
ໜ່ວຍຊາວໜຸ່ມ ກອງບັນຊາການທະຫານເມືອງໂພນທອງ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2024
ເວລາອອກຂ່າວ: 2025-04-21 09:30:17 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 646 | ຄວາມນິຍົມ:
ກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ຂອງໜ່ວຍຊາວໜຸ່ມກອງບັນຊາການທະຫານເມືອງໂພນທອງ ແຂວງຫຼວງພະບາງ ໄດ້ໄຂຂຶ້ນໃນວັນທີ 4 ເມສາ 2025 ນີ້. ໂດຍການເປັນປະທານຂອງ ສະຫາຍ ພັນຕີ ໄຊພອນ ຊີມອົມຕັງລາ ຮອງຫົວໜ້າພະແນກການເມືອງ, ເລຂາໜ່ວຍຊາວໜຸ່ມກອງບັນຊາການທະຫານເມືອງໂພນທອງ. ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນໂທ ທອງສຸກ ມະນີວັນ ປະທານກວດກາຄະນະພັກຮາກຖານ, ຮອງຫົວໜ້າການເມືອງ ກອງບັນ
ຊາການທະຫານເມືອງໂພນທອງ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ມີເລຂາ-ຮອງເລຂາໜ່ວຍ ຕະຫຼອດຮອດສະມາຊິກຊາວໜຸ່ມພາຍໃນໜ່ວຍ ເຂົ້າຮ່ວມ.
ສະຫາຍ ພັນຕີ ໄຊພອນ ຊີມອົມຕັງລາ ເລຂາໜ່ວຍຊາວໜຸ່ມ ກອງບັນຊາການທະຫານເມືອງໂພນທອງ ໄດ້ຜ່ານບົດສະ ຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ທິດທາງແຜ່ນການ ປະຈຳປີ 2025 ໄດ້ໃຫ້ຮູ້ວ່າ: ຕະຫຼອດໄລຍະຜ່ານມາຄະນະໜ່ວຍໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນບັນຫາສຳຄັນເພື່ອແນໃສ່ເຮັດໃຫ້ສະມາຊິກຊາວໜຸ່ມພາຍໃນໜ່ວຍມີຄຸນທາດການເມືອງທີ່ໜັກແໜ້ນ, ມີລະບຽບວິໄນທີ່ເຂັ້ມງວດ ແລະ ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ. ນອກຈາກນີ້, ຍັງໄດ້ເຄື່ອນໄຫວຕ້ານປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນຕາມການຊີ້ນຳຂອງຂັ້ນເທິງ. ໃນນີ້, ແມ່ນໄດ້ເຂົ້າຮ່ວມໃນການເຝົ້າລະວັງການລັກລອບປູກຝິ່ນຢູ່ຂອບເຂດຄວາມຮັກຜິດຊອບ, ປ້ອງກັນຄ້າຍ
ຄູ, ປ້ອງກັນໂຄງການ, ບໍລິສັດ ແລະ ເສັ້ນທາງຍຸດທະສາດ ໂດຍລວມແລ້ວຂອບເຂດຮັບຜິດຊອບແມ່ນມີຄວາມສະຫງົບປອດໄພ 100%. ໄປພ້ອມກັນນີ້, ຍັງໄດ້
ເຂົ້າຮ່ວມຂະບວນການອອກແຮງງານລວມ ຂອງກົມກອງ ແລະ ຂອງເມືອງ ຈຳນວນ 3 ຄັ້ງ 71 ແຮງງານ, ເຂົ້າຮ່ວມການແຂ່ງ ຂັນກິລາ 1 ຄັ້ງມີ 24 ສະຫາຍ. ໂອກາດດຽວກັນນີ້, ກອງປະຊຸມຍັງໄດ້ຜ່ານຂໍ້ຕົກຂອງຫ້ອງການຊາວໜຸ່ມເມືອງ ວ່າດ້ວຍການລາອອກຈາກການເປັນສະມາຊິກຊາວໜຸ່ມ ແລະ ຂໍ້ຕົກລົງ ວ່າດ້ວຍການປະຕິບັດຍ້ອງຍໍຜົນງານ 5 ປີ ໃຫ້ແກ່ສະມາຊິກຊາວໜຸ່ມຜູ້ທີ່ມີຜົນງານດີເດັ່ນຕື່ມອີກ.
ສະຫາຍ ພັນໂທ ທອງສຸກ ມະນີວັນ ໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ຕະຫຼອດໄລຍະ 1 ປີຜ່ານມາ, ພ້ອມທັງໄດ້ຮຽກຮ້ອງໃຫ້ສະມາ ຊິກຊາວໜຸ່ມທຸກສະຫາຍ ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ຫວັງດີ, ເອົາໃຈໃສ່ກຳແໜ້ນຕໍ່ແນວທາງຂອງພັກ, ເຄົາລົບກົດ ໝາຍຂອງລັດ ແລະລະບຽບວິໄນຂອງກອງທັບໃຫ້ເຂັ້ມງວດ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ ເພື່ອກຽມພ້ອມເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າທີ່ຊາດ ແລະປະຊົນຊົນມອບໝາຍໃຫ້.
ໂດຍ: ຈັນດີ ຈົ່ງຊໍ່ທໍ່
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ