ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ເປີດໂຕເອັມວີບົດເພງ ສັນລະເສີນພັກ ທີ່ຈະສະແດງຂໍ່ານັບຮັບຕ້ອນຮັບສາມວັນປະຫວັດສາດ
ເວລາອອກຂ່າວ: 2025-03-17 14:45:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 4591 | ຄວາມນິຍົມ:



ໃນວັນທີ 15 ມີນາ 2025 ນີ້, ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ຮ່ວມກັບ ຄະນະດົນຕີ ບັນເລງປະສານສຽງ ເດິເປຍນິສວຽງຈັນ ໄດ້ຈັດພິທີເປີດໂຕເອັມວີບົດເພງ ສັນລະເສີນພັກ (ພັດທະນາແຕ່ບໍ່ລືມຄວາມເປັນລາວ) ທີ່ໂຮງແຮມຮໍລິເດອິນ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ບໍ່ແສງຄຳ ວົງດາລາ ອະດີດລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີອະດີດການນໍາພັກ-ລັດ, ສິລະປິນແຫ່ງຊາດ, ອຸປະທຸດອົງການຈັດຕັ້ງສາກົນ, ນັກສະແດງ, ສິລະປິນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ທ່ານ ນາງ ມຸກດາວັນ ຂັດທິຍະ ປະທານໂຄງການ ແລະ ຜູ້ບໍລິຫານ ຄະນະດົນຕີບັນເລງປະສານສຽງເດິເປຍນິສວຽງຈັນ ໄດ້ກ່າວວ່າ: ຄະນະດົນຕີບັນເລງປະສານສຽງເດິເປຍນິສວຽງຈັນສ້າງຕັ້ງຂຶ້ນປີ 2020 ໃນກຸ່ມຄົນທີ່ມີຈິດໃຈມັກຮັກສຽງດົນຕີ ຈຶ່ງໄດ້ພ້ອມກັນຍົກສູງພັດທະນາເຄື່ອງດົນຕີລາວນໍາສະເໜີໃນຮູບແບບສາກົນມາປະສົມປະສານ ເຮັດໃຫ້ຄົນຕ່າງປະເທດໄດ້ສຳຜັດກັບຄວາມສວຍງາມອັນເປັນເອກະລັກຂອງດົນຕີລາວ ແລະ ເຮັດໃຫ້ຄົນໄດ້ເຂົ້າດົນຕີແບບຍຸກໃໝ່ ພ້ອມນີ້, ຍັງເປັນການສົ່ງເສີມການທ່ອງທ່ຽວລາວ ສ້າງຜົນງານການຖ່າຍທຳວິດີໂອເພງທີ່ໄດ້ເລືອກເອົາສະຖານທີ່ທ່ອງທ່ຽວທາງປະຫວັດສາດທີ່ສຳຄັນໃນປະເທດລາວ ເພື່ອເປັນການປະກອບສ່ວນຊຸກຍູ້ການທ່ອງທ່ຽວລາວ ດ້ານການນຸ່ງຖື ເຖິງວ່າຈະນຸ່ງແບບສາກົນປະຍຸກທັນສະໄໝ ແຕ່ກໍຍົກສູງຄວາມສຳຄັນການອະນຸລັກຝ້າໄໝລາວ ພ້ອມທັງສົ່ງເສີມນັກສິລະປະລາວທຸກຂະແໜງ. ນອກນີ້, ຜົນງານເພງຍັງສອດແຊກແນວຄິດຄວາມສະເໝີພາບບົດບາດ ຍິງ-ຊາຍ ໂດຍຜ່ານການນຳສະເໜີສະແດງຂອງແມ່ຍິງລາວ ພາຍຫຼັງໄດ້ນໍາເອົາບົດເພງ ບຸນຄຸນພັກ ແລະ ເພງແດນແຫ່ງອິດສະຫຼະ ມາປະພັນດົນຕີໃໝ່ ແລະ ເຜີຍແຜ່ປີ 2021 ໄດ້ຮັບສຽງຕອບຮັບຊົມເຊີຍຢ່າງລົ້ນຫຼາຍຈາກສັງຄົມ ທັງພາກລັດ ແລະ ເອກະຊົນ ລວມເຖິງອົງການຈັດຕັ້ງສາກົນ, ໄລຍະປີ 2022-2024 ໂຄງການໄດ້ສະແດງຄອນເສີດຮ່ວມກັບສະຖານທູດຝຣັ່ງ ປະຈຳລາວ, ໃນຕົ້ນປີ 2024 ໄດ້ສຳເລັດການຈັດງານຄອນເສີດຂອງຕົນເອງຄັ້ງທຳອິດ ເຊິ່ງໄດ້ຮັບການຕອບຮັບ ແລະ ມີຜູ້ເຂົ້າຊົມຫຼາຍກວ່າ 500 ຄົນ. ຈາກນັ້ນ, ໂຄງການໄດ້ສົ່ງນັກສະແດງ, ນັກຮ້ອງ, ນັກເປຍໂນໄປສະແດງຢູ່ພາຍໃນ ແລະ ຕ່າງປະເທດ ກອງປະຊຸມອາຊຽນ ແລະ ອື່ນໆ, ສ່ວນການແນະນໍາບົດເພງສັນລະເສີນພັກທີ່ເປັນບົດເພງຂອງທ່ານ ສີຊະນະ ສີສານ ເປັນຜູ້ປະພັນ ເປັນບົດເພງທີ່ຍິ່ງໃຫຍ່ ຂອງບັນພະບູລຸດລາວນໍາມາປະດິດດົນຕີໃໝ່ຄັ້ງນີ້ ຈະເຮັດໃຫ້ບົດເພງອຳມະຕະໄດ້ຫວນຄືນມີຊີວິດຊີວາ ເພື່ອໃຫ້ໄວໜຸ່ມລາວຮຸ່ນຕໍ່ໆ ໄປໄດ້ຮັບຟັງ ແລະ ຮຽນຮູ້ບົດເພງທີ່ເປັນມູນເຊື້ອປະຕິວັດລາວ. ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ການແນະນໍາເອັມວີບົດເພງສັນລະເສີນພັກ ຂອງວົງດົນຕີບັນເລງປະສານສຽງເດິເປຍນິສວຽງຈັນຄັ້ງນີ້ ຈຸດປະສົງເພື່ອເປັນການຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ວັນຍຶດອຳນາດ 23 ສິງຫາ ແລະ ກອງປະຊຸມໃຫຍ່ຂອງພັກ ໃຫ້ມີບັນຍາກາດຄືກຄື້ນມ່ວນຊື່ນ ພ້ອມທັງເປັນສົ່ງເສີມວັດທະນະທຳ ແລະ ສິລະປະດົນຕີໃຫ້ໄດ້ຮັບການປົກປັກຮັກສາພັດທະນາ ແລະ ສືບທອດຮຸ່ນສູ່ຮຸ່ນໃນເວທີການສະແດງທີ່ມີຄຸນຄ່າ ແລະ ເອກອ້າງພາກພູມໃຈ ເພື່ອສົ່ງເສີມກໍ່ສ້າງພັດທະນາຊັບພະຍາກອນມະນຸດສິລະປິນ ທີ່ມີຄວາມຮູ້ຄວາມສາມາດໃຫ້ຍືນຍົງ ທັງຍົກສູງຄຸນຄ່າຂອງສິລະປິນລາວ ໂດຍສະເພາະການສະແດງດົນຕີປະສານສຽງຜ່ານບັນດາບົດເພງມູນເຊື້ອປະຕິວັດອັນມີຊີວິດຊີວາໃຫ້ສັງຄົມໄດ້ຮັບຮູ້ ເຊິ່ງບົດເພງທີ່ມາສະແດງມີ 9 ບົດເພງຄື: ຈໍາປາເມືອງລາວ, ບຸນຄຸນພັກ, ແດນແຫ່ງອິດສະຫຼະ, ສຽງແຄນລາວ, ຄິດຮອດຊຳເໜືອ, ບ້ານແມ່ເຮົາ, ສົ່ງພອນປີໃໝ່, ເຢັນສະບາຍຊາວນາ ແລະ ບົດເພງສັນລະເສີນພັກ ເຊິ່ງປະກອບດ້ວຍນັກດົນຕີທີ່ມີຊື່ສຽງ ສ່ວນສະຖານທີ່ຈັດສະແດງແມ່ນຢູ່ຫໍວັດທະນະທຳແຫ່ງຊາດ ຄາດຄະເນຈະຈັດຂຶ້ນວັນທີ 22 ສິງຫາ 2025 ໂດຍລວມແລ້ວ ບົດເພງສັນລະເສີນພັກ ຈະເປັນບົດເພງໜຶ່ງທີ່ຈະສ້າງຄວາມປະທັບໃຈ ແລະ ຄວາມເບີກບານມ່ວນຊື່ນສີແດງແຫ່ງທຸງປະຕິວັດໃຫ້ກັບຜູ້ທີ່ເຂົ້າຊົມດ້ວຍບັນຍາກາດມ່ວນຊື່ນ. ໂດຍ: ສຸກສົງການ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ