
ລັດຖະມົນຕີກະຊວງປ້ອງກັນປະເທດ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດຄໍາໄຊ-ຢິງຊີນ ຈຳກັດ
ເວລາອອກຂ່າວ: 2025-02-14 15:49:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5582 | ຄວາມນິຍົມ:
ວັນທີ 13 ກຸມພາ 2025 ນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດຄໍາໄຊ-ຢິງຊີນ ຈໍາກັດ ໂດຍມີສະຫາຍ ເສິນຫາວ ຫົວໜ້າອໍານວຍການບໍລິສັດຄໍາໄຊ-ຢິງຊີນ ພ້ອມຄະນະ ແລະ ພະນັກງານບໍລິສັດໃຫ້ການຕ້ອນຮັບ.
ສະຫາຍ ພັນໂທ ແກ້ວ ດວງສະຫວັນ ຮອງອໍານວຍການບໍລິສັດ ຄໍາໄຊ-ຢິງຊີນ ຈຳກັດ ໄດ້ລາຍງານທີ່ຕັ້ງ, ພາລະບົດບາດ, ປະຫວັດຄວາມເປັນມາຂອງບໍລິສັດໂດຍຫຍໍ້ ເຊິ່ງບໍລິສັດຄໍາໄຊ-ຢິງຊີນ ຈໍາກັດ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 27 ທັນວາ 2017, ເປັນວິສາຫະກິດປະເພດອຸປະກອນລະເບີດພົນລະເຮືອນທີ່ໄດ້ຮັບການຮ່ວມມືກັບກົມໃຫຍ່ເຕັກນິກກອງທັບ ກະຊວງປ້ອງກັນປະເທດ, ບໍລິສັດໄດ້ທຳການຜະລິດ, ຈຳໜ່າຍ, ຂົນສົ່ງ, ຊີເຈາະຈູດລະເບີດ ທີ່ມີການເຊື່ອມໂຍງກັນໃນສາຍດຽວກັນ, ບັນດາຜະລິດຕະພັນປະກອບມີ: ລະເບີດອິມູເຊີນ, ທາດລະເບີດອານໂຟ, ແກັບໄຟຟ້າ, ແກັບທໍ່ຢາງ ແລະໄດ້ເລີ່ມຜະລິດມາແຕ່ປີ 2021-2023 ໃນນັ້ນ, ຜະລິດລະເບີດອິມູເຊີນ ໄດ້ທັງໝົດ 12.357 ໂຕນ, ທາດລະເບີດອານໂຟໄດ້ທັງໝົດ 4.793 ໂຕນ, ໃນປີ 2024 ຜະລິດລະເບີດອິມູເຊີນ ໄດ້ 15.888 ໂຕນ ແລະ ທາດລະເບີດອານໂຟ ໄດ້ 5.581 ໂຕນ.
ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານໃນດ້ານຕ່າງໆທີ່ບໍລິສັດຄໍາໄຊ-ຢີງຊີນ ຈໍາກັດ ມີຜົນສໍາເລັດເປັນກ້າວໆໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກໃຫ້ບໍລິສັດ ຈົ່ງເພີ່ມທະວີເອົາໃຈໃສ່ໃນການຂະຫຍາຍກໍາລັງການຜະລິດໃຫ້ໄດ້ຫຼາຍເພີ່ມຂຶ້ນ ເພື່ອຕອບສະໜອງໃຫ້ສັງຄົມໄດ້ໃຊ້ພຽງພໍເຂົ້າໃນອຸດສາຫະກໍາຕ່າງໆ ຕາມທ່າແຮງບົ່ມຊ້ອນທີ່ມີ. ພ້ອມນັ້ນ ກໍໃຫ້ສືບຕໍ່ອອກແຮງແຂ່ງຂັນກັນສ້າງຜົນງານປະກອບສ່ວນເຂົ້າໃນໜ້າທີ່ວິຊາສະເພາະຂອງຕົນເອງ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ແລະ ພ້ອມກັນພັດທະນາບໍລິສັດໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ