຸງແບບແຜນວິທີເຮັດວຽກໃຫ້ຖືກຕ້ອງສອດຄ່ອງ, ກະຕຸກຊຸກຍູ້ຂະບວນການຕ່າງໆ ຢ່າງຟົດຟື້ນ ຕໍ່ເນື່ອງ, ຊຸກຍູ້ ຕິດຕາມກວດກາ, ສະຫຼຸບຖອດຖອນບົດຮຽນຢ່າງເປັນປະຈໍາ, ສ້າງຮາກຖານ ແລະ ບຸກຄົນດີເດັ່ນ ໄດ້ທາງດ້ານປະລິມານ ແລະ ຄຸນນະພາບ, ລົງຊຸກຍູ້ ແລະ ໃກ້ຊິດຕິດແທດກັບສະມາຊິກກໍາມະບານ-ກໍາມະການ ແລະ ຜູ້ອອກແຮງງານຢູ່ຕາມຫົວໜ່ວຍແຮງການຜະລິດ ສາມາດເຫັນໄດ້ສະພາບການ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ໄດ້ປັງປຸງກົງຈັກການຈັດຕັ້ງກໍາມະບານແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ຍົກລະດັບຄວາມຮູ້, ຄວາມສາມາດໃຫ້ຄະນະກໍາມະບານ ແລະ ສະມາຊິກກໍາມະບານເປັນສິ່ງຕັດສິນເຮັດໃຫ້ການຈັດຕັ້ງກໍາມະບານມີການເຄື່ອນໄຫວວຽກງານຢ່າງມີຜົນສໍາເລັດ. ຜ່ານການເຄື່ອນໄຫວຂະບວນການດັ່ງກ່າວ ບັນດາກົມກອງລວມໝູ່, ພະນັກງານສະມາຊິກກໍາມະບານ ແລະ ກໍາມະກອນໃນກອງທັບ ໄດ້ມີຜົນງານທີ່ດີເດັ່ນສາມາດຕີລາຄາປະເມີນຜົນເປັນກໍາມະບານ 5 ເປັນເຈົ້າ 4 ປີຕໍ່ເນື່ອງ ມີ: ກົມກອງລວມໝູ່ 12 ສະຫະພັນກໍາມະບານ ແລະ 74 ກໍາມະບານຮາກຖານ,ບຸກຄົນ 2.667 ສະຫາຍ, ຍິງ 1.121 ສະຫາຍ ພ້ອມກັນນັ້ນ, ພະນັກງານສະມາຊິກກໍາມະບານຫຼາຍສະຫາຍຍັງໄດ້ຮັບການຍ້ອງຍໍຈາກພັກ-ລັດ, ກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບ ກົມກອງຢ່າງສົມກຽດ. ໃນໂອກາດວັນສ້າງຕັ້ງກໍາມະບານລາວ ຄົບຮອບ 69 ປີ ແລະ ເພື່ອເຊີດຊູບົດບາດການນໍາພາຂອງອົງການຈັດຕັ້ງກໍາມະບານໃນກອງທັບໃຫ້ສູງຂຶ້ນ, ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຊື່ສັດບໍລິສຸດ,ຈົ ງຮັກພັກດີການປະຕິວັດ, ຕໍ່ປະຊາຊົບັນດາເຜົ່າ,ສົມເປັນອົງການປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງຊົນຊັ້ນກໍາມະກອນ ແລະ ຜູ້ອອກແຮງງານ ເປັນກໍາລັງແຮງປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ IX, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນກໍາມະບານທົ່ວປະເທດ ຄັ້ງທີ VIII, ແຜນພັດທະນາວຽກງານກໍາມະບານ 5 ປີ ຄັ້ງທີ IV ແຕ່ປີ 2021-2025 ດ້ວຍບັນຊາກາດຟົດຟື້ນປະຕິວັດ ສະນັ້ນ, ຫ້ອງການກໍາມະບານກອງທັບ ຈະສຸມໃສ່ນໍາພາ-ຊີ້ນໍາ ອົງການຈັດຕັ້ງກໍາມະບານແຕ່ລະຂັ້ນໃນກອງທັບ ເພີ່ມທະວີສ້າງທຸກເງື່ອນໄຂ ເພື່ອເປັນກໍາລັງແຮງຍົກສູງສະຕິຄວາມສາມາດເປັນເຈົ້າຕໍ່ການຈັດຕັ້ງ ແລະ ເປັນແບບຢ່າງນໍາໜ້າ ໃນການເຕົ້າໂຮມມະຫາຊົນ, ສະມາຊິກກໍາມະບານ-ກໍາມະກອນ ກໍຄືຜູ້ອອກແຮງງານໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອປັບປຸງ ແລະ ຂະຫຍາຍການຈັດຕັ້ງໃຫ້ກວ້າງຂວາງ ດ້ວຍບາດກ້າວອັນໜັກແໜ້ນ ແລະ ມີປະສິດທິຜົນ ພ້ອມທັງຂະຫຍາຍສະມາຊິກກໍາມະບານ-ກໍາມະກອນ ແລະ ຜູ້ອອກແຮງງານ ເຂົ້າຮ່ວມໃນການຕິດຕາມກວດກາການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ເປັນຕົ້ນແມ່ນຢູ່ບັນດາອົງການຈັດຕັ້ງຫົວໜ່ວຍແຮງງານການຜະລິດແຕ່ລະຂັ້ນ, ເປັນເຈົ້າການຮ່ວມມືກັບຕ່າງປະເທດຕາມແນວທາງການຕ່າງປະເທດ ຂອງພັກ-ລັດ ແລະ ກົດໝາຍ ວ່າດ້ວຍກໍາມະບານລາວວາງອອກ, ຖືສໍາຄັນວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ ສະມາຊິກກໍາມະບານ-ກໍາມະກອນ ເປັນກົກ, ສ້າງແນວຄິດ-ທັດສະນະ ໃຫ້ຖືກຕ້ອງຕໍ່ອຸດົມການປະຕິວັດ, ທາດແທ້ຊົນຊັ້ນກໍາມະກອນລັກສະນະນໍາໜ້າ ແລະ ຄວາມເປັນແບບຢ່າງ ກາຍເປັນກໍາແຮງຍຸດທະສາດເຂົ້າໃນການຜະລິດຮັບໃຊ້ກອງທັບ, ຮັບໃຊ້ສັງຄົມ, ສູ້ຊົນປັບປຸງກໍ່ສ້າງອົງການຈັດຕັ້ງກໍາມະບານໃຫ້ມີຄວາມໜັກແໜ້າເຂັ້ມແຂງ, ການເຄື່ອນໄຫວໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງກົມກອງ ແລະ ຖືກຕ້ອງຕາມທິດຊີ້ນໍາຂອງຂັ້ນເທິງ, ກໍ່ສ້າງບໍາລຸງພະນັກງານກໍາມະບານ ໃຫ້ມີຄວາມຮູ້ ຄວາມສາມາດໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານກໍາມະບານ, ສູ້ຊົນເຮັດໃຫ້ສະມາຊິກກໍາມະບານເຊື່ອມຊຶມຢ່າງເລິກເຊິ່ງ ບັນດາວຽກງານທີ່ພົວພັນເຖິງການປົກປ້ອງສິດຜົນປະໂຫຍດ, ວຽກງານກອງທຶນ, ວຽກງານກວດກາ, ວຽກງານພົວພັນ ແລະ ຮັບຮູ້ເຂົ້າໃຈວຽກງານຍຸດທະສາດຫັນລົງກໍ່ສ້າງຮາກຖານການເມືອງ. ໃນໂອກາດວັນສ້າງຕັ້ງກໍາມະບານລາວ ຄົບຮອບ 69 ປີ, ສະຫາຍ ພັນເອກ ບຸນຄ່ອງ ອຸດທະຈັນດີ ໄດ້ຕາງໜ້າໃຫ້ອົງການຈັດຕັ້ງກໍາມະບານແຕ່ລະຂັ້ນໃນກອງທັບ ຂໍຈົດຈໍາບຸນຄຸນຂອງພັກ ແລະ ອວຍພອນໄຊອັນປະເສີດແດ່ການນໍາພັກ-ລັດ, ຄະນະນໍາກະຊວງປ້ອງກັນປະເທດ, ຄະນະນໍາກໍາມະບານລາວ ຕະຫຼອດເຖິງສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານໃນຖັນແຖວກອງທັບ ຈົ່ງມີສຸຂະພາບສົມບູນແຂງແຮງ, ມີຜົນສໍາເລັດໃນໜ້າທີ່ວຽກງານ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ສືບຕໍ່ເປັນຫຼັກແຫຼ່ງໃນການນໍາພາ-ຊີ້ນໍາ ປະເທດຊາດ ກໍຄືອົງການຈັດຕັ້ງກຊາມະບານລາວ ເວົ້າລວມ, ເວົ້າສະເພາະ ອົງການຈັດຕັ້ງກໍາມະບານກອງທັບ ໃຫ້ນັບມື້ເຕີບໃຫຍ່, ເຂັ້ມແຂງ ແລະ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ