ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ຫ້ອງ​ເສນາ​ທິ​ການ ກອງ​ພົນ​ທີ 1 ເປີດ​ອົບຮົມ-ຫັດ​ແອບ ປະຈຳ​ປີ 2025
ເວລາອອກຂ່າວ: 2025-03-14 09:39:20 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 7665 | ຄວາມນິຍົມ:



ຕົ້ນ​ເດືອນ​ມີນາ​ຜ່ານ​ມາ​ນີ້, ຫ້ອງ​ເສນາ​ທິ​ການ ກອງ​ພົນ​ທີ 1 ໄດ້​ເປີດ​ບັ້ນ​ອົບຮົມ-ຫັດ​ແອບ ປັບປຸງ​ລະບຽບ​ແບບແຜນ, ເຝິກຝົນ​ກຳລັງ​ແຮງ​ກາຍ ປະຈຳ​ປີ 2025, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ບຸນແຖວ ແກ້ວ​ດວງ​ດີ ຫົວໜ້າ​ຫ້ອງ​ເສນາ​ ທິ​ການ ກອງ​ພົນ​ທີ 1, ມີ​ບັນດາ​ ພະແນກການ, ຄະນະ​ພັກ-ຄະ ນະ​ບັນຊາ ຕະຫຼອດ​ຮອດພະນັກ ງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ພັນ ສອນມະນີ ຫົວໜ້າ​ພະ​ແນກ​ບໍລິ ຫານໄດ້​ຜ່ານ​ແຜນການ​ອົບຮົມ-ຫັດ​ແອບ, ຈຸດປະສົງກໍ​ເພື່ອ​ແນໃສ່​ປັບປຸງ​ລະບຽບ​ແບບແຜນ​ໃຫ້​ມີ​ຄວາມ​ຮັດກຸມ​ເປັນ​ເອກະ​ພາບ, ເຮັດ​ໃຫ້​ພະນັກງານ-ນັກຮົບ ມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ວິ ຊາ​ສະເພາະ, ມີ​ຄວາມ​ຊຳນານ​ຄ່ອງ​ແຄ້ວ ທາງ​ດ້ານ​ສິລະ​ປະຍຸດ-ຍຸດທະວິທີ ເພື່ອ​ຮັບ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ສູ້​ຮົບໃຫ້​ມີ​ປະ​ສິດທິ​ຜົນ​ ສູງ ທັງ​ເປັນ​ບ່ອນ​ອີງ​ໃນ​ການ​ຊີ້​ນຳ-ນຳພາ, ກວດກາ, ຕີ​ລາຄາ​ຄຸນ​ນະ​ພາບ​ຂອງ​ພະນັກງານ-ນັກຮົບ​ໃນ​ທຸກ​ດ້ານ. ເນື້ອ​ໃນທີ່​ ນຳ​ມາ​ອົບຮົມ-ຫັດ​ແອບ ມີ: ພາກ​ ການເມືອງ​ຈະ​ໄດ້​ອົບຮົມ 4 ວັນ, ພາກ​ການ​ທະຫານ 36 ວັນ ແລະ ພາກ​ພະລາທິການ-ເຕັກນິກ ອົບ ຮົມ 5 ວັນ. ໂດຍ: ຄຳ​ພຸດ ພານຸ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ