
ການກຳເນີດເຕີບໃຫຍ່ຂະຫຍາຍຕົວ ລວມທັງຜົນງານ ທີ່ວິທະຍາຄານການແພດກອງທັບ ສ້າງມາໄດ້ໃນໄລຍະ 9 ປີຜ່ານມາ
ເວລາອອກຂ່າວ: 2025-03-17 09:41:31 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 4938 | ຄວາມນິຍົມ:
ວຽກງານການແພດ ເປັນວຽກງານໜຶ່ງທີ່ສຳຄັນໃນຫຼາຍໆສະຕະວັດທີ່ຜ່ານມາ ຈົນເຖິງປັດ ຈຸບັນ ກໍຍັງຖືເປັນວຽກງານໜຶ່ງ ທີ່ສຳຄັນ, ຍິ່ງປັດຈຸບັນຍິ່ງໄດ້ ຮັບການພັດທະນາໃນຫຼາຍໆດ້ານ ບໍ່ວ່າຈະເປັນດ້ານວິຊາການແພດ, ເຄື່ອງມື ແລະ ອຸປະກອນການແພດຕ່າງໆ ທີ່ນັບມື້ໄດ້ຮັບການພັດທະນາໃຫ້ທັນສະໄໝຂຶ້ນເລື້ອຍໆ, ດ້ານບຸກຄະລາກອນການແພດ ກໍໄດ້ຮັບການຍົກລະ ດັບຄວາມຮູ້ຄວາມສາມາດສູງຂຶ້ນໄປຕາມໆກັນ.
ວິທະຍາຄານການແພດກອງ ທັບ ເປັນກົມກອງໜຶ່ງທີ່ສ້າງບຸກ ຄະລາກອນການແພດ, ເປັນສະ ຖາບັນການສຶກສາສູງສຸດດ້ານ ການແພດ ຂອງກອງທັບປະຊາ ຊົນລາວ ແລະ ໄດ້ກໍ່ສ້າງແພດມາແລ້ວຫຼາຍຮຸ່ນຄົນ ນັບຕັ້ງແຕ່ຍັງເປັນໂຮງຮຽນແພດ 105 ທີ່ຕັ້ງຢູ່ບ້ານນາວີດ ເມືອງວຽງໄຊ ແຂວງຫົວພັນ, ແຕ່ຍ້ອນສະພາບການຂອງໂລກ, ພາກພື້ນ ແລະ ພາຍໃນປະເທດໃນແຕ່ລະໄລຍະ ໄດ້ຜັນແປໄປຢ່າງສະຫຼັບສັບຊ້ອນ, ເຊິ່ງມີທັງສິ່ງເອື້ອອຳນວຍຄວາມສະດວກ ແລະ ສິ່ງທ້າທາຍທົດສອບຫຼາຍດ້ານ ໂຮງຮຽນແພດ 105 ຈຶ່ງຖືກຍົກຍ້າຍໄປຕັ້ງຢູ່ຫຼາຍບ່ອນ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ໃນວັນທີ 2 ທັນວາ 1975, ໂຮງຮຽນແພດ 105 ໄດ້ຍົກຍ້າຍມາຕັ້ງຢູ່ບ້ານໜອງເປັດ ເມືອງແປກ ແຂວງຊຽງຂວາງ, ປີ 1977 ຍ້າຍມາຕັ້ງຢູ່ກຸ່ມພະລາທິການຫາດເດື່ອ ເມືອງແກ້ວອຸດົມ ແຂວງວຽງ ຈັນ, ປີ 1980 ຍົກຍ້າຍມາຕັ້ງຢູ່ບ້ານສະພານທອງໃຕ້ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ປີ 1982 ໂຮງຮຽນແພດຊັ້ນກາງ ໄດ້ຍົກຍ້າຍໄປຕັ້ງ ຢູ່ເມືອງປາກເຊ ແຂວງຈຳປາ ສັກ, ຮອດປີ 1992 ຍ້າຍກັບຄືນ ມາຕັ້ງຢູ່ນະຄອນຫຼວງວຽງຈັນ, ປີ 1986 ໄດ້ປະກາດສ້າງ ຕັ້ງເປັນໂຮງຮຽນແພດຊັ້ນສູງ 105 ກອງທັບ, ປີ 2006 ໄດ້ສ້າງຕັ້ງເປັນວິທະຍາໄລແພດ ສາດກອງທັບ, ໃນປີດຽວກັນກະ ຊວງສຶກສາທິການ ແລະ ກິລາໄດ້ຮັບຮອງຫຼັກສູດແພດຊັ້ນສູງທົ່ວໄປ ລະບົບ 4 ປີ, ເຊິ່ງໃນໄລຍະດັ່ງກ່າວ ໄດ້ພົບກັບຄວາມຫຍຸ້ງ ຍາກຫຼາຍດ້ານ ບໍ່ວ່າຈະເປັນດ້ານພື້ນຖານໂຄງລ່າງ, ອຸປະກອນການສິດສອນ, ຖັນແຖວຄູ-ອາ ຈານ ແລະ ໂຄງການສິດສອນ ແຕ່ກໍບໍ່ເປັນອຸປະສັກໃດໆ ຕໍ່ການສ້າງພະນັກງານແພດໝໍ ແລະ ສາມາດສ້າງໄດ້ພະນັກງານນາຍແພດຊັ້ນສູງ, ແພດຊັ້ນກາງ, ການຢາຊັ້ນກາງ, ກັນພະຍາດຊັ້ນກາງ, ພະຍາບານຊັ້ນກາງ, ແພດຊັ້ນຕົ້ນ ແລະ ການຢາຊັ້ນຕົ້ນ ອອກຮັບໃຊ້ກອງທັບໄດ້ຈຳນວນ 3.141 ສະຫາຍ, ເພື່ອຕອບສະ ໜອງກັບສະພາບການໃນໄລ ຍະໃໝ່ ໂດຍສະເພາະທິດທາງປັບປຸງ-ກໍ່ສ້າງກອງທັບປະຕິວັດໃຫ້ມີແບບແຜນທີ່ທັນສະໄໝ ໃນວັນທີ 9 ພະຈິກ 2014 ກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ອະນຸມັດຫຼັກສູດລະດັບປະລິນຍາຕີ ສາຂາແພດທົ່ວໄປ ລະບົບ 6 ປີ ພ້ອມນັ້ນ, ກະຊວງປ້ອງກັນປະ ເທດ ກໍໄດ້ອອກຂໍ້ຕົກລົງ ສະບັບເລກທີ 922/ກປທ, ລົງວັນທີ 10 ມີນາ 2015 ສ້າງຕັ້ງເປັນວິ ທະຍາຄານການແພດກອງທັບ ແລະ ເພື່ອເປັນພື້ນຖານບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດຢ່າງເປັນລະບົບ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ອອກດຳລັດ ສະບັບເລກທີ 80/ນຍ, ລົງວັນທີ 28 ມີນາ 2016 ກຳນົດທີ່ຕັ້ງ ແລະ ພາລະບົດບາດ ຂອງວິ ທະຍາຄານການແພດກອງທັບ ເປັນສະຖາບັນການສຶກສາສູງສຸດດ້ານວິຊາການແພດຂອງກອງທັບປະຊາຊົນລາວ, ມີຖານະທຽບເທົ່າຂັ້ນກອງພົນ, ພາຍໃຕ້ການຊີ້ນຳ-ຄຸ້ມຄອງໂດຍກົງຮອບດ້ານ ຂອງກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ພະ ລາທິການກອງທັບ ແລະ ໄດ້ກຳ ນົດເອົາວັນທີ 28 ມີນາ 2016 ເປັນວັນສ້າງຕັ້ງວິທະຍາຄານການແພດກອງທັບ. ມາຮອດປັດຈຸບັນວິທະຍາຄານການແພດກອງທັບ ໄດ້ເປີດຮຽນຫຼາຍຫຼັກ ສູດຄື: ຫຼັກສູດປະລິນຍາໂທຮູບຮ່າງ ສາຂາໜ້າທີ່ການ ລະບົບ 3 ປີ, ຫຼັກສູດແພດຊ່ຽວຊານພາຍໃນ-ພາຍນອກ ລະບົບ 2 ປີ, ຫຼັກສູດປະລິນຍາຕີການແພດລະ ບົບ 6 ປີ, ຫຼັກສູດແພດຊັ້ນສູງ ເຊື່ອມຕໍ່ ລະບົບ 4 ປີ, ຫຼັກສູດພະຍາບານຊັ້ນສູງ ລະບົບ 3 ປີ, ວິເຄາະການແພດຊັ້ນກາງ ລະບົບ 3 ປີ, ແພດຊັ້ນກາງ ລະບົບ 3 ປີ ຢູ່ບັນດາໂຮງໝໍບໍລິເວນ, ຫຼັກສູດບຳລຸງເອໂກກຣາບຟິກ ລະບົບ 6 ເດືອນ, ຫຼັກສູດບຳລຸງວຽກງານບັນຊາເສນາຮັກ ລະບົບ 5 ເດືອນ, ບຳລຸງຄູວິທະຍາຄານການແພດ ກຳນົດ 3 ເດືອນ ແລະ ນັບແຕ່ປີ 2016 ເປັນຕົ້ນມາ ໄດ້ກໍ່ສ້າງສຳເລັດ ແພດປະລິນຍາໂທຮູບຮ່າງ ສາຂາໜ້າທີ່ການ ຈຳນວນ 1 ຊຸດ, ປະລິນຍາຕີການແພດ ຈຳນວນ 6 ຊຸດ, ແພດຊ່ຽວຊານພາຍໃນ-ພາຍນອກ ຈຳນວນ 2 ຊຸດ, ບຳລຸງເອໂກ ຈຳນວນ 2 ຊຸດ, ຊັ້ນສູງພະຍາບານ ຈຳນວນ 1 ຊຸດ, ຈັດຕັ້ງບັນຊາເສນາຮັກ ຈຳນວນ 3 ຊຸດ. ຕະຫຼອດໄລຍະຜ່ານມາ ວິທະຍາຄານການແພດກອງທັບ ນອກຈາກໄດ້ເອົາໃຈໃສ່ສິດສອນນັກສຶກສາ ທັງພາກທິດສະດີ ແລະ ພາກຈັດຕັ້ງປະຕິບັດຕົວຈິງແລ້ວ ເພື່ອໃຫ້ສອດຄ່ອງກັບສະພາບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະພາບການໃໝ່ນີ້ ໃນແຕ່ລະປີໄດ້ຈັດສົ່ງຄູ-ອາຈານ ໄປຍົກລະດັບສຶກສາຮ່ຳຮຽນຕໍ່ປະລິນ ຍາໂທ ແລະ ປະລິນຍາເອກ ຢູ່ທັງພາຍໃນ ແລະ ຕ່າງປະເທດ.
ຜົນສຳເລັດດັ່ງກ່າວນັ້ນ, ຍ້ອນມີແນວທາງນະໂຍບາຍຂອງພັກ, ການຊີ້ນຳຢ່າງໃກ້ຊິດຕິດແທດ ຂອງຄະນະບໍລິຫານງານພັກກະ ຊວງປ້ອງກັນປະເທດ, ການຊີ້ນຳ ໂດຍກົງຈາກຄະນະພັກກົມໃຫຍ່ພະລາທິການກອງທັບ, ການສະ ໜັບສະໜູນຊ່ວຍເຫຼືອຂອງບັນ ດາອົງການຈັດຕັ້ງລັດ, ກະຊວງ, ສະຖາບັນຕ່າງໆ ທັງພາຍໃນ ແລະ ນອກກອງທັບ, ຕະຫຼອດຮອດອົງການປົກຄອງທ້ອງຖິ່ນ, ຫົວໜ່ວຍທຸລະກິດບວກກັບຄວາມ ບຸກບືນສູ້ຊົນຂອງນາຍ ແລະ ພົນທະຫານ, ພະນັກງານ, ຄູ-ອາ ຈານ ໃນທົ່ວວິທະຍາຄານການ ແພດກອງທັບ ແລະ ການປະ ກອບສ່ວນຂອງນັກສຶກສາແຕ່ລະຊຸດ ຈຶ່ງເຮັດໃຫ້ວິທະຍາຄານການແພດກອງທັບ ມີການພັດທະນາ ແລະ ເຕີຍໃຫຍ່ ຂະຫຍາຍຕົວໜັກແໜ້ນ, ເຂັ້ມແຂງ ຂຶ້ນເປັນກ້າວໆ.
ໂດຍ: ນາງ ຊີເລົ່າ ໄຊກາວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ