ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ພັກ​ຍາມ​ໃດ​ກໍ​ໃກ້ຊິດຕິດແທດ ແລະ ໃຫ້​ທິດ​ຊີ້​ນຳ​ທຸກ​ອົງ​ການຈັດຕັ້ງ ຢ່າງ​ສະເໝີພາບ
ເວລາອອກຂ່າວ: 2025-03-17 09:40:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 4033 | ຄວາມນິຍົມ:



ສະຫາຍ ພັນ​ເອກ ນາງ ປາ ວົງ​ສະແຫວງ ຮອງ​ຫົວໜ້າ​ຫ້ອງການສະຫະພັນ​ແມ່ຍິງ​ກອງທັບ ໄດ້​ຕາງໜ້າ​ໃຫ້​ຄະນະ​ຫ້ອງ ການ​ສະຫະພັນ​ແມ່ຍິງ​ກອງທັບ ສະແດງ​ທັດສະນະ​ຕໍ່​ພັກ​ປະຊາ ຊົນ​ປະຕິວັດ​ລາວ ໃນ​ໂອກາດວັນ​ສ້າງຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຄົບຮອບ 70 ປີ ວ່າ: ຕະ ຫຼອດ​ໄລຍະ 70 ປີຜ່ານມາ ນັບ ​ແຕ່​ໄລຍະ​ຕໍ່ສູ້​ກູ້​ຊາດ​ຢ່າງລະ​ອິດ​ ລະ​ອ້ຽວ ຍ້ອນ​ຄວາມ​ສະຫຼາດ ​ສ່ອງ​ໃສ​ຂອງ​ພັກ ຈຶ່ງ​ສາມາດ​ ຍາດ​ເອົາ​ເອກະລາດ​ມາ​ໃຫ້​ປະ ຊາຊົນ​ລາວ​ບັນດາເຜົ່າ, ໄດ້​ກາຍ ເປັນ​ເຈົ້າ​ຂອງ​ປະເທດ​ຊາດ​ຢ່າງ​ແທ້​ຈິງ, ພັກ​ປະຊາຊົນ​ປະຕິວັດ​ລາວ ແມ່ນ​ກອງ​ນຳ​ໜ້າທີ່​ມີການ ຈັດຕັ້ງ, ແມ່ນ​ການຈັດຕັ້ງການ ເມືອງ​ສູງ​ສຸດ ຂອງ​ຊົນ​ຊັ້ນ​ກຳ ມະກອນ ແລະ ຂອງ​ລະບອບ​ປະຊາທິປະໄຕ ປະຊາຊົນລາວ, ເປັນ​ຕົວ​ແທນ​ທີ່​ຈົງ​ຮັກ​ພັກດີ ຢ່າງ​ສະເໝີ​ຕົ້ນ​ສະເໝີ​ປາຍ ຕໍ່​ສິດ ແລະ ຜົນ​ປະໂຫຍດ​ຂອງ​ຊົນ​ຊັ້ນ​ກຳມະກອນ, ຊາວຜູ້ອອກ ແຮງ​ງານ​ບັນດາເຜົ່າ, ພັກ​ປະ ຊາຊົນ​ປະຕິວັດ​ລາວ ເປັນ​ພັກ​ກຳ​ອຳນາດ, ເປັນ​ແກນ​ນຳ​ໃນ​ລະບົບ​ການເມືອງ ຂອງ​ລະບອບ​ປະຊາທິປະໄຕ​ປະຊາຊົນ, ຮັບ ປະກັນ​ສິດ​ເປັນ​ເຈົ້າ​ຂອງປະຊາ ຊົນ; ພັກ​ເປັນ​ຜູ້ນຳ​ພາ ແລະ ວາງ ​ແນວທາງ, ແຜນນະໂຍບາຍ, ກຳນົດທິດ​ທາງ​ການຂະຫຍາຍ ຕົວຂອງ​ປະເທດ​ຊາດ ໃຫ້​ສອດ ຄ່ອງ​ກັບ​ກົດເກນ​ຂະຫຍາຍຕົວ​ຂອງ​ສັງຄົມ ຕອບ​ສະໜອງ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ໜາ​ອັນ​ແຮງກ້າ ຂອງ​ປະຊາຊົນ​ບັນດາເຜົ່າ ແລະ ຮັບປະກັນ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ, ຢຶດ​ໝັ້ນ​ລັດທິ​ມາກ-ເລ​ນິນ, ແນວ​ຄິດ ​ໄກສອນ ພົມວິຫານ ແລະ ມູນເຊື້ອ​ອັນ​ດີງາມ​ຂອງ​ພັກ ບົນ​ພື້ນຖານ​ແນວ​ຄິດ, ທິດ​ສະ​ດີ​ຂອງ​ພັກ, ເປັນ​ເຂັມ​ຊີ້ທິດ ​ໃຫ້​ແກ່​ການຈັດຕັ້ງ ແລະ ການ ເຄື່ອນໄຫວ​ວຽກ​ງານ​ຕົວຈິງໃຫ້​ ມີ​ຜົນສຳເລັດ, ພັກ​ໄດ້​ນຳພາ ​ປະຕິບັດ​ພາລະກິດ​ປົກ​ປັກ​ຮັກ ສາ ແລະ ສ້າງສາ​ລະບອບໃໝ່ ຮຽກຮ້ອງ​ໃຫ້​ບັນດາ​ອົງ​ການຈັດ ຕັ້ງ​ພັກ​ຢູ່​ແຕ່​ລະ​ຂົງເຂດ, ເອົາໃຈ ໃສ່​ໃນ​ການ​ກໍ່ສ້າງ​ອົງ​ການຈັດຕັ້ງ​ຂອງ​ຕົນ ໃຫ້​ມີ​ຄວາມ​ໜັກ​ແໜ້ນ, ເຂັ້ມແຂງ​ໃນ​ທຸກ​ດ້ານ, ມີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ຢ່າງ​ໜັກ​ແໜ້ນ ແນໃສ່​ເຮັດ​ໃຫ້​ບົດບາດ​ໃນ​ການ​ນຳພາ​ຂອງ​ພັກ​ສູງ​ເດັ່ນ​ຂຶ້ນ, ເປັນ​ເຈົ້າ​ການ​ປະດິດ​ສ້າງ​ໃນ​ການ​ໝູນ​ໃຊ້​ທິດ​ສະ​ດີ​ບົດຮຽນ​ດ້ານ​ຕ່າງໆ ເຂົ້າ​ກັບ​ເງື່ອນໄຂ​ຕົວ​ຈິງ ແລະ ສະພາບ​ຈຸດ​ພິເສດ​ຂອງ​ປະເທດ​ຊາດ, ມີ​ການ​ສະຫຼຸບ​ຖອດ​ຖອນ​ບົດຮຽນ ຈາກ​ພຶດຕິ​ກຳ, ປັບປຸງ​ບູລະນະ​ແນວທາງ​ໃຫ້​ສອດຄ່ອງ ແລະ ຢຶດ​ຖື​ຫຼັກ​ໝັ້ນ​ຂອງ​ຊົນ​ຊັ້ນ​ກຳມະກອນຢ່າງ​ສະເໝີ​ຕົ້ນ​ສະເໝີ​ປາຍ, ມີ​ຄວາມ​ຈົ່ງ​ຮັກ​ພັກດີ​ຕໍ່​ອຸດົມ​ການ​ປະຕິວັດ ແລະ ເພື່ອ​ຜົນ​ປະໂຫຍດ​ຂອງ​ປະ ຊາຊົນ​ລາວ​ບັນດາເຜົ່າ, ພັກ​ໄດ້​ເຕົ້າໂຮມ​ຄວາມ​ສະມັກ​ຄີ​ເປັນ​ປຶກ​ແຜ່ນ​ພາຍ​ໃນ​ຊາດ, ເຊີດ​ຊູ​ຄວາມ​ເປັນ​ແບບຢ່າງ​ນຳ​ໜ້າ, ຮັກສາ​ໄດ້​ຄຸນ​ທາດ​ການເມືອງ ຄຸນສົມບັດ​ສິນ​ທຳ​ປະຕິວັດ ແລະ ໄດ້​ຮັບ​ຄວາມ​ເຊື່ອ​ໝັ້ນ​ຈາກ​ປະຊາຊົນ​ລາວ​ບັນດາເຜົ່າ. ຕະຫຼອດ 70 ປີ​ແຫ່ງ​ການ​ເຕີບ​ໃຫຍ່​ເຂັ້ມແຂງ, ໜັກ​ແໜ້ນ ໃນ​ອຸດົມ​ການ​ສັງຄົມ​ນິຍົມ ໄດ້​ນຳ​ເອົາ​ຜົນ​ປະໂຫຍດ​ອັນ​ໃຫຍ່​ຫຼວງ​ມາ​ໃຫ້​ປະຊາຊົນ​ບັນດາເຜົ່າ, ໃນ​ທ່າມກາງ​ບັນຍາກາດ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ສັບສົນ​ໃນ​ພາກ​ພື້ນ ແລະ ສາກົນ ນັບ​ທັງ​ສິ່ງ​ເອື້ອຍ​ອຳນວຍ ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ປະການ ດ້ວຍ​ຈິດໃຈ​ອັນ​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ, ຮູ້​ໝູນ​ໃຊ້​ທຸກ​ກາລະ​ໂອກາດ, ບົດຮຽນ, ຈຸດ​ພິເສດ​ຂອງ​ປະເທດ​ໃນ​ສະພາບ​ເງື່ອນໄຂ​ຕົວ​ຈິງ ໂດຍ​ຢຶດ​ໝັ້ນ​ຕໍ່​ອຸດົມ​ການ​ສັງຄົມ​ນິຍົມ ປະຕິບັດ​ຕາມ​ແນວທາງ​ປ່ຽນແປງ​ໃໝ່ ຢ່າງ​ມີ​ຫຼັກການ​ຂອງ​ພັກ ນຳພາ​ສ້າງສາ, ພັດທະນາ​ປະເທດ​ຊາດ ນັບ​ມື້​ມີ​ຄວາມ​ຈະເລີນ​ຮຸ່ງເຮືອງ ແລະ ມີ​ຜົນສຳເລັດ​ເປັນ​ກ້າວໆ​ມາ. ພາຍ​ໃຕ້​ການ​ນຳພາ-ຊີ້​ນຳ​ຂອງພັກ ຕະຫຼອດ​ໄລຍະ 70 ຜ່ານ​ມາ ໃນ​ຖານະ​ທີ່​ເປັນ​ອົງ​ການຈັດຕັ້ງ​ມະຫາຊົນຂອງພັກ ໄດ້​ເອົາໃຈໃສ່​ໂຄສະນາ​ປຸກລະດົມ​ຂົນຂວາຍ​ສະມາຊິກ​ສະຫະພັນ​ແມ່ຍິງ ເຊື່ອມ​ຊຶມ​ກຳ​ແໜ້ນ​ແນວ ທາງ​ແຜນ​ນະໂຍບາຍ​ຂອງ​ພັກ​ໃນ​ແຕ່​ລະ​ໄລຍະ, ພັກ​ຍາມ​ໃດ​ກໍ​ໃກ້​ສິດ​ຕິດ​ແທດ ແລະ ໃຫ້ທິດ​ຊີ້​ນຳ, ພັກ​ໄດ້​ເອົາໃຈໃສ່​ປັບປຸງ​ຕົນ​ເອງ ໃຫ້​ມີ​ຄວາມ​ໜັກ​ແໜ້ນ, ເຂັ້ມແຂງ​ທຸກ​ດ້ານ ໂດຍ​ສະເພາະ​ດ້ານ​ການເມືອງ-ແນວ​ຄິດ, ການ ຈັດຕັ້ງ, ແບບແຜນ​ວິທີ​ນຳພາ, ໄດ້​ສ້າງ​ການ​ຫັນປ່ຽນ​ຢ່າງ​ແຂງ ແຮງ, ເລິກເຊິ່ງ​ຮອບດ້ານທົ່ວ​ພັກ​ໄດ້​ພ້ອມ​ກັນ​ຍູ້​ແຮງ​ການ​ກໍ່ສ້າງ​ພັກ​ໃຫ້​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ໂດຍ​ຖື​ເອົາ​ຄຸນ​ນະ​ພາບ​ເປັນ​ບັນຫາ​ຕົ້ນຕໍ. ເພື່ອ​ເປັນ​ການ​ສ້າງ​ຂະບວນ​ ການ​ຂໍ່ານັບ​ຮັບ​ຕ້ອນ​ວັນສຳຄັນ ​ດັ່ງກ່າວໃຫ້​ມີ​ເນື້ອ​ໃນ​ຄວາມ​ ໜາຍ​ເລິກເຊິ່ງ, ເຕັ້ມ​ໄປ​ດ້ວຍ​ ບັນຍາກາດ​ຟົດຟື້ນ ແລະ ກວ້າງ ຂວາງ, ຫ້ອງການ​ສະຫະພັນແມ່ ຍິງ​ກອງທັບ ໄດ້​ສຸມ​ໃສ່​ສ້າງ​ຂະ​ ບວນ​ການ​ດ້ານ​ຕ່າງໆ ໃນ​ນີ້, ຂະ​ບວນ​ການ​ທີ່​ພົ້ນ​ເດັ່ນແມ່ນ​ຫ້ອງການ​ສະຫະພັນ​ແມ່ຍິງກອງ ທັບ ຮ່ວມ​ກັບ​ຄອບຄົວ​ການນຳ, ສະຫະພັນ​ແມ່ຍິງ​ສະພາ​ແຫ່ງ​ຊາດໄປ​ຢ້ຽມຢາມ​ມອບເຄື່ອງ​ ຊ່ວຍເຫຼືອ​ໃຫ້​ນາຍ ແລະ ພົນທະ ຫານ ຢູ່​ກອງພັນ​ໃຫຍ່ 497 ແລະ ໂຮງຮຽນ​ປະຖົມສີ​ບຸນ​ເຮືອງ ເມືອງ​ທຸລະຄົມ ແຂວງ​ວຽງ​ຈັນ, ຈັດ​ຕັ້ງ​ນຳພາ​ສະມາ ຊິກ​ແມ່ຍິງ ສ້າງ​ຂະ​ບວນ​ການ​ອອກແຮງ​ງານ​ຕັດ​ຫຍ້າ-ອະນາ ໄມ, ປັບປຸງ​ບູລະນະ​ຄ້າຍ​ຄູ​ໃຫ້​ສະອາດ​ຈົບງາມ, ຈັດ​ຕັ້ງ​ນຳພາ​ສະມາຊິກ​ແມ່ຍິງ ເຂົ້າ​ຊົມ​ຫໍ​ພິ​ພິ​ທະ​ພັນ​ປະຫວັດສາດ​ກອງທັບ ແລະ ອະນຸສອນ​ສະຖານ ຄຸກ​ກັກ​ຂັງ​ທ່ານ​ຜູ້ນຳ ແລະ ຫໍ​ມູນເຊື້ອ​ແມ່ຍິງ​ລາວ, ຈັດ​ງານ​ຕະຫຼາດນັດ​ເພື່ອ​ວາງສະແດງ​ສິນຄ້າ​ກະສິກຳ-ຫັດຖະກຳ, ການ​ປຸງ​ແຕ່ງອາຫານ​ພື້ນເມືອງ​ຫຼາຍ​ປະເພດ, ເຄື່ອງ​ຈັກສານ ແລະ ເຄື່ອງໃຊ້​ຕ່າງໆ ທີ່​ຜະລິດ​ຈາກ​ສີ​ໄມ້​ລາຍ​ມື້, ຄວາມ​ສາມາດ​ບົ່ມ​ຊ້ອນ ແລະ ຄວາມດຸ ໝັ່ນ​ຂະຫຍັນ​ພຽນຂອງ​ເອື້ອຍ​ນ້ອງ​ແມ່ຍິງ​ໃນ​ທົ່ວ​ກອງທັບ ເພື່ອ​ເປັນ​ການ​ຊຸກຍູ້​ສົ່ງເສີມ, ສ້າງ​ໂອກາດ​ໃຫ້​ເອື້ອຍ​ນ້ອງ​ແມ່ຍິງ​ທົ່ວ​ກອງທັບ ໄດ້​ພົບ​ປະ​ແລກປ່ຽນ​ສິນຄ້າ ເຊິ່ງ​ກັນ ແລະ ກັນ ພ້ອມ​ທັງ​ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາ ມັກຄີ ໃຫ້​ເປັນ​ປຶກ​ແຜ່ນ​ແໜ້ນໜາ ແລະ ສ້າງ​ຂະ​ບວນ​ການ​ກິລາ, ສິ ລະ​ປະ-ວັນນະຄະດີ ຢ່າງ​ເປັນ​ຂະ​ບວນ​ຟົດຟື້ນ. ສະຫາຍ ພັນ​ເອກ ນາງ ປາ ວົງ​ສະແຫວງ ຍັງ​ໄດ້​ຕາງໜ້າ​ໃຫ້​ຄະນະ​ຫ້ອງການ​ສະຫະພັນ​ແມ່ຍິງ​ກອງທັບ ກ່າວ​ອວຍພອນ​ໄຊ​ອັນ​ປະເສີດ​ມາ​ຍັງ​ການ​ນຳ​ພັກ-ລັດ, ການ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ ຈົ່ງ​ມີ​ສຸຂະພາບ​ແຂງແຮງ, ມີ​ພາ ລະ​ນາ​ໄມ​ສົມບູນ ເຮັດ​ສຳເລັດ​ໜ້າທີ່​ວຽກ​ງານ​ອັນ​ມີ​ກຽດ​ຂອງ​ບັນດາ​ທ່ານ ແລະ ສືບຕໍ່​ຊີ້​ນຳ-ນຳ​ພາ​ກຳລັງ​ປະກອບ​ອາວຸດ ກອງທັບ​ປະຊາຊົນ​ລາວ ໃຫ້​ນັບ​ມື້​ເຕີບໃຫຍ່​ໜັກ​ແໜ້ນ ເຂັ້ມແຂງ ແລະ ກ້າວໜ້າ​ຂຶ້ນ​ຢ່າງ​ບໍ​່ຢຸດ​ຢັ້ງ, ອວຍພອນ​ໄຊ​ອັນ​ປະເສີດໃຫ້ບັນ ດາ​ສະຫາຍ​ສະມາຊິກ​ພັກມີສຸຂະ ພາບ​ເຂັ້ມແຂງ, ປະສົບ​ຜົນສຳເລັດ​ໃນ​ໜ້າທີ່​ການເມືອງ​ທຸກ​ປະການ ສືບຕໍ່​ເປັນ​ກຳລັງ​ແຮງ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ພັກ​ປະຊາຊົນ​ປະຕິວັດ​ລາວ​ຂອງ​ພວກ​ເຮົາ. ໂດຍ: ອາ​ຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ