ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ກອງພັນ​ໃຫຍ່ 703 ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ
ເວລາອອກຂ່າວ: 2025-02-17 09:25:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 774 | ຄວາມນິຍົມ:



ວັນ​ທີ 12 ກຸມພາ 2025, ກອງພັນ​ໃຫຍ່ 703 ໄດ້​ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ​ໃຫ້ພະນັກງານ​ພັກ​ການ​ຮັບ​ບຳນານ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ເພັງ​ຄຳ​ສຸກ ຂຸນ​ສັກດາ ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 703, ມີ​ຄະນະ​ພັກ-ຄະນະ​ບັນຊາ ຕະຫຼອດ​ຮອດ ພະນັກງານ​ທີ່​ກ່ຽວ ຂ້ອງ ແລະ ພະນັກງານ​ພັກ​ການ​ຮັບ​ບຳນານ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຈັນທະ​ພອນ ວັນນາ​ຈິດ ຊ່ວຍ​ວຽກ​ຂະແໜງ​ພະນັກງານ ກອງພັນ​ໃຫຍ່ 703 ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ນາຍ​ທະຫານພັກ​ການຮັບ​ບຳນານ ຈຳນວນ 11 ສະຫາຍ ລວມ ​ເປັນ​ເງິນ​ທັງ​ໝົດ 287.826.000 ກີບ ໃຫ້​ແກ່​ພະນັກງານ​ພັກ​ການ​ຮັບ​ບຳນານ ເປັນ​ເງິນ​ກ້ອນ​ໜຶ່ງ ເພື່ອ​ ເປັນ​ການ​ປະກອບສ່ວນ​ເຂົ້າໃນການ​ສ້າງ​ເສດຖະກິດ​ຄອບຄົວ. ສະຫາຍ ພັນ​ເອກ ເພັງ​ຄຳ​ສຸກ ຂຸນ​ສັກດາ ໄດ້​ສະແດງ​ຄຳ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ ທີ່​ພະນັກງານ​ພັກ​ການ​ຮັບ​ບຳນານ ໄດ້​ປະກອບ ສ່ວນ​ອຸທິດ​ເຫື່ອແຮງ ແລະ ສຸມ​ທຸກ ​ສະຕິ​ປັນຍາ ເພື່ອ​ເປັນ​ການ​ປະ ກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປະ ຕິວັດ ແລະ ເຮັດ​ໜ້າທີ່​ອັນ​ສຳຄັນ​ຂອງ​ປະເທດ​ຊາດ​ມອບ​ໝາຍ​ໃຫ້​ດ້ວຍ​ຄວາມ​ມານະ​ອົດທົນ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້ ພະນັກງານ​ທີ່​ພັກ​ການ​ຮັບ​ບຳນານ ຈົ່ງ​ພ້ອມ​ ກັນ​ສືບຕໍ່​ເຮັດ​ໜ້າທີ່​ສຶກ​ສາ​ອົບຮົມ​ວຽກ​ງານ​ການເມືອງ-ນຳພາ​ແນວຄິດ​ໃຫ້​ລູກ​ຫຼານ​ປະຊາຊົນ​ຢູ່​ຮາກ​ຖານ​ທ້ອງຖິ່ນ​ໃຫ້​ເຂົ້າໃຈ​ຕໍ່​ແນວທາງ​ນະໂຍບາຍ​ປ່ຽນແປງ​ໃໝ່​ຂອງ​ພັກ, ປະກອບສ່ວນ​ເຂົ້າ​ໃນ​ໜ້າທີ່​ວຽກ​ງານ​ສ້າງສາ​ເສດ ຖະກິດ​ຄອບຄົວ​ໃຫ້​ເປັນ​ຄອບຄົວ​ທີ່​ອຸດົມສົມບູນ​ໃນ​ສັງຄົມ ແລະ ເປັນ​ປະໂຫຍດ​ສູງ​ສຸດ. ໂດຍ: ກອງ​ສີ ຈັນ​ເມືອງ​ຊຽງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ