
ກອງພັນໃຫຍ່ 302 ກອງພົນທີ 3 ມອບເຄື່ອງຊ່ວຍເຫຼືອ ໃຫ້ຄອບຄົວຜູ້ທີ່ຖືກອັກຄີໄພ ໄຟໄໝ້ເຮືອນ
ເວລາອອກຂ່າວ: 2025-04-21 09:33:42 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 641 | ຄວາມນິຍົມ:
ວັນທີ 12 ເມສາ 2025 ນີ້, ກອງພັນໃຫຍ່ 302 ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວຜູ້ທີ່ຖືກອັກຄີໄພ ໄຟໄໝ້ເຮືອນຢູ່ບ້ານວຽງຄຳໃຫຍ່ ເມືອງຜາອຸດົມ ແຂວງບໍ່ແກ້ວ, ເຊິ່ງນຳໂດຍ ສະຫາຍ ພັນໂທ ບຸນ ວິໄລແກ້ວ ຄະນະປະຈຳພັກ, ປະທານກວດ ກາຫົວໜ້າພະແນກການເມືອງ ກອງພັນໃຫຍ່302, ມີສະຫາຍ ພັນໂທ ທອງລຸນ ສາລີກາ ຫົວໜ້າພະແນກບໍລິຫານ ກອງພັນໃຫຍ່ 302, ມີສະຫາຍ ບຸນຄືນ ມະນິວົງ ນາຍບ້ານ ບ້ານວຽງຄຳໃຫຍ່ພ້ອມດ້ວຍຄະນະ, ມີສະຫາຍ ຄຳສຸກ ວົງສະຫວັດ ເຈົ້າຂອງເຮືອນຜູ້ທີ່ຖືກຮັບຜົນກະທົບອັກຄີໄພ ໄຟໄໝ້ເຮືອນ ພ້ອມດ້ວຍຄອບຄົວ ເຂົ້າຮ່ວມ.
ເຄື່ອງທີ່ນຳມາມອບໃນຄັ້ງນີ້ມີເຂົ້າສານ ຈຳນວນ 50 ກິໂລ, ເງິນສົດຈຳນວນ 1.000.000 ກີບ ແລະ ແກ່ລົດ ເຊອາ ຈຳນວນ 1 ຖ້ຽວຄັນ ໄປຕັດໄມ້ມາປູກສ້າງເຮືອນແບບຊົ່ວຄາວໃຫ້ຄອບຄົວຜູ້ທີ່ຖືກອັກຄີໄພ ໄຟໄໝ້ເຮືອນໃຫ້ມີບ່ອນຢູ່ອາໄສ. ສະຫາຍ ພັນໂທ ບຸນ ວິໄລແກ້ວ ພ້ອມດ້ວຍຄອບຄົວ ກໍໄດ້ມອບເຄື່ອງນຸ່ງຫົ່ມຕື່ມອີກຈຳນວນໜຶ່ງໃຫ້ຄອບຄົວຜູ້ທີ່ຖືກອັກຄີໄພ ໄຟໄໝ້ເຮືອນ. ໂດຍການກ່າວຮັບຂອງ ສະຫາຍ ຄຳສຸກ ວົງສະຫວັດ ເຈົ້າຂອງເຮືອນຜູ້ທີ່ຖືກຜົນກະທົບອັກຄີໄພ ໄຟໄໝ້ເຮືອນ ພ້ອມດ້ວຍຄອບຄົວ. ໂອກາດນີ້, ສະຫາຍກໍໄດ້ສະແດງຄວາມຂອບໃຈມາຍັງ ສະຫາຍ ພັນໂທ ບຸນ ວິໄລແກ້ວ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ທົ່ວກອງພັນໃຫຍ່ 302 ທີ່ໃຫ້ການຊ່ວຍເຫຼືອເບິ່ງແຍ່ງຕະຫຼອດມາ ບໍ່ວ່າ
ຈະເປັນທັງວັດຖຸ, ເງິນຄຳ ແລະ ກຳລັງເຫື່ອແຮງຂອງພະນັກງານ-ນັກຮົບມາຊ່ວຍເຫຼືອໃນຄັ້ງນີ້ ຂໍອວຍພອນໄຊອັນປະເສີດໃຫ້ແກ່ຄະນະພັກ-ຄະນະບັນຊາ, ພະນັກງານນັກຮົບ ທົ່ວກອງພັນໃຫຍ່ 302 ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າທີ່ພັກ-ລັດ, ການຈັດຕັ້ງ ແລະ ປະຊາຊົນມອບໃຫ້.
ໂດຍ: ພອນແກ້ວ ວິໄລສັກ
ພາບ: ໄຊຄຳ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ