
ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ V ຂອງຄະນະພັກຮາກຖານ ຫ້ອງພະລາທິການ ທະຫານແຂວງຊຽງຂວາງ
ເວລາອອກຂ່າວ: 2025-03-14 09:36:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 7400 | ຄວາມນິຍົມ:
ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ V ຂອງຄະນະພັກຮາກຖານ ຫ້ອງພະລາທິການ ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 5 ມີນາ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ພົມມີ ໄຊຍະຈິດ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງພະລາທິການ, ມີ ສະຫາຍ ພັນເອກ ວັນທອງ ພົງສະຫວັນ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຊຽງຂວາງ, ມີຄະນະພັກ-ຄະນະບັນຊາອົງການ, ຄະນະຫ້ອງ, ພະນັກງານສະມາຊິກພັກທົ່ວຫ້ອງພະລາທິການ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.
ສະຫາຍ ພັນເອກ ພົມມີ ໄຊຍະຈິດ ໄດ້ຜ່ານບົດລາຍງານການເມືອງທັງ 2 ພາກ ຕະຫຼອດໄລຍະ 5 ປີຜ່ານມາ ຄະນະພັກຮາກຖານ ໄດ້ສຸມທຸກຄວາມສາ
ມາດ, ສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ນຳພາກົມກອງເຮັດໜ້າທີ່ການເມືອງດ້ວຍຄວາມຮັບຜິບຊອບສູງ, ເຊີດຊູບົດບາດ ຄວາມຮັບຜິດຊອບໃນການນຳພາ-ຊີ້ນຳ ຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ, ກົດໝາຍຂອງລັດ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກອງບັນຊາການທະຫານແຂວງຊຽງຂວາງ ແລະ ມະຕິຕ່າງໆຂອງຂັ້ນເທິງ. ຄະນະພັກຮາກຖານຫ້ອງພະລາທິການ ນອກຈາກການປະຕິບັດໜ້າທີ່ຕາມພາລະບົດບາດ ແລະ ເປັນເສນາທິການຮັບປະກັນພະລາທິການທົ່ວກຳລັງທ້ອງຖິ່ນແຂວງຊຽງຂວາງແລ້ວ ຍັງໄດ້ມີຜົນງານຫຼາຍດ້ານທີ່ພົ້ນເດັ່ນ ໂດຍສະເພາະແມ່ນວຽກງານເຮັດໃຫ້ສະພາບມີຄວາມສະຫງົບປອດໄພ ຕິດພັນກັບການຂະຫຍາຍພັກຢ່າງຕໍ່ເນື່ອງ ຮັກສາໄດ້ດ້ານປະລິມານ ແລະ ຄຸນນະພາບ ເຊິ່ງໄດ້ຮັບຮອງເປັນຄະນະພັກຮາກຖານປອດໃສ ປອດໄພ ປອດຄະດີ ປະເພດ I ໜຶ່ງສະໄໝ, ປະເພດ II ສອງສະໄໝ, ມີສະມາຊິກພັກແຂງທັງໝົດ 121 ສະຫາຍ, ກາງ 9 ສະຫາຍ, ຂະຫຍາຍມະຫາຊົນຜູ້ດີເດັ່ນກ້າວໜ້າ ເຂົ້າເປັນສະມາຊິກພັກໄດ້ 28 ສະຫາຍ, ເລື່ອນສຳຮອງ ຂຶ້ນສົມບູນ 26 ສະຫາຍ, ຮຽນສະໜັບສະໜູນ 12 ສະຫາຍ, ໄດ້ຄັດເລືອກພະນັງງານ-ນັກຮົບທີ່ມີເງື່ອນໄຂໄປຍົກລະດັບວິຊາສະເພາະຕ່າງໆທັງພາຍໃນ ແລະ ຕ່າງປະເທດ 15 ສະ
ຫາຍ, ວຽກງານບໍລິໂພກ ສະໜອງເຂົ້າກິນໃຫ້ບັນດາກົມກອງໄດ້ 6,625 ໂຕ່ນ, ຮັບນ້ຳມັນກາຊວນ ແລະ ແອັດຊັງໄດ້ 264,299 ລິດ, ຂົນສົ່ງໄດ້ 1.172 ຖ້ຽວ, ລົງເຜີຍແຜ່ວຽກງານກັນພະຍາດ ແລະ ອະນາໄມສິ່ງແວດລ້ອມ 45 ກົມກອງ, ເຂົ້າຮ່ວມບໍລິຈາກເລືອດ 8 ຄັ້ງໄດ້ເລືອດ 248 ຖົງ ໃນນີ້ຫ້ອງພະລາ 12 ຖົງ, ໄດ້ຊີ້ນຳຊຸກຍູ້ອົງການຈັດຕັ້ງມະຫາຊົນ ສາມາດສ້າງໄດ້ໜ່ວຍຊາວໜຸ່ມ 4 ບຸກ 3 ສະໄໝຊ້ອນ,ໜ່ວຍແມ່ຍິງ 3 ດີ 6 ສະໄໝຕິດຕໍ່ກັນ, ມີແມ່ຍິງ 3 ດີ 33 ສະຫາຍ, 2 ດີ 4 ສະຫາຍ, ຄອບຄົວດີ 31 ສະຫາຍ, ໄປຄຽງຄູ່ກັນນີ້, ຄະນະພັກ ຍັງໄດ້ຊີ້ນຳກອງຮ້ອຍວິຊາສະເພາະ ເຮັດໜ້າທີ່ຮັບປະກັນວຽກງານພະລາທິການ ໂດຍຖືເອົາການເພີ່ມພູນ, ປູກຝັງ-ລ້ຽງສັດ ເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງ ກ້າວໄປສູ່ການຜະລິດເປັນສິນຄ້າສ້າງແຫຼ່ງລາຍຮັບ, ລົງຊຸກຍູ້ບັນດາກົມກອງ ໃນການສ້າງພື້ນຖານພະລາທິການກັບທີ່ ຫັນມາກິນເຂົ້າລວມໝູ່ ຕາມທິດຊີ້ນຳຂອງຂັ້ນເທິງ. 5 ປີຜ່ານມາ ສາມາດຮັບປະກັນເຂົ້າກິນໄດ້ 100% ສະໜອງພືດຜັກເຂົ້າເຮືອນຄົວລວມໄດ້ 80%, ຊີ້ນ 40% ໃນນີ້, ຫ້ອງພະລາທິການ ມີງົວລວມ 18 ໂຕ, ໜອງປາ 3 ໜອງປ່ອຍປາ 40 ກິໂລກຣາມ ຂາຍອອກ 1,588 ກິໂລກຣາມ ເປັນເງິນ 41 ລ້ານກວ່າກີບ, ມີເຄື່ອງໜຶ້ງເຂົ້າອາຍນ້ຳ 1 ເຄື່ອງ ສາມາດສ້າງລາຍຮັບໄດ້ 30 ລ້ານກວ່າກີບ ລວມລາຍຮັບທັງໝົດ 274 ລ້ານກວ່າກີບ. ຈາກນັ້ນ, ກອງປະຊຸມ ກໍໄດ້ປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່ເຊິ່ງເລືອກໄດ້ ສະຫາຍ ພັນເອກ ພົມມີ ໄຊຍະຈິດ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພັນໂທ ຕຸ້ຍ ສີລາເດດ ເປັນຮອງເລຂາຄະນະພັກ, ພັນໂທ ສາຍຄຳ ບຸນທະລາ, ພັນໂທ ບຸນທະລີ ພົມມະສອນ, ພັນໂທ ບຸນທັນ ສີດາວົງ, ພັນໂທ ສີໄວຫົງທອງ ແລະ ພັນໂທ ສີສົມພອນ ພັນທະວົງ ເປັນຄະນະ.
ໂດຍ: ສົມຮັກ ຈັນທະວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ