
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຊຸກຍູ້ຕິດຕາມໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນເຂົ້າຄ້າຍກອງພັນທີ 2 ຜ່າວົງປິດລ້ອມ ຢູ່ແຂວງຊຽງຂວາງ
ເວລາອອກຂ່າວ: 2025-03-17 12:16:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3684 | ຄວາມນິຍົມ:
ວັນທີ 14 ມີນາ 2025 ນີ້, ສະຫາຍ ສຈ ປອ ພົນໂທ ວົງຄຳ ພົມມະກອນ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ໂຄງການກໍ່ສ້າງປັບປຸງຄືນເສັ້ນທາງປູຢາງສອງຊັ້ນເຂົ້າຄ້າຍກອງພັນທີ 2 ຜ່າວົງປິດລ້ອມຂອງສັດຕູເພື່ອກະກຽມຕ້ອນຮັບວັນສຳຄັນທາງປະຫວັດສາດຂອງຊາດ, ຂອງພັກ ໂດຍສະເພາະວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 70 ປີ ແລະ ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ໃຫ້ເປັນຂະບວນການຟົດຟື້ນ ເລັ່ງໃສ່ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ສາມຂັ້ນຂອງພັກ ໃຫ້ເຂົ້າສູ່ຊີວິດຕົວຈິງ ທັງເປັນການປັບປຸງ ແລະ ສ້າງສິ່ງອຳນວຍຄວາມສະດວກໃຫ້ສະຖານທີ່ທ່ອງທ່ຽວທາງປະຫວັດ ສາດຂອງຊາດ, ຂອງກອງທັບ ໃຫ້ມີທ່າກ້າວຂະຫຍາຍຕົວດີຂຶ້ນ ສົ່ງເສີມການທ່ອງທ່ຽວຮຽນຮູ້ປະ ຫວັດສາດ ຂອງກອງທັບປະຊາຊົນລາວ. ໂດຍໃຫ້ການຕ້ອນຮັບ ແລະ ຮ່ວມເຮັດວຽກ ຂອງ ທ່ານ ດວງຖາວອນ ປະທານ ບໍລິສັດ ດວງຖາວອນ ພັດທະນາກໍ່ສ້າງ (DTV) ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້, ທີມງານວິຊາການພາກສະໜາມຂອງກົມຊ່າງແສງ ໄດ້ລາຍງານຄວາມຄືບໜ້າຂອງວຽກງານ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການເຮັດວຽກຕົວຈິງ ແລະ ຂໍ້ສະເໜີ ຂອງບໍລິສັດ ດວງຖາວອນ ຜູ້ຮັບວຽກກໍ່ສ້າງ ແມ່ນໜ້າວຽກຂະຫຍາຍເສັ້ນທາງ, ປັບໜ້າທາງ, ລົງຢາງກັນຊຶມ, ປູຢາງຊັ້ນທີໜຶ່ງແລ້ວຈຳນວນໜຶ່ງ ແລະ ກະກຽມລົງຢາງຊັ້ນທີສອງ ປັດຈຸບັນສຳເລັດ 80% ຍັງແຕ່ແກ້ໄຂສິ່ງກີດຂວາງຈຳນວນໜຶ່ງ ແລະ ປັບປຸງຈຸດລະບາຍນໍ້າທີ່ເປ່ເພຈາກໄພພິບັດໃນໄລຍະຜ່ານມາ ໂດຍຈະໄດ້ປ່ຽນຈາກການຝັງທໍ່ມາເປັນຂົວຂະໜາດນ້ອຍແທນ ເພື່ອຮັບຮອງໃຫ້ນໍ້າລະບາຍອອກທັນໃນລະດູຝົນ. ທັງນີ້, ເພື່ອໃຫ້ຂັ້ນເທິງເຫັນໄດ້ຄວາມຈຳເປັນ ຂອງໜ້າວຽກໃນການແກ້ໄຂໝູນໃຊ້ງົບປະມານໃນການດັດແກ້ຫົວໜ່ວຍຄິດໄລ່ທີ່ຈຳເປັນຈຳນວນໜຶ່ງໃຫ້ແທດເໝາະກັບຕົວຈິງ.
ສະຫາຍຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຮຽກຮ້ອງໃຫ້ທຸກອະນຸກຳມະການທີ່ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງໃຫ້ຮັບຜິດຊອບນັ້ນ ຈົ່ງພ້ອມກັນສູ້ຊົນບຸກບືນຊ່ວຍກັນ, ຮຽກຮ້ອງໃຫ້ແຂວງ, ເມືອງ, ເຈົ້າຂອງໂຄງການ ແລະ ຜູ້ຮັບເໝົາກໍ່ສ້າງຈົ່ງຕັ້ງໜ້າປະກອບສ່ວນເຂົ້າໃນການສ້າງສາພັດທະນາບ້ານເກີດເມືອງນອນຕົນເອງ ເປັນການຊ່ວຍພັກ-ລັດ, ຊ່ວຍຊາດໃນການພັດທະນາສ່ວນແຫຼ່ງທຶນດ້ານງົບປະມານ ໃນປັດຈຸບັນມີຄວາມຫຍຸ້ງຍາກ ແຕ່ພັກ-ລັດ ໂດຍສະເພາະກະຊວງປ້ອງກັນປະເທດ ຈະຊຸກຍູ້ຊ່ວຍເຫຼືອຕາມເງື່ອນໄຂຕົວຈິງ ຖ້າເສັ້ນທາງສະດວກ ຈະເປັນການອຳນວຍຄວາມສະດວກຫຼາຍຢ່າງໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວເຂົ້າມາທ່ຽວຊົມຄ້າຍຈຳລອງກອງພັນທີ 2 ຜ່າວົງປິດລ້ອມໃຫ້ຫຼາຍຂຶ້ນ ເປັນການສົ່ງເສີມການທ່ອງທ່ຽວໃຫ້ມີທ່າກ້າວຂະຫຍາຍຕົວດີຂຶ້ນ.
ໂດຍ: ສອນໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ