
ສຸມໃສ່ແກ້ໄຂບັນຫາການປະລະການຮຽນ ແລະ ພາວະຂາດແຄນຄູສອນຢູ່ເຂດຫ່າງໄກສອກຫຼີກ
ເວລາອອກຂ່າວ: 2025-02-14 09:03:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 4037 | ຄວາມນິຍົມ:
ວຽກງານການສຶກສາເປັນ ວຽກງານໃຈກາງໃນການພັດ ທະນາຊັບພະຍາກອນມະນຸດ ແລະ ສົ່ງເສີມໃຫ້ພົນລະເມືອງ ເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ສະເໝີພາບ ແລະ ເທົ່າທຽມກັນ ລະຫວ່າງ ຕົວເມືອງ ແລະ ຊົນນະບົດ, ແຕ່ຢ່າງໃດກໍຕາມ ເນື່ອງຈາກສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາໄພທຳມະຊາດ ລວມທັງບັນດາປະກົດການຫຍໍ້ທໍ້ ແລະ ປັດໄຈດ້ານອື່ນໆ ທີ່ເກີດຂຶ້ນໃນປັດຈຸບັນ ໄດ້ສົ່ງຜົນກະທົບເຮັດໃຫ້ອັດຕາການປະລະການຮຽນຂອງນັກຮຽນ ແລະ ການຂາດແຄນຄູສອນ ໂດຍສະເພາະ ແມ່ນຢູ່ເຂດຫ່າງໄກສອກຫຼີກ ມີອັດຕາທີ່ສູງຂຶ້ນ. ຕໍ່ກັບບັນຫາດັ່ງກ່າວ, ພັກ-ລັດຖະບານ ໄດ້ຮີບຮ້ອນແກ້ໄຂ ໂດຍສຸມກຳລັງແຮງສ້າງທຸກເງື່ອນໄຂ ເພື່ອໃຫ້ທຸກຄົນໄດ້ເຂົ້າເຖິງການສຶກສາ, ເພື່ອເປັນການຜັນຂະຫຍາຍບັນດາມະຕິ, ຄຳສັ່ງ ຂອງຂັ້ນເທິງໃຫ້ເປັນຮູບປະທຳ ດັ່ງນັ້ນ, ກະຊວງປ້ອງກັນປະເທດສົມທົບກັບກະຊວງສຶກ ສາທິການ ແລະ ກິລາ ຈຶ່ງໄດ້ເປີດເຝິກອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ແກ່ພະນັກງານ-ນັກຮົບກຳ ລັງປ້ອງກັນຊາດ ເພື່ອໄປຊ່ວຍ ສິດສອນຢູ່ເຂດຊົນນະບົດ, ຫ່າງ ໄກສອກຫຼີກ ໃນລະຫວ່າງວັນທີ 7-14 ກຸມພາ 2025 ນີ້, ຢູ່ທີ່ວິທະຍາໄລຄູສະຫວັນນະເຂດ.
ສະຫາຍ ພັນໂທ ຄຳພັນ ອິນລາວົງ ຫົວໜ້າພະແນກວັດຖຸ ກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມທິດຊີ້ນຳຂອງສອງກະຊວງ ຄື: ກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ ໃນການຮ່ວມມືພັດທະນາວຽກງານການສຶກສາທົ່ວປະເທດ ກໍຄື ການແກ້ໄຂບັນຫາຄູອາສາສະໝັກ, ບັນຫາຄູສອນບໍ່ພຽງພໍໃນເຂດຊົນນະບົດ, ຫ່າງໄກສອກຫຼີກ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດຢູ່ແຂວງສະຫວັນນະເຂດ, ກຳນົດເອົາເມືອງເຊໂປນເປັນເມືອງທຳອິດ ເພື່ອເປັນເມືອງຕົ້ນແບບໃນການຈັດຕັ້ງປະຕິບັດຢູ່ບັນດາແຂວງ ແລະ ເມືອງເປົ້າໝາຍຕ່າງໆ ໃນທົ່ວປະເທດ. ພາຍຫຼັງທີ່ໄດ້ລົງເກັບກຳຂໍ້ມູນສະຖິຕິຄູສອນ, ນັກຮຽນ ແລະ ໂຮງຮຽນຊັ້ນປະຖົມທີ່ຂາດແຄນຄູສອນ ພ້ອມທັງປຸກລະດົມຄູອາສາສະໝັກ ທີ່ສອນມາຫຼາຍປີໃຫ້ເຂົ້າເປັນທະຫານ ເພື່ອເຮັດໜ້າທີ່ໃນການສິດສອນປົກກະຕິ, ສ່ວນນະໂຍບາຍຕໍ່ຄູອາສາທີ່ເຂົ້າເປັນທະຫານແລ້ວນັ້ນ ແມ່ນຈະໄດ້ຮັບນະໂຍບາຍຕາມລະບຽບຫຼັກການຂອງກອງທັບ ເປັນຕົ້ນແມ່ນ ນະໂຍບາຍທຽບຊັ້ນ, ການ ເລື່ອນຊັ້ນ ແລະ ເລື່ອນຂັ້ນຕ່າງໆ. ການລະດົມຄັ້ງນີ້ບັນດາຄູອາສາສະໝັກແຕ່ລະຈຸດສຸມ ກໍມີຄວາມສະໝັກໃຈ ແລະ ດີໃຈ ຕໍ່ກັບແນວທາງນະໂຍບາຍຂອງພັກ-ລັດ ໃນການແກ້ໄຂບັນຫາຄູອາ ສາມາຫຼາຍປີ ພ້ອມທັງຍັງເປັນການແກ້ໄຂບັນຫາການປະລະການຮຽນຂອງນັກຮຽນໃນເຂດຊົນນະບົດ, ຫ່າງໄກສອກຫຼີກໃຫ້ຫຼຸດລົງເທື່ອລະກ້າວ.
ສະຫາຍ ພັນໂທ ຄຳພັນ ອິນລາວົງ ຍັງໄດ້ກ່າວຕື່ມວ່າ: ປັດຈຸບັນນີ້, ກະຊວງປ້ອງກັນປະເທດໄດ້ສົມທົບກັບກະຊວງສຶກສາທິການ ແລະ ກິລາ ພວມດຳເນີນການອົບຮົມວິຊາຄູຊັ້ນປະ ຖົມສຶກສາໃຫ້ແກ່ພະນັກງານ-ນັກຮົບ ເພື່ອໄປຊ່ວຍສິດສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ 1, ຢູ່ທີ່ວິທະຍາໄລຄູສະຫວັນນະເຂດ, ໂດຍໄດ້ຄັດເລືອກເອົາ ພະນັກງານ-ນັກຮົບຜູ້ທີ່ມີເງື່ອນ ໄຂຈາກບັນດາກອງປະຕິບັດງານ, ກອງຮ້ອຍທະຫານຊາຍແດນທີ່ຂຶ້ນກັບກອງບັນຊາການທະຫານແຂວງພາກກາງ ແລະ ພາກໃຕ້ເຂົ້າຮ່ວມ. ຈຸດປະສົງ, ກໍເພື່ອແນໃສ່ຍົກລະດັບວິຊາຄູໃຫ້ນາຍ ແລະ ພົນທະຫານ ມີຄວາມຮູ້ຄວາມສາມາດ, ຊຳນິຊຳນານໃນການສິດສອນ, ທັງເປັນການຍົກສູງຄຸນນະພາບ, ຖືກຕ້ອງຕາມຫຼັກວິຊາຄູ, ແນໃສ່ເຮັດໃຫ້ແຕ່ລະສະຫາຍຮູ້ຫຼັກວິຊາຄູ, ຮູ້ສ້າງແຜນການ, ຮູ້ບາດກ້າວດຳເນີນການສອນ, ການສົ່ງຄວາມຮູ້, ການແຕ່ງບົດສອນ ແລະ ອື່ນໆ ທີ່ພົວພັນເຖິງການຮຽນ-ການສອນ ແລະ ຜູ້ທີ່ຖືກຊັບຊອນໄປເຮັດໜ້າທີ່ຊ່ວຍສອນນັ້ນ ຈະໄດ້ຮັບເງິນອຸດໜູນ 70% ຂອງເງິນ ເດືອນ ຈາກກະຊວງສຶກສາທິການ ແລະ ກິລາ.
ບັນຫາການປະລະການຮຽນ ຂອງນັກຮຽນ ແລະ ການຂາດ ແຄນຄູສອນຢູ່ເຂດຫ່າງໄກສອກ ຫຼີກ ຖືເປັນບັນຫາສຳຄັນທີ່ຕ້ອງໄດ້ຮີບຮ້ອນແກ້ໄຂ ແລະ ການແກ້ໄຂບໍ່ແມ່ນໜ້າທີ່ຂອງໃຜຜູ້ ໃດຜູ້ໜຶ່ງ ແຕ່ແມ່ນໜ້າທີ່ລວມຂອງໝົດທຸກຄົນໃນຊາດ ທີ່ຈະຕ້ອງໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ ທັງເປັນເຈົ້າການໃນການປຸກລະດົມລູກຫຼານໃນໄວຮຽນ ໃຫ້ເຫັນໄດ້ເຖິງຄວາມສຳຄັນຂອງການສຶກສາ ເພາະບັນຫາດັ່ງກ່າວນີ້ ຈະສົ່ງຜົນກະທົບໂດຍກົງຕໍ່ການພັດ ທະນາຊັບພະຍາກອນມະນຸດ, ພັດທະນາລະບົບການສຶກສາ ກໍຄື ການພັດທະນາປະເທດຊາດ ໃນອະນາຄົດ.
ໂດຍ: ຈິດ ເພັດພູທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ