
ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໂອ້ລົມ ກ້ອນກຳລັງ ເຂົ້າຮ່ວມພິທີສວນສະໝາມ ຢູ່ ສ ຣັດເຊຍ
ເວລາອອກຂ່າວ: 2025-04-21 15:17:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1082 | ຄວາມນິຍົມ:
ວັນທີ 21 ເມສາ 2025 ນີ້, ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ເປັນປະທານ ກອງປະຊຸມພົບປະໂອ້ລົມ ແລະ ລາຍງານຄວາມພ້ອມຂອງກ້ອນກໍາລັງ ກອງທັບປະຊາຊົນລາວ ໃນການກະກຽມເຂົ້າຮ່ວມພິທີສວນສະໝາມ ສະເຫຼີມສະຫຼອງ ວັນໄຊຊະນະ ສົງຄາມປ້ອງກັນປິຕຸພູມ ຄົບຮອບ 80 ປີ ທີ່ນະຄອນຫຼວງມົດສະກູ, ສ ຣັດເຊຍ, ໂດຍມີສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍຮອງຫົວໜ້າກົມໃຫຍ່, ຫົວໜ້າຫ້ອງການ, ຮອງກົມ, ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 279, ພະແນກການ, ຄະນະວິຊາການ ແລະ ພະນັກງານ-ນັກຮົບ ກ້ອນກຳລັງສວນສະໜາມເຂົ້າຮ່ວມ.
ສະຫາຍ ພັນໂທ ສຸວິນ ສານປະເສີດ ຫົວໜ້າການທະຫານ ກອງພັນ 792 ກອງພັນໃຫຍ່ 279 ໄດ້ຜ່ານຂໍ້ກໍານົດ ວ່າດ້ວຍ ລະບຽບພາກສະໜາມເນື່ອງໃນໂອກາດວັນໄຊຊະນະ ສົງຄາມປ້ອງກັນປິຕຸພູມ (ສົງຄາມໂລກຄັ້ງທີສອງ) ຄົບຮອບ 80 ປີ, ທີ່ ສ ຣັດເຊຍ, ອີງຕາມ ມະຕິລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການສູນກາງພັກ, ອີງຕາມ ໜັງສືສະເໜີ ຂອງກະຊວງປ້ອງກັນປະເທດ.
ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຄະນະພັກ-ຄະນະບັນຊາ, ຄະນະວິຊາການຮັບຜິດຊອບພາກສະໜາມ ຕະຫຼອດຮອດພະນັກງານ-ນັກຮົບ ກ້ອນກຳລັງສວນສະໜາມ ທີ່ໄດ້ພ້ອມກັນເອົາໃຈໃສ່ເຝິກຊ້ອມ ເຖິງວ່າອາກາດຈະຮ້ອນອົບເອົ້າ ປານໃດກໍຕາມ ແຕ່ຍັງມີຄວາມບຸກບືນຫ້າວຫັນເຂົ້າໃນການຫັດແອບຈົນໄດ້ຮັບຜົນສຳເລັດ, ພ້ອມກັນນັ້ນ ສະຫາຍ ຍັງໄດ້ເນັ້ນໜັກໃຫ້ ຄະນະຮັັບຜິດຊອບ ຕະຫຼອດຮອດພະນັກງານ-ນັກຮົບ ກ້ອນກຳລັງສວນສະໜາມຕ້ອງໄດ້ເອົາໃຈໃສ່ກ່ອນອອກໄປປະຕິບັດໜ້າທີ່ ໃຫ້ຖືເອົາການສຶກສາອົບຮົມການເມືອງນຳພາ-ແນວຄິດ ໃຫ້ມີຄວາມໜັກແໜ້ນ, ຖືສຳຄັນຕໍ່ວຽກງານການກະກຽມກ່ອນການເດີ່ນທາງ, ປະຕິບັດລະບຽບວິໄນການນຸ່ງຖືເຄື່ອງແບບຂອງກອງທັບໃຫ້ຖືກຕ້ອງຕາມການເບີກຈ່າຍຂອງຂັ້ນເທິງ, ກວດກາສຳພາລະເຄື່ອງໃຊ້ສ່ວນຕົວ ແລະ ສ່ວນລວມໃຫ້ມີຄວາມພ້ອມ, ປະຕິບັດໂມງເວລາ, ເພີ່ມທະວີຄວາມຮັບຜິດຊອບສູງເຂົ້າໃນການອົບຮົມ-ຫັດແອບ ໃຫ້ມີຄວາມສຳນິຊຳນານ ໂດຍສະເພາະບັນດາບາດກ້າວ, ທ່າ ຈັງວະ ໃຫ້ມີຄວາມເຂັ້ມແຂງ, ຮັກສາຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ ພາຍນອກໃຫ້ກ້ວາງຂວາງ, ຊ່ວຍເຫຼື່ອເຊິ່ງກັນ ແລະ ກັນ, ພ້ອມທັງນຳເອົາຜົນງານ, ໄຊຊະນະ ຜົນສຳເລັດກຽດສັກສີ ແລະ ຊື່ສຽງຮຽງນາມອັນຍິງໃຫຍ່ມາໃຫ້ປະເທດຊາດ ກໍ່ຄື ກອງທັບປະຊາຊົນລາວ ຕາມການມອບໝາຍ.
ໂດຍ: ສາຄອນ ສຸລິເຍດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ