
ມອບ-ຮັບ ໂຄງການກໍ່ສ້າງລະບົບນ້ຳປະປາ ກອງພົນທີ 3
ເວລາອອກຂ່າວ: 2025-03-17 09:34:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 4171 | ຄວາມນິຍົມ:
ພິທີ ມອບ-ຮັບ ໂຄງການກໍ່ ສ້າງລະບົບນ້ຳປະປາ ຂອງກອງພົນທີ 3 ລະຫວ່າງ ກອງພົນທີ 3 ກັບ ບໍລິສັດ ພີດີແອວ ອອກແບບ ແລະ ກໍ່ສ້າງເຄຫາສະຖານ ຈຳ ກັດ ຜູ້ດຽວ ໄດ້ຈັດຂຶ້ນ ໃນວັນທີ 6 ມີນາ 2025 ນີ້, ຢູ່ທີ່ຫ້ອງປະ ຊຸມກອງພົນທີ 3, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສໍຍັນ ລໍອິນສອນ ຫົວໜ້າການ ເມືອງ ກອງພົນທີ 3, ສະຫາຍ ພັນເອກ ສາຍທອງ ປີຊາຈັນ ຫົວໜ້າການທະຫານ ກອງພົນທີ 3, ມີສະຫາຍ ອຸດົມສິນ ເພັດໄຊສີ ຜູ້ຕາງໜ້າບໍລິສັດ ພີດີແອວ ອອກແບບ ແລະ ກໍ່ສ້າງເຄຫາສະຖານ ຈຳກັດຜູ້ດຽວ, ສະຫາຍ ພັນໂທ ຄອນສະໄໝ ພົມມະຈັນ ຫົວໜ້າພະແນກຄຸ້ມຄອງຊັບສິນ ກົມກໍ່
ສ້າງ ກົມໃຫຍ່ພະລາທິການກອງທັບ, ມີຜູ້ຕາງໜ້າຈາກກົມກວດ ກາ, ກົມການເງິນ, ຄະນະຫ້ອງ 5 ຫ້ອງ, ພະແນກການກ່ຽວຂ້ອງ ແລະ ວິຊາການນ້ຳປະປາ ແຂວງອຸດົມໄຊ ເຂົ້າຮ່ວມ.
ສະຫາຍ ອຸດົມສິນ ເພັດໄຊສີ ໄດ້ລາຍງານຜົນສຳເລັດໃນການກໍ່ສ້າງຂອງບໍລິສັດຜູ້ຮັບເໝົາ ກໍ່ສ້າງ, ໂຄງການກໍ່ສ້າງລະບົບນ້ຳປະປາ ຂອງກອງພົນທີ 3 ໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 23 ກັນຍາ 2020 ເປັນຕົ້ນມາ, ໂດຍແມ່ນທຶນຂອງລັດຖະບານຕອບສະໜອງດ້ານງົບປະມານໃນມູນຄ່າ 14.862.840.000 ກີບ. ໜ້າວຽກໃນການກໍ່ສ້າງລວມມີລະ ບົບດູດນ້ຳ, ອ່າງຜະລິດນ້ຳ, ອ່າງ
ເກັບນ້ຳສະອາດ, ລະບົບຕາຄ່າຍນ້ຳ, ລະບົບຕາຄ່າຍໄຟຟ້າ, ຫ້ອງ ການບໍລິຫານ, ວາງທໍ່ແມ່ແຕ່ 1 ກິໂລແມັດ; ມາຮອດປັດຈຸບັນໂຄງການກໍ່ສ້າງແມ່ນສຳເລັດ 100%, ໂຄງການດັ່ງກ່າວນີ້ ສາມາດຜະ ລິດນ້ຳປະປາໄດ້ 60 ແມັດກ້ອນຕໍ່ຊົ່ວໂມງ.
ການລົງນາມເຊັນບົດບັນທຶກມອບ-ຮັບໂຄງການກໍ່ສ້າງລະບົບນໍ້າປະປາ ຂອງກອງພົນທີ 3 ໂດຍ ຕາງໜ້າກອງພົນທີ 3 ຂອງສະຫາຍ ພັນເອກ ສໍຍັນ ລໍອິນສອນ ແລະ ຕາງໜ້າ ບໍລິສັດຮັບເໝົາຂອງ ສະຫາຍ ອຸດົມສິນ ເພັດໄຊສີ
ເພື່ອມອບໃຫ້ກອງພົນທີ 3 ສືບຕໍ່ປົກປັກຮັກສາຄຸ້ມຄອງ ແລະ ນຳໃຊ້ເຂົ້າໃນຜົນປະໂຫຍດລວມຂອງກົມກອງຢ່າງຖືກຕ້ອງຕາມຫຼັກການເຕັກນິກ, ຮັບປະກັນທາງດ້ານຄຸນນະພາບ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງກົມກອງ ແລະ ນຳໃຊ້ໄດ້ຢ່າງຍາວນານ.
ໂດຍ: ທອງເລື່ອນ ເກີນວົງຄຳ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ