ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ມອບ​ຊີມັງ ໃຫ້​ກອງຮ້ອຍ​ທະຫານ​ຊາຍ​ແດນ 154 ແຂວງ​ໄຊ​ຍະ​ບູ​ລີ
ເວລາອອກຂ່າວ: 2025-02-18 08:54:31 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1151 | ຄວາມນິຍົມ:



ໃນ​ບໍ່​ດົນ​ຜ່ານ​ມາ​ນີ້, ສະຫາຍ ພັນ​ເອກ ບຸນ​ຍອງ ດວງ​ດີ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ແລະ ສະຫາຍ ພັນ​ເອກ ອຳ​ພັນ ໄຊ​ຍະ​ສຸບັນ ຮອງ​ຫົວໜ້າ​ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ ໄດ້​ນຳ​ເອົາ​ຊີມັງ ຈຳນວນ 2 ໂຕນ ໄປ​ມອບ​ໃຫ້​ກອງຮ້ອຍ​ທະຫານ​ຊາຍ​ແດນ 154 ແຂວງ​ໄຊ​ຍະ​ບູ​ລີ, ຕາງໜ້າ​ກ່າວ​ມອບ​ໂດຍ ສະຫາຍ ພັນ​ເອກ ບຸນ​ຍອງ ດວງ​ດີ ກ່າວ​ຮັບ​ໂດຍ​ ສະຫາຍ ຮ້ອຍ​ເອກ ເກົ້າ ທໍ່ ຫົວໜ້າ​ການເມືອງ ກອງຮ້ອຍ​ທະຫານ​ຊາຍ​ແດນ 154 ແຂວງ​ໄຊ​ຍະ​ບູ​ລີ ພ້ອມ​ດ້ວຍ​ຄະນະ. ໂອກາດ​ນີ້, ສະຫາຍ ຮ້ອຍເອກ ເກົ້າ ທໍ່ ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈ ມາ​ຍັງ ສະຫາຍຫົວໜ້າ​ການ​ທະຫານກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ແລະ ສະຫາຍຮອງ​ຫົວໜ້າ​ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ ທີ່​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ ບິ​ແບ່ງ​ທຶນ​ຮ່ອນ ແລະ ວັດຖຸ​ປັດ​ໄຈ ມາ​ມອບ​ຊ່ວຍເຫຼືອ​ໃນ​ຄັ້ງ​ນີ້ ພ້ອມ​ທັງ, ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ນຳ​ເອົາ​ວັດຖຸ​ປັດ​ໄຈ​ດັ່ງກ່າວໄປ​ໝູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ລວມ​ຂອງ​ກົມ​ກອງ ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ. ໂດຍ: ສົມ​ຈີນ; ຂໍ້​ມູນ: ເກົ້າ ທໍ່



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ