
ທະຫານແຂວງໄຊຍະບູລີ ທາບທາມບຸກຄະລາກອນ ຮອບທີ 1
ເວລາອອກຂ່າວ: 2025-04-21 09:34:54 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 681 | ຄວາມນິຍົມ:
ໃນວັນທີ 11 ເມສາ 2025 ນີ້, ຢູ່ສະໂມສອນກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຈັດກອງປະຊຸມທາບທາມເອົາບຸກຄະລາກອນເຂົ້າໃນຄະນະພັກກອງບັນຊາການທະຫານແຂວງໄຊຍະບູລີ ຄັ້ງທີ VI ຮອບທີ 1. ໂດຍການເປັນປະທານຂອງ ສະຫາຍ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ ແລະ ອົງການຈັດຕັ້ງມະຫາຊົນແຂວງໄຊຍະບູລີ, ມີສະຫາຍ ພັນເອກ ປອ ບຸນຍອງ ດວງດີ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ, ມີຄະນະຊີ້ນຳກອງປະຊຸມຈາກແຂວງ, ມີຄະນະພັກກອງບັນຊາການທະຫານແຂວງ, ຄະນະພັກມາຈາກກອງພັນ, ກອງຮ້ອຍທະຫານຊາຍແດນ, ກອງຮ້ອຍເອກະລາດ, ໂຮງຮຽນ, ໂຮງໝໍໃນທົ່ວທະຫານແຂວງໄຊຍະບູລີເຂົ້າຮ່ວມ.
ສະຫາຍ ພັນເອກ ປອ ບຸນຍອງ ດວງດີ ໄດ້ຜ່ານຄຳສັ່ງແນະນຳຂອງຄະນະພັກແຂວງ ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກກອງບັນຊາການທະຫານແຂວງໄຊຍະບູລີ ເພື່ອເຮັດໃຫ້ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ຂອງກອງບັນຊາການທະຫານແຂວງໃຫ້ບັນລຸໄດ້ຕາມເນື້ອໃນຄຳສັ່ງຂອງຄະນະເລຂາທິການສູນກາງພັກ, ຄຳສັ່ງແນະນຳຂອງຄະນະຈັດຕັ້ງສູນກາງພັກ ແລະ ຄຳສັ່ງແນະນຳຂອງຄະນະປະຈຳພັກແຂວງ, ນຳໄປຈັດຕັ້ງປະຕິບັດໃຫ້ເຂົ້າໃຈຖືກຕ້ອງເລິກເຊິ່ງ ແລະ ມີປະ ສິດທິພາບສູງກອງປະຊຸມຍັງໄດ້ຮັບຟັງມາດ
ຖານເງື່ອນໄຂ ແລະ ລະບຽບການຕ່າງໆຈາກຄະນະຈັດຕັ້ງແຂວງ.ຈາກນັ້ນ, ຕາງໜ້າສະມາຊິກພັກໃນທົ່ວກອງບັນຊາການທະຫານແຂວງໄຊຍະບູລີ ໃຊ້ສິດປະຊາ ທິປະໄຕຂອງຕົນ ເລືອກເອົາບຸກຄະລາກອນເຂົ້າໃນອົງຄະນະພັກກອງບັນຊາການທະຫານແຂວງ ຮອບທີ 1 ສຳເລັດຕາມແຜນການ.
ໂດຍ: ນາງ ບົວລິວັນ ໂສພາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ