ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ພຶດສະພາ 2025

  

ໂຮງງານ​ປະສານ​ເຫຼົ່າ​ພາກ​ກາງ ບາສີ​ສູ່​ຂັວນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່
ເວລາອອກຂ່າວ: 2025-04-21 09:42:46 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 813 | ຄວາມນິຍົມ:



ໃນ​ວັນ​ທີ 10 ເມສາ 2025 ນີ້, ໂຮງງານ​ປະສານ​ເຫຼົ່າ​ພາກ​ກາງ ໄດ້​ຈັດ​ພິທີ​ບາສີ​ສູ່​ຂັວນ​ສົ່ງ​ທ້າຍ​ປີ​ເກົ່າ ​ພສ 2567 ຕ້ອນ ຮັບ​ປີ​ໃໝ່ ​ພສ 2568, ໂດຍ​ການ​ເຂົ້າຮ່ວມ​ຂອງ ສະຫາຍ ພັນ​ເອກ ສອນ​ວິໄລ ປັນຍາ​ສິດ ຫົວໜ້າ​ອຳນວຍ​ການ​ໂຮງງານ​ປະສານ​ເຫຼົ່າ​ພາກ​ກາງ, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ, ບັນດາ​ພະ ແນກການ, ຂະແໜງການ, ພະນັກງານ​ອາວຸໂສ​ບຳນານ, ແຂກ​ຖືກ​ເຊີນ ພ້ອມ​ດ້ວຍ​ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ສອນ​ວິໄລ ປັນຍາ​ສິດ ໄດ້​ຕາງໜ້າ​ໃຫ້​ແກ່​ຄະນະ​ພັກ-ຄະນະ​ອຳນວຍ​ການ ຂຶ້ນ​ກ່າວ​ຄຳ​ອວຍພອນ​ໄຊ​ອັນ​ປະເສີດມາ​ຍັງ​ພະນັກງານ-ນັກຮົບ ຈົ່ງ​ມີ​ສຸຂະພາບ​ແຂງແຮງ, ມີ​ຄວາມ​ຜາ​ສຸກ​ໃນ​ຊີວິດ​ສ່ວນ​ຕົວ ແລະ ຄອບຄົວ ພ້ອມ​ກັນ​ເຮັດ​ສຳ ເລັດ​ໜ້າທີ່​ອັນ​ມີ​ກຽດ​ສະຫງ່າ​ງາມ​ທີ່​ຂັ້ນ​ເທິງ ແລະ ການຈັດຕັ້ງມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ ແລະ ພ້ອມ​ກັນ​ສະເຫຼີມສະຫຼອງ​ບຸນປີໃໝ່ ລາວ​ດ້ວຍ​ຄວາມ​ເບີກບານ​ມ່ວນ ຊື່ນ​ຄຶກຄື້ນ. ໂດຍ: ຄຳ​ສຸກ ວິໄລ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ