
ກອງບັນຊາການທະຫານແຂວງຫຼວງພະບາງ ສ້າງຂະບວນການແຂ່ງຂັນ ນັກຮ້ອງສຽງດີ
ເວລາອອກຂ່າວ: 2025-02-17 09:34:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 980 | ຄວາມນິຍົມ:
ໃນຕົ້ນເດືອນກຸມພາຜ່ານ ມານີ້, ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ສ້າງຂະບວນການແຂ່ງຂັນນັກຮ້ອງສຽງດີ, ເພື່ອຂໍ່ານັບຮັບຕ້ອນກອງປະ ຊຸມໃຫຍ່ ຄັ້ງທີ VIII ຂອງອົງ ຄະນະພັກ ກອງບັນຊາການທະ ຫານແຂວງ, ໂດຍການເຂົ້າຮ່ວມຂອງສະຫາຍ ພັນເອກ ວິລະສິນ ມິດຕະພອນ ຫົວໜ້າຫ້ອງການ ເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ, ມີຄະນະພັກ-ຄະນະບັນຊາອົງການ, ກົມກອງຮາກຖານ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມຮັບຊົມ.
ສະຫາຍ ພັນເອກ ວິລະສິນ ມິດຕະພອນ ໄດ້ກ່າວວ່າ: ການສ້າງຂະບວນການແຂ່ງຂັນນັກ ຮ້ອງສຽງດີໃນຄັ້ງນີ້ ແມ່ນເພື່ອ ເປັນການສ້າງຜົນງານໄວ້ຂໍ່າ ນັບຮັບຕ້ອນ ວັນສຳຄັນທາງປະ ຫວັດສາດຂອງຊາດ, ຂອງພັກ, ໂດຍສະເພາະແມ່ນຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ກອງບັນຊາການທະຫານແຂວງຫຼວງພະບາງ ທີ່ຈະໄຂຂຶ້ນໃນມໍ່ໆນີ້ ໃຫ້ມີ ບັນຍາກາດເບີກບານມ່ວນຊື່ນ ແລະ ມີເນື້ອໃນຄວາມໝາຍເລິກ ເຊິ່ງ.
ການແຂ່ງຂັນຄັ້ງນີ້, ມີນັກຮ້ອງສຽງດີຈາກບັນດາກົມກອງອ້ອມຂ້າງ ກອງບັນຊາການທະຫານແຂວງເຂົ້າຮ່ວມປະກວດທັງໝົດ 12 ສະຫາຍ, ການແຂ່ງຂັນ ໄດ້ດຳເນີນໄປດ້ວຍບັນຍາກາດຄຶກຄື້ນ ແລະ ມີຄວາມເບີກບານມ່ວນຊື່ນ. ຜ່ານການແຂ່ງຂັນຕົວຈິງ ໄດ້ຮັບລາງວັນປະເພດທີ I ແມ່ນ ສະຫາຍ ສິບໂທ ນາງ ເນັ່ງຊົ່ງ ຈາກຫ້ອງເຕັກນິກ ໃນບົດເພງ ເມືອງລາວມີພັກນຳພາ, ປະເພດທີ II ແມ່ນ ສະຫາຍ ພັນຕີ ນາງ ວັນນະກາ ແກ້ວແພງໄລ ຈາກກອງຮ້ອຍ 226 ໃນບົດເພງ ວຽງໄຊເມືອງງາມ, ປະເພດທີ III ແມ່ນ ສະຫາຍ ສິບເອກ ເຫຼັກ ທັນຍາສິດ ຈາກຫ້ອງພະລາທິການ ໃນບົດເພງ ລາຕີແນວໜ້າ. ພາຍຫຼັງສຳເລັດການແຂ່ງຂັນ ກໍໄດ້ມອບຂອງຂວັນລາງວັນໃຫ້ນັກຮ້ອງສຽງດີ ທີ່ໄດ້ຮັບລາງວັນແຕ່ລະປະເພດ ຢ່າງສົມກຽດ.
ໂດຍ: ບຸນເພັງ ວົງແກ້ວມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ