ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ກົມໃຫຍ່ພະລາທິການກອງທັບ ປະກາດການອະນຸມັດໃຫ້ນາຍທະຫານ ພັກການ ຮັບບໍານານ
ເວລາອອກຂ່າວ: 2025-02-07 12:59:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3346 | ຄວາມນິຍົມ:



ວັນທີ 7 ກຸມພາ 2025 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດພິທີ ປະກາດການອະນຸມັດໃຫ້ນາຍທະຫານຂັ້ນນໍາພາ-ບັນຊາ ຢູ່ກົມໃຫຍ່ພະລາທິການກອງທັບ ພັກການ ຮັບບໍານານ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ຄະນະພັກອົງການກົມໃຫຍ່ພະລາທິການ, ບັນດາກົມ, ຫ້ອງການ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງ ແລະ ນາຍທະຫານຜູ້ທີ່ໄດ້ນັບນະໂຍບາຍ ພັກການ ຮັບບໍານານເຂົ້າຮ່ວມ. ສະຫາຍ ພັນໂທ ທອງຈັນ ພົງສີພັນ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ກົມໃຫຍ່ພະລາທິການກອງທັບ ພັກການ ຮັບບໍານານ, ອີງຕາມ ກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ໃນພາກທີ III ໝວດທີ 1 ມາດຕາ 33 ວ່າດ້ວຍອາຍຸກະສຽນຮັບບໍານານ ຂອງນາຍທະຫານ, ອີງຕາມ ການສະເໜີ ຂອງກົມໃຫຍ່ພະລາທິການກອງທັບ ແລະ ອີງຕາມ ການຄົ້ນຄວ້ານໍາສະເໜີ ຂອງກົມໃຫຍ່ການເມືອງກອງທັບ. ກະຊວງປ້ອງກັນປະເທດ ຕົກລົງອະນຸມັດໃຫ້ ພັນໂທ ເຢ ເຮີ ຮອງຫົວໜ້າກົມນໍ້າມັນເຊື້ອໄຟ, ພັນໂທ ນາງ ຄໍານ້ອຍ ບຸນຍົງ ຫົວໜ້າພະແນກຄຸ້ມຄອງລາຍຈ່າຍວິຊາການ ກົມເງິນ, ພັນໂທ ສົມຊາຍ ແສງຕາວັນ ຊ່ວຍວຽກຂະແໜງອຸປະໂພກ-ບໍລິໂພກ ໂຮງງານເກີບທັນວາກອງທັບ, ພັນໂທ ນາງ ໜູທອງ ຊຸມພົນພັກດີ ຮອງຫົວໜ້າແຜນການ-ສັງລວມ, ພັນໂທ ນາງ ບົວໄລ ອິນທະຈັກ ຫົວໜ້າຂະແໜງຄຸ້ມອົກຊີແຊນຢາລະເຫີຍອາຍ ແລະ ພັນໂທ ນາງ ຂວັນຄໍາ ຊ່ວຍວຽກພະແນກການເມືອງ ກອງສາງຢາ ແລະ ອຸປະກອນການແພດກອງທັບ ພັກການ ຮັບບໍານານ. ໂອກາດນີ້, ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ໄດ້ສະເເດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດທີ່ບັນດາສະຫາຍໄດ້ເອົາໃຈໃສ່ປະຕິບັດຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນເອງ ທີ່ການຈັດຕັ້ງກົມກອງ ກໍຄືພັກ-ລັດມອບໝາຍໃຫ້ຢ່າງສົມກຽດ, ປະກອບສ່ວນອັນສໍາຄັນທາງດ້ານມັນສະໝອງ, ເຫື່ອແຮງ ແລະ ສຸມທຸກສະຕິປັນຍາຂອງຕົນເອງເຂົ້າໃນວຽກງານຂະບວນການຕ່າງໆ ຂອງກົມກອງຢ່າງມີຜົນສໍາເລັດຈົບງາມຕະຫຼອດມາ, ບັນດາສະຫາຍຜູ້ທີ່ໄດ້ຮັບນະໂຍບາຍ ພັກການ ຮັບບໍານານໃນຄັ້ງນີ້, ໃຫ້ເຂົ້າໃຈວ່າ ແມ່ນກຽດສັກສີອັນສູງສົ່ງ ແລະ ເປັນການປະຕິບັດຂໍ້ກໍານົດ, ກົດລະບຽບຂອງກອງທັບປະຊາຊົນລາວວາງອອກ ເມື່ອຮອດອາຍຸກະສຽນບໍານານ ທຸກຄົນຕ້ອງໄດ້ປະຕິບັດຕາມລະບຽບກົດໝາຍທີ່ວາງໄວ້. ໂດຍ: ຄໍາປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ