
ສະຫະພັນແມ່ຍິງກອງພັນໃຫຍ່ 605 ກໍແມ່ນພາກສ່ວນໜຶ່ງ ທີ່ນຳສິນຄ້າມາວາງຂາຍງານຕະຫຼາດນັດສະຫະພັນແມ່ຍິງກອງທັບ
ເວລາອອກຂ່າວ: 2025-02-18 08:55:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1270 | ຄວາມນິຍົມ:
ສະຫາຍ ພັນຕີ ນາງ ທິບສົມບູນ ຊາມົນຕີ ໜ້າທີ່ຮັບຜິດຊອບແພດອົງການ ກອງພັນໃຫຍ່ 605 ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມກອງທັບວ່າ: ຫຼັງຈາກຫ້ອງການສະຫະພັນແມ່ຍິງກອງທັບ ມີແຈ້ງການໄປເຖິງບັນດາກົມກອງນຳສິນຄ້າທີ່ຜະລິດມາວາງຂາຍຢູ່ ງານຕະຫຼາດນັດສະຫະພັນແມ່ ຍິງກອງທັບ ທາງພວກເຮົາກໍມີ ຄວາມຮູ້ສຶກດີໃຈຫຼາຍ ເພາະ ໄດ້ເປັນສ່ວນໜຶ່ງໃນການເຂົ້າຮ່ວມງານຕະຫຼາດນັດ ໃນຄັ້ງນີ້ ດັ່ງນັ້ນ ສະຫະພັນແມ່ຍິງກອງພັນໃຫຍ່ ຈຶ່ງໄດ້ຈັດຕັັ້ງເອື້ອຍນ້ອງແມ່ຍິງມາຮ່ວມຂາຍສິນຄ້າໃນ ງານດັ່ງກ່າວຢ່າງເປັນຂະບວນ ຟົດຟື້ນ ໃນນີ້, ຮ້ານຂອງກອງພັນພວກເຮົາມີຫຼາຍຢ່າງທີ່ນຳມາວາງຂາຍ ເປັນຕົ້ນແມ່ນປະເພດຕຳເຊັ່ນ: ຕຳໝາກຫຸ່ງ, ຕຳເຂົ້າ ປຸ້ນ, ຕຳໝີ່ຕ່າງໆ, ເຂົ້າໜົມ ແລະ ເຄື່ອງດື່ມອື່ນໆ ພ້ອມນັ້ນ ກໍມີປະເພດເຂົ້າສານ, ໄຂ່ເປັດ, ໄຂ່ໄກ່, ພືດຜັກຕ່າງໆເປັນຕົ້ນ ເຮົາໃນນາມຕາງໜ້າໃຫ້ເອື້ອຍນ້ອງແມ່ຍິງກອງພັນໃຫຍ່ 605 ກໍເປັນຄອບຄົວໜຶ່ງທີ່ປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງ ໃນການເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມທິດນຳ 4 ປູກ 4 ລ້ຽງ ກົມໃຫຍ່ພະລາທິການກອງທັບ ວາງອອກ ໃຫ້ປະກົດຜົນເປັນຈິງ ໂດຍໃຊ້ເວລາຫວ່າງນອກໂມງການ, ວັນເສົາ ແລະ ວັນອາທິດ ພ້ອມກັບສະມາຊິກໃນຄອບຄົວຊ່ວຍກັນທຳການປູກຝັງ-ລ້ຽງສັດ ເປັນອາຊີບເສີມ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ ເຊິ່ງໃນນັ້ນ ປະເພດສັດລ້ຽງມີ: ງົວ, ຄວາຍ, ໝູ, ເປັດ,ໄກ່ ສ່ວນພືດຜັກ ກໍແມ່ນປູກພືດຜັກຕາມລະດູການ ແລະ ປູກເຂົ້າ ຜ່ານຈາກການປູກພືດຜັກ-ລ້ຽງສັດປະເພດຕ່າງໆໄດ້ຂາຍເຂົ້າເຮືອນຄົວລວມ ແລະ ຂາຍອອກຕະຫຼາດ ສະເລ່ຍມີລາຍຮັບ 45.000.000 ກີບ ຫາ 50.000.000 ກີບ ຕໍ່ປີ ດັ່ງນັ້ນ ຈຶ່ງເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນ ຄອບຄົວມີຢູ່ມີກິນເປັນກ້າວໆ ເຊິ່ງຜົນງານດັ່ງ ກ່າວໄດ້ກາຍເປັນແບບຢ່າງທີ່ດີໃຫ້ແກ່ເອື້ອຍນ້ອງໃນກອງພັນ ແລະ ໄດ້ຮັບການຍ້ອງຍໍຈາກສູນກາງສະຫະພັນແມ່ຍິງລາວ ແລະ ຫ້ອງການສະຫະພັນແມ່ ຍິງກອງທັບຈຳນວນຫຼາຍໃບ. ສະຫາຍ ພັນຕີ ນາງ ທິບສົມບູນ ຊາມົນຕີ ຍັງກ່າວຕື່ມວ່າ: ໃນຕໍ່ ໜ້າຈະສູ້ຊົນ ແລະ ເອົາໃຈໃສ່ໃນການລ້ຽງສັດໃຫ້ຫຼາຍຂຶ້ນ ແລະ ສຸມໃສ່ການປູກພືດຜັກຕາມລະດູການ ເພື່ອສົ່ງຂາຍເຂົ້າເຮືອນຄົວລວມ ຮັບປະກັນການແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກ ຮົບໃຫ້ດີຂຶ້ນ.
ໂດຍ: ສົມຄິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ