
ກອງບັນຊາການທະຫານຊາຍແດນແຂວງຮາຕີງ ອວຍພອນ ກອງບັນຊາການທະຫານແຂວງບໍລິຄຳໄຊ
ເວລາອອກຂ່າວ: 2025-04-21 09:45:02 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 935 | ຄວາມນິຍົມ:
ໃນວັນທີ 9 ເມສາ 2025 ນີ້, ສະຫາຍ ພັນເອກ ຫວໍຮົງຫາຍ ຮອງຫົວໜ້າການທະຫານ ກອງບັນຊາການທະຫານຊາຍແດນແຂວງຮາຕີງ ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະໄດ້ເຂົ້າອວຍພອນ ກອງບັນຊາການທະຫານແຂວງບໍລິຄຳໄຊ ເນື່ອງໃນໂອກາດສະເຫຼີມສະຫຼອງວັນບຸນປີໃໝ່ລາວ ພສ 2568 ໂດຍໃຫ້ກຽດຕ້ອນຮັບຂອງ ສະຫາຍ ພັນເອກ ຈັນນີ ສີສຸກ ຫົວໜ້າການເມືອງ ກອງບັນບັນຊາການທະຫານແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ.
ໂອກາດນີ້, ສະຫາຍ ພັນເອກ ຫວໍຮົງຫາຍ ກໍໄດ້ກ່າວຄຳຢ້ຽມ ຢາມຖາມຂ່າວ ພ້ອມທັງອວຍ ພອນບຸນປີໃໝ່ລາວ ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນ ຂອງປະຊາຊົນລາວ ແລະ ເປັນວັນໜຶ່ງທີ່ມີຄວາມເບີກບານມ່ວນຊື່ນ ສຳລັບປະຊາຊົນລາວ ພ້ອມທັງອວຍພອນໃຫ້ຄະນະພັກ-ຄະນະບັນຊາ, ຕະຫຼອດຮອດພະນັກງານ-ນັກຮົບ ໃນທົ່ວກອງບັນຊາການທະຫານແຂວງບໍລິຄຳໄຊ ຈົ່ງມີສຸຂະພາບແຂງແຮງ ມີພາລະນາໄມສົມບູນ ພ້ອມກັນຫິຼ້ນບຸນປີໃໝ່ລາວ ໃຫ້ມີຄວາມເບີກບານມ່ວນຊື່ນ ແລະ ມີຄວາມປອດໄພ, ພ້ອມທັງອວຍພອນຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ, ສອງພັກ, ສອງກອງ ທັບ ລາວ-ຫວຽດນາມ ທີ່ມີມູນ ເຊື້ອມາແຕ່ດົນນານແລ້ວນັ້ນ ຈົ່ງນັບມື້ແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.
ຈາກນັ້ນ ສະຫາຍ ພັນເອກ ຈັນນີ ສີສຸກ ກໍໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ພັນເອກ ຫວໍຮົງຫາຍ ພ້ອມດ້ວຍຄະນະທີ່ໄດ້ສະຫຼະເວລາມາຢ້ຽມຢາມຖາມຂ່າວ ພ້ອມທັງອວຍພອນໃນວັນບຸນປີໃໝ່ລາວໃນຄັ້ງນີ້ ແລະ ຂໍອວຍໄຊໃຫ້ພອນສາຍພົວພັນມິດ ຕະພາບ, ຄວາມສາມັກຄີແບບພິ ເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ, ສອງກອງ ທັບ ລາວ-ຫວຽດນາມ ເວົ້າລວມເວົ້າສະເພາະກໍແມ່ນກອງບັນຊາການທາະຫານແຂວງບໍລິຄຳໄຊ ກັບກອງບັນຊາການທະຫານຊາຍແດນແຂວງຮາຕີງ ໃຫ້ນັບມື້ນັບເລິກເຊິ່ງ ແລະ ໝັ້ນຄົງທະນົງແກ່ນຊົ່ວກາລະນານ.
ໂດຍ: ສີທອງ ຈັນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ