ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ປະກາດການແຕ່ງຕັ້ງຄະນະສະພາວິທະຍາສາດ-ປະຫວັດສາດ ການທະຫານ ຢູ່ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ
ເວລາອອກຂ່າວ: 2025-03-17 15:26:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 4626 | ຄວາມນິຍົມ:



ວັນທີ 17 ມີນາ 2025 ນີ້, ຢູ່ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ປະກາດການແຕ່ງຕັ້ງຄະນະສະພາວິທະຍາສາດ-ປະຫວັດສາດ ການທະຫານ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ປອ ໂພນທອງ ພັນຈະເລີນພົນ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ພ້ອມຄະນະ, ມີສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ຫົວໜ້າການທະຫານໂຮງຮຽນ ພ້ອມຄະນະ, ມີບັນດາຄະນະສະພາວິທະຍາສາດ-ປະຫວັດສາດ ການທະຫານ ໂຮງຮຽນ ພ້ອມຄະນະ ເຂົ້າຮ່ວມ. ສະຫາຍ ພັນໂທ ກາວິນ ຈັນທະມາດ ຫົວໜ້າຫ້ອງການ ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງປະເທດ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ຄະນະສະພາວິທະຍາ ສາດ-ປະຫວັດສາດ ການທະຫານ ຂັ້ນຮາກຖານ ຢູ່ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ຫົວໜ້າການທະຫານໂຮງຮຽນ ເປັນປະທານ, ສະຫາຍ ພັນເອກ ສຳລີ ຈັນທະວົງ ຫົວໜ້າການເມືອງໂຮງຮຽນ ເປັນຮອງປະທານ, ສະຫາຍ ພັນໂທ ບົວໄທ ມິ່ງເມືອງອາດ ຫົວໜ້າພະແນກວິທະຍາສາດ-ປະຫວັດສາດ ການທະຫານ ເປັນຜູ້ປະຈຳການ, ສະຫາຍ ພັນໂທ ກົງມະລີ ວົງພັນ ຮອງຫົວໜ້າຫ້ອງການເມືອງ, ສະຫາຍ ພັນໂທ ຄໍາຜິວ ສຸນັນທອງ ຮອງຫົວໜ້າຫ້ອງການ, ສະຫາຍ ພັນໂທ ແສງຄໍາ ເພັງສະຫວັດ ຮອງຫົວໜ້າຫ້ອງອົບຮົມ-ກໍ່ສ້າງ, ສະຫາຍ ພັນໂທ ຄໍາສົດ ສິລິວັດ ຮອງຫົວໜ້າຫ້ອງສຶກສາ, ສະຫາຍ ພັນໂທ ຄໍາພວງ ຕະອອນເກດ ຮອງຫົວໜ້າຫ້ອງພະລາທິການ, ສະຫາຍ ພັນຕີ ໜອມ ສີບົວພັນ ຮອງຫົວໜ້າຫ້ອງເຕັກນິກ, ສະຫາຍ ພັນໂທ ທອງແພງ ອິນທະວົງ ຫົວໜ້າພະແນກແຜນຫ້ອງສຶກສາ ແລະ ສະຫາຍ ພັນຕີ ພູສ້ອຍ ສີປະເສີດ ຫົວໜ້າພະແນກແຜນການຫ້ອງອົບຮົມ-ກໍ່ສ້າງ ເປັນກໍາມະການ. ໂອກາດນີ້, ສະຫາຍ ພັນເອກ ປອ ໂພນທອງ ພັນຈະເລີນພົນ ໄດ້ມີຄຳເຫັນຊີ້ນຳຕໍ່ຄະນະສະພາວິທະຍາສາດ-ປະຫວັດສາດ ການທະຫານ ແລະ ພະນັກງານວິຊາການທີ່ກຽ່ວຂ້ອງ ຈົ່ງພ້ອມກັນຍົກສູງ ບົດບາດຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ, ພ້ອມກັນປັບປຸງຖອດຖອນບົດຮຽນໃຫ້ຫຼາຍ ທາງດ້ານວິທະຍາສາດໃຫ້ມີບາດກ້າວໃໝ່ຂຶ້ນເລື້ອຍໆ ສ້າງເງື່ອນໄຂເຮັດໃຫ້ກົມກອງມີຄວາມເຂັ້ມແຂງ ແລະ ກາຍເປັນກອງທັບທີ່ມີແບບແຜນທັນສະໄໝຂຶ້ນເປັນກ້າວໆ. ໂດຍ: ຄຳແປງ ຟອງສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ