ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ຫົວໜ້າອໍານວຍໂຮງງານປະສານເຫຼົ່າພາກກາງ ຕ້ອນຮັບການຢ້ຽມຢາມ ຂອງອະດີດຫົວໜ້າກົມອຸດສາຫະກໍາປ້ອງກັນຊາດ
ເວລາອອກຂ່າວ: 2025-02-17 12:06:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1011 | ຄວາມນິຍົມ:



ວັນທີ 13 ກຸມພາ 2025 ນີ້, ສະຫາຍ ພັນເອກ ສອນວິໄລ ປັນຍາສິດ ຫົວໜ້າອໍານວຍການໂຮງງານປະສານເຫຼົ່າພາກາງ ພ້ອມຄະນະ ໄດ້ຕ້ອນຮັບການຢ້ຽມຢາມ ຂອງສະຫາຍ ພົນຈັດຕະວາ ນິກອນ ແກ້ວພັນໄຕ ພະນັກງານບໍານານ, ອະດີດຫົວໜ້າກົມອຸດສາຫະກໍາປ້ອງກັນຊາດ ພ້ອມຄອບຄົວ, ສະຫາຍ ພັນເອກ ບຸນຖອງ ພົມມະໄຊ ພະນັກງານບໍານານ ອະດີດຫົວໜ້າກົມເຕັກນິກເຫຼົ່າຮົບ ພ້ອມຄອບຄົວ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນເອກ ສອນວິໄລ ປັນຍາສິດ ໄດ້ລາຍງານໃຫ້ຮູ້ວ່າ: ຜ່ານມາ, ຄະນະພັກ-ຄະນະອໍານວຍການໄດ້ເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດ ເຊິ່ງໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ເຮັດໃຫ້ພະນັກງານ-ນັກຮົບ ຮັບຮູ້ເຂົ້າໃຈ, ເຊື່ອມຊຶມ ແລະ ກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມີຄວາມສາມັກຄີພາຍໃນໝູ່ຄະນະຢ່າງໜັກແໜ້ນ, ປະຕິບັດໜ້າທີ່ວິຊາສະເພາະສ້ອມແປງລົດ, ສ້ອມແປງອາວຸດ, ປັບປຸງກຳລັງເຕັກນິກ ຂອງກົມກອງ ໃຫ້ມີຄວາມຊໍານານ ເຂັ້ມແຂງ, ມີແບບແຜນທັນສະໄໝ. ຄຽງຄູ່ກັບການເຮັດໜ້າທີ່ວິຊາສະເພາະ ຍັງໄດ້ປູກຝັງ-ລ້ຽງສັດ ຊອກແຫຼ່ງລາຍຮັບ ແກ້ໄຂຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບໃຫ້ດີຂຶ້ນເປັນກ້າວໆ. ພ້ອມດຽວກັນນັ້ນ, ໄດ້ສະແດງຄວາມຢື້ຢາມຖາມຂ່າວຊີວິດສ່ວນຕົວ ແລະ ຄອບຄົວ ດ້ວຍຄວາມຫ່ວງໃຍໄມຕີຈິດມິດຕະພາບ ພ້ອມທັງ ມອບກະຕ່າຂອງຂວັນ ໃຫ້ບັນດາສະຫາຍອະດີດການນໍາ ຂອງກົມ ທີ່ຂຶ້ນກັບ ກົມໃຫຍ່ເຕັກນິກກອງທັບ ທີ່ໄດ້ປະກອບສ່ວນໜ້າທີ່ປ້ອງກັນຊາດອັນສູງສົ່ງທີ່ມີກຽດສະຫງ່າງາມ ເຫັນໄດ້ເຖິງມູນເຊື້ອຜົນງານຫຼາຍດ້ານໃນການນຳພາ-ຊີ້ນຳ ສ້າງສາພັດທະນາກົມກອງ ໃຫ້ມີຜົນສໍາເລັດໜ້າທີ່ການເມືອງ ທີ່ພັກ-ລັດ ມອບໝາຍໃຫ້ເປັນຢ່າງດີ ພ້ອມທັງ ອວຍພອນໄຊອັນປະເສີດ ໃຫ້ມີຄວາມສຸກກາຍສະບາຍໃຈ, ມີສຸຂະພາບແຂງແຮງ, ສືບຕໍ່ເປັນຜູ້ນໍາສຶກສາອົບຮົມ ແລະ ເປັນແວ່ນແຍງໃຫ້ ພະນັກງານ-ນັກຮົບ ຮຸ່ນສືບທອດ ໄດ້ນໍາເອົາຜົນງານມູນເຊື້ອອັນດີງາມ ມາເປັນບົດຮຽນທີ່ລໍ້າຄ່າ ເພື່ອນໍາມາຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຕົວຈິງ. ໂດຍ: ຄຳສຸກ ວິໄລວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ