
ກ້ອນກຳລັງສວນສະໜາມ ກອງທັບ ປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ
ເວລາອອກຂ່າວ: 2025-04-21 11:27:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1134 | ຄວາມນິຍົມ:
ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ ຄົບຮອບ 50 ປີ, ຢູ່ນະຄອນໂຮ່ຈີມິນ ສສ ຫວຽດນາມ, ທີ່ຈະຈັດຂຶ້ນ ໃນວັນທີ 30 ເມສາ 2025 ທີ່ຈະມາເຖິງນີ້, ນຳໂດຍ ສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານ ກອງພັນໃຫຍ່ 11 ພ້ອມຄະນະ, ໂດຍມີສະຫາຍ ພັນເອກ ຟານຮູ້ຍ ຕຽບ ຮອງຫົວໜ້າກົມທະຫານຊາຍແດນ ສສ ຫວຽດນາມ ພ້ອມຄະນະໃຫ້ການຕ້ອນຮັບ ຢູ່ທີ່ດ່ານ ສາກົນ ລາວ ບາວ.
ສະຫາຍ ພັນເອກ ສົມແພງ ແກ້ວສີລາ ໄດ້ກ່າວສະເເດງຄວາມຂອບໃຈ ຕໍ່ສະຫາຍ ຟານຮູ້ຍ ຕຽບ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມໃຫ້ຄໍາໝັ້ນສັນຍາວ່າ ຈະຊຸມທຸກເຫື່ອແຮງ ນໍາພາ-ຊີ້ນໍາກ້ອນກໍາລັງສວນສະໜາມກອງທັບປະຊາຊົນລາວ ທີ່ຈະເຂົ້າຮ່ວມເດີນຂະບວນສວນສະໜາມ ໃນພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ ສສ ຫວຽດນາມຄົບຮອບ 50 ປີ ໃຫ້ສຳເລັດຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້ໄດ້ຮັບໝາກຜົນສູງ. ໃນເວລາຕໍ່ມາຄະນະກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ ໄດ້ເດີນທາງມາຮອດນະຄອນໂຮ່ຈີມິນ ສສ ຫວຽດນາມ ໂດຍມີສະຫາຍ ພັນເອກ ດິ້ງ ຈ້ອງ ເກີ ຮອງຫົວໜ້າກອງບັນຊາການທະຫານແຂວງ ບິງເຊື່ອງ ພ້ອມຄະນະໃຫ້ການຕ້ອນຮັບ.
ພາບ-ຂ່າວ: ມິກກີ້ ແກ້ວສຸວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ