ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ການ​ປະຕິບັດ​ຂໍ້​ແຂ່ງຂັນ 4 ບຸກ ຂອງ​ຊາວ​ໜຸ່ມ​ ທະຫານ​ແຂວງ​ຫຼວງ​ພະ​ບາງ ມີ​ຜົນສຳເລັດ​ຫຼາຍ​ດ້ານ
ເວລາອອກຂ່າວ: 2025-03-14 09:40:20 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 7164 | ຄວາມນິຍົມ:



ພະ​ແນກ​ຊາວ​ໜຸ່ມ​ກອງ​ບັນ ຊາ​ການ​ທະຫານ​ແຂວງ​ຫຼວງພະ​ ບາງ ແມ່ນ​ອົງ​ການຈັດຕັ້ງ​ມະຫາ ຊົນ​ໜຶ່ງ​ທີ່​ເປັນ​ກຳລັງ​ແຮງ​ສັງ​ລວມ​ສຳຄັນ ໃນ​ການ​ປະຕິບັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ, ໂດຍ​ພາຍ​ໃຕ້​ການ​ຊີ້​ນຳ-ນຳພາ​ຮອບດ້ານ​ຂອງ​ຄະນະ​ພັກ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະ ຫານ​ແຂວງ, ຕະຫຼອດ​ໄລຍະ​ຜ່ານ​ມາ ພະ​ແນກ​ຊາວ​ໜຸ່ມໄດ້​ຕັ້ງໜ້າ​ເຄື່ອນ​ໄຫວ​ຕາມ​ພາລະ​ບົດບາດ​ຂອງ​ຕົນ, ຊຸກຍູ້​ຮາກ​ຖານ​ຊາວ ໜຸ່ມ​ທີ່​ຂຶ້ນ​ກັບ ໃຫ້​ເອົາໃຈໃສ່​ຈັດ​ຕັ້ງ​ປະຕິບັດ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 4 ບຸກ ທີ່​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ​ວາງ​ອອກ ໂດຍ​ຕິດ​ພັນ​ກັບ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ ດ້ວຍ​ຄວາມ​ຮັບຜິດຊອບສູງ ແລະ ມີ​ຜົນສຳເລັດ​ຫຼາຍ​ດ້ານ. ສະຫາຍ ພັນ​ຕີ ສົມ​ນຶກ ວິ​ໄຊ ຫົວໜ້າ​ພະ​ແນກ​ຊາວ​ໜຸ່ມ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງໃຫ້​ຮູ້​ວ່າ: ການຈັດຕັ້ງ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 4 ບຸກ ຂອງ​ຊາວ​ໜຸ່ມ​ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ ໃນ​ໄລຍະ​ຜ່ານ​ມາ ແມ່ນ​ມີ​ຜົນສຳເລັດ​ຫຼາຍ​ດ້ານ ສະແດງ​ອອກບຸກ​ດ້ານ​ແນວ​ຄິດ: ໄດ້​ຖື​ເອົາ​ການ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ ໃຫ້​ຄະນະ​ໜ່ວຍ​ຊາວ​ໜຸ່ມ ຕະຫຼອດ​ຮອດ​ສະ ມາຊິກ​ຊາວ​ໜຸ່ມເປັນ​ປົກ​​ະ​ຕິ, ນຳ​ເອົາ​ເອກະສານ​ທີ່​ສຳຄັນ​ຕ່າງໆ ມາ​ເຜີຍແຜ່​ເຊື່ອມ​ຊຶມໃຫ້​ໄດ້​ຮັບ​ຮູ້​ຢ່າງ​ທົ່ວ​ເຖິງ ເຮັດ​ໃຫ້​ສະມາຊິກ​ຊາວ​ໜຸ່ມແຕ່​ລະ​ກົມ​ກອງ​ມີ​ນໍ້າໃຈ​ຮັກ​ຊາດ, ມີ​ສະຕິ​ຕໍ່​ການຈັດຕັ້ງ; ບຸກ​ດ້ານ​ການ​ເຝິກຝົນ​ຫຼໍ່​ຫຼອມ, ຮໍ່າຮຽນ: ຜ່ານ​ມາ​ໄດ້​ຄົ້ນຄວ້າ​ສະມາຊິກ​ຊາວ​ໜຸ່ມ​ຜູ້​ທີ່​ດີເດັ່ນ​ຢູ່​ ແຕ່​ລະ​ກົມ​ກອງໄປ​ຍົກ​ລະດັບວິ ຊາ​ສະເພາະ​ຕ່າງໆ ຢູ່​ບັນດາສະ​ ຖາ​ບັນ​ການ​ສຶກ​ສາ ພາຍ​ໃນກອງ ທັບ ແລະ ນອກ​ກອງທັບ ເຮັດ​ໃຫ້ສະມາຊິກ​ຊາວ​ໜຸ່ມມີ​ຄວາມ​ຮູ້​ຄວາມ​ສາມາດໃນ​ການ​ຊີ້​ນຳ- ນຳພາ​ຢູ່​ພາຍ​ໃນ​ໜ່ວຍ ກໍ​ຄື ກົມ ​ກອງ; ບຸກ​ດ້ານ​ວຽກ​ງານ​ການ ຈັດຕັ້ງ: ໄດ້​ເອົາໃຈໃສ່​ປັບປຸງ​ການຈັດຕັ້ງ​ຢູ່​ແຕ່​ລະ​ກົມ​ກອງ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ​ທາງ​ດ້ານ​ການເມືອງ ແລະ ການ ຈັດຕັ້ງ ເພື່ອ​ເຄື່ອນ​ໄຫວ​ເຮັດ​ໜ້າ ທີ່​ຕາມ​ພາລະ​ບົດບາດ​ຂອງ​ຕົນ, ຊາວ​ໜຸ່ມ​ຢູ່​ແຕ່​ລະ​ກົມ​ກອງ ສ່ວນ​ຫຼາຍ​ແມ່ນ​ເປັນ​ສະມາຊິກ​ພັກ, ເປັນ​ພະນັກງານ​ບັນຊາ​ຢູ່​ແຕ່​ລະ​ຂັ້ນ, ເຊິ່ງ​ແຕ່​ລະ​ສະຫາຍ​ໄດ້​ເອົາໃຈໃສ່​ເຄື່ອນ​ໄຫວ​ປະຕິບັດ​ໜ້າທີ່​ຢ່າງ​ແຂງແຮງ; ບຸກ​ດ້ານ​ວິຊາ​ຊີບ-ສ້າງ​ວຽກ​ເຮັດ​ງານ​ທຳ: ພະ​ແນກ​ຊາວ​ໜຸ່ມໄດ້​ຊຸກຍູ້​ໃຫ້​ຊາວ​ໜຸ່ມ​ແຕ່​ລະ​ໜ່ວຍຂຸດ​ຄົ້ນ​ທ່າແຮງ​ບົ່ມ​ຊ້ອນ​ທີ່​ມີ​ຢູ່​ໃນ​ກົມ​ກອງ ດ້ວຍ​ການ​ຊອກ​ແຫຼ່ງ​ລາຍ​ຮັບ​ເຂົ້າ​ຄັງ​ລວມ​ຂອງ​ໜ່ວຍ ດ້ວຍ​ການ​ປູກ​ພືດ​ຜັກ​ຊະນິດ​ຕ່າງໆ ລ້ຽງສັດ​ປີກ, ລ້ຽງ​ປາ, ລ້ຽງ​ກົບ ເຫັນ​ວ່າມີ​ຫຼາຍ​ໜ່ວຍ​ເຮັດ​ໄດ້​ດີ ແລະ ສະມາຊິກ​ຊາວ​ໜຸ່ມ ໄດ້​ກາຍເປັນ​ຄອບຄົວ​ຕົວ​ແບບ​ໃນ​ການ​ປູກຝັງ-ລ້ຽງສັດ, ຕັ້ງ​ຮ້ານ​ກິນ​ດື່ມ, ການ​ບໍລິການ​ຂາຍເຄື່ອງ​ຍ່ອຍ​ຕ່າງໆ ຫຼາຍ​ສະຫາຍ. ຜ່ານ​ການຈັດຕັ້ງ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 4 ບຸກ ໃນໄລ ຍະ​ຜ່ານ​ມາ ມີ​ໜ່ວຍ​ຊາວ​ໜຸ່ມໄດ້​ ຮັບ​ການ​ຢັ້ງຢືນ​ເປັນ​ໜ່ວຍ 4 ບຸກ 3 ປີ​ຊ້ອນ 22 ໜ່ວຍ, ມີ​ສະມາ ຊິກ​ຊາວ​ໜຸ່ມ​ນຳ​ໜ້າ 1.346 ສະ ຫາຍ, ຊາວ​ໜຸ່ມ​ທີ່​ເປັນ​ສະມາຊິກ​ພັກ 631 ສະຫາຍ, ວຽກ​ງານ​ຂະ​ບວນ​ການ​ທີ່​ພົ້ນ​ເດັ່ນແມ່ນ​ຂະ​ບວນ​ການ​ອອກແຮງ​ງານ, ການ​ສ້າງ​ເສດຖະກິດ, ການ​ປູກຝັງ-ລ້ຽງສັດ, ຂະ​ບວນ​ການເຝິກແອບ ສິລະ​ປະ-ວັນນະຄະດີ ເພື່ອ​ສະ ແດງ​ຮັບ​ໃຊ້​ກອງ​ປະຊຸມ ແລະ ວັນ​ສຳຄັນ​ຕ່າງໆ ເຊິ່ງ​ໄດ້​ສ້າງ​ບັນຍາກາດ​ຟົດຟື້ນ​ພາຍ​ໃນ​ກົມ​ກອງ ແລະ ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ຄະນະ​ພັກ-ຄະນະ​ບັນຊາ ເປັນ​ຢ່າງ​ດີ. ສະຫາຍ ພັນ​ຕີ ສົມ​ນຶກ ວິໄຊ ໃຫ້ຮູ້​ຕື່ມ​ວ່າ: ທິດ​ທາງ​ໃນ​ປີ 2025 ຈະ​ສືບຕໍ່​ສຸມ​ໃສ່​ສຶກ​ສາ​ອົບຮົມ​ການເມືອງ​ແນວ​ຄິດ​ເປັນ​ກົກ ເພື່ອ​ເຮັດ​ໃຫ້​ຊາວ​ໜຸ່ມ​ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການເມືອງ​-ແນວ​ຄິດ, ເຂັ້ມແຂງ​ທາງ​ດ້ານ​ຈັດ​ຕັ້ງ, ເອົາໃຈໃສ່​ຊີ້​ນຳ​ຊຸກຍູ້​ຄະນະ​ໜ່ວຍ​ຕະຫຼອດ​ຮອດສະມາຊິກ​ຊາວ​ໜຸ່ມ​ຢູ່​ແຕ່​ລະ​ກົມ​ກອງ ເປັນ​ເຈົ້າ​ການຈັດຕັ້ງ​ຜັນ​ຂະຫຍາຍເນື້ອ​ໃນຂໍ້​ແຂ່ງຂັນ 4 ບຸກ​ຂອງ​ຊາວ​ໜຸ່ມ​ໃຫ້​ເປັນ​ປົກກະຕິ ແລະ ເປັນ​ຂະ​ບວນ​ການ​ຟົດຟື້ນ, ປັບປຸງ​ການຈັດຕັ້ງ​ຊາວ​ໜຸ່ມ​ຢູ່​ແຕ່​ລະ​ກົມ​ກອງໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ​ໃນ​ທຸກ​ດ້ານ, ຊຸກຍູ້ຂະ​ ບວນ​ການ​ຕ່າງໆ ເປັນຕົ້ນ​ແມ່ນ ຂະ​ບວນ​ການ​ອອກແຮງ​ງານ ຕາມ​ຂອບ​ເຂດ​ຮັບຜິດຊອບ ໃຫ້​ມີ​ຄວາມ​ສະອາດ​ງາມ​ຕາ, ປຸກລະດົມ​ໃຫ້​ສະມາຊິກ​ຊາວ​ໜຸ່ມຊອກ​ຮູ້​ຮໍ່າຮຽນ, ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ຕົນ​ໃຫ້​ສູງ​ຂຶ້ນ ເພື່ອ​ເຮັດ​ສຳເລັດ​ໜ້າ ທີ່​ການເມືອງ​ທີ່​ການຈັດຕັ້ງ​ມອບ​ໝາຍ​ໃຫ້, ສືບຕໍ່​ກໍ່ສ້າງ​ຊາວ​ໜຸ່ມ 4 ບຸກ ໃຫ້​ບັນລຸ​ໄດ້​ຕາມ​ຄາດໝາຍ ແລະ ຮັບປະກັນ​ຄຸນ​ນະ​ພາບ​ສູງ. ໂດຍ: ເຄນ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ