ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ພຶດສະພາ 2025

  

ກົມວິທະຍາສາດ-ປະຫວັດສາດ ການທະຫານ ທາບທາມເອົາບຸກຄະລາກອນຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະພັກຮາກຖານ ສະໄໝທີ V ຮອບທີ 2
ເວລາອອກຂ່າວ: 2025-04-21 10:26:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1070 | ຄວາມນິຍົມ:



ວັນທີ 18 ເມສາ 2025 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດກອງປະຊຸມທາບທາມເອົາບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະພັກຮາກຖານ ສະໄໝທີ V ຮອບທີ 2 ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ຂວັນມິ່ງ ບິດາສັກ ເລຂາຄະນະພັກຮາກຖານ, ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ, ມີຜູ້ຕາງໜ້າຈາກກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກົມ ຕະຫຼອດຮອດສະມາຊິກພັກສົມບູນ ແລະ ສຳຮອງ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ຂວັນມິ່ງ ບິດາສັກ ໄດ້ຜ່ານບົດຮ່າງລາຍງານການເມືອງທັງສອງພາກ ໃຫ້ຮູ້ວ່າ: ຄະນະພັກຮາກຖານ ກົມວິທະຍາສາດ-ປະຫວັດສາດ ການທະຫານ ປະກອບມີ 7 ສະຫາຍ ແລະ ມີໜ່ວຍພັກຂຶ້ນກັບທັງໝົດ 8 ໜ່ວຍພັກ, ມີສະມາຊິກພັກສົມບູນທັງໝົດ 164 ສະຫາຍ, ສໍາຮອງ 3 ສະຫາຍ. ຕະຫຼອດໄລຍະຜ່ານມາ, ຄະນະພັກໄດ້ຖືເອົາການສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນບັນຫາສຳຄັນ ເຮັດໃຫ້ສະມາຊິກພັກພາຍໃນກົມ ມີຄວາມອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີຄວາມຈົງຮັກພັກດີຕໍ່ອຸດົມການ, ຮຽນຮູ້ ແລະ ປະຕິບັດຂໍ້ກຳນົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ສາມາດເປັນເສານາທິການໃຫ້ກະຊວງປ້ອງກັນປະເທດໃນການເຮັດວຽກງານວິທະຍາສາດ-ປະຫວັດສາດ ການທະຫານ, ຂຽນມູນເຊື້ອຂອງຊາດ, ຂອງກອງທັບ ແລະ ແຕ່ລະກົມກອງ ໂດຍພື້ນຖານ ຂຽນມູນເຊື້ອນັກຮົບແຂ່ງຂັນ, ວີລະຊົນແຫ່ງຊາດ ແລະ ມູນເຊື້ອຂອງບັນດາທ່ານຜູ້ນຳຮຸ່ນກ່ອນ ສຳເລັດຫຼາຍທ່ານ ພ້ອມດຽວກັນ, ໄດ້ປັບປຸງບັນດາອະນຸສອນສະຖານ, ຫໍມູນເຊື້ອສຳເລັດຈຳນວນໜຶ່ງ. ນອກນີ້, ວຽກວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ວຽກງານພົວພັນຮ່ວມມືກັບຕ່າງປະເທດ ກໍມີການພັດທະນາດີຂຶ້ນ. ຈາກນັ້ນ, ສະຫາຍ ພັນເອກ ປອ ໂພນທອງ ພັນຈະເລີນພົນ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຜ່ານບົດສຳຫຼວດການນຳພາ ຂອງຄະນະພັກຮາກຖານ ໂດຍຕີລາຄາຄືນຜົນງານ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ ເພື່ອໃຫ້ກອງປະຊຸມໄດ້ຮັບຮູ້ ແລະ ປະກອບຄຳຄິດເຫັນ ເພື່ອປັບປຸງໃຫ້ມີເນື້ອໃນອຸດົມສົມບູນຖືກຕ້ອງຄົບຖ້ວນ. ກອງປະຊຸມ ໄດ້ຮັບຟັງເງື່ອນໄຂມາດຖານ ແລະ ລະບຽບການຕ່າງໆ ຈາກຜູ້ຕາງໜ້າກົມຈັດຕັ້ງພັກ ກົມໃຫ່ຍການເມືອງກອງທັບ ພ້ອມທັງໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດ ທາບທາມເອົາບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະພັກຮາກຖານ ສະໄໝທີ V ຮອບທີ 2 ສຳເລັດຢ່າງຈົບງາມ. ໂດຍ: ສອນໄຊ ສຸກສິງຈັງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ