ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ພຶດສະພາ 2025

  

ປະກາດຕັ້ງຫົວໜ້າພະແນກ ໄອຍະການ ກອງບັນຊາການທະຫານແຂວງຈໍາປາສັກ
ເວລາອອກຂ່າວ: 2025-04-21 15:44:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 709 | ຄວາມນິຍົມ:



ພິທີປະກາດການແຕ່ງຕັ້ງ ຫົວໜ້າ, ຮອງຫົວໜ້າພະແນກ ໄອຍະການ ຂຶ້ນກັບກອງບັນຊາການທະຫານແຂວງຈໍາປາສັກ ໄດ້ຈັດຂຶ້ນ ໃນວັນທີ 21 ເມສາ 2025 ນີ້. ໂດຍການເປັນປະທານຮ່ວມຂອງ ສະຫາຍ ພັນເອກ ລັດສະໝີ ຂັນອາສາ ຮອງຫົວໜ້າອົງການໄອຍະການທະຫານຂັ້ນສູງ, ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ, ມີກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ສານທະຫານພາກໃຕ້, ອົງການໄອຍະການທະຫານພາກໃຕ້, ອົງການໄອຍະການປະຊາຊົນແຂວງ, ຄະນະພັກ-ຄະນະບັນຊາ 5 ຫ້ອງ ຕະຫຼອດຮອດພະນັກງານຫຼັກແຫຼ່ງໃນກົມກອງ ເຂົ້າຮ່ວມ. ສະຫາຍ ພັນໂທ ທອງສ່ຽນ ວົງໄຊ ຮອງຫົວໜ້າອົງການໄອຍະການທະຫານພາກໃຕ້ ຜ່ານຂໍ້ຕົກລົງ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຂັ້ນຫົວໜ້າ, ຮອງຫົວໜ້າພະແນກການ ທີ່ຂຶ້ນກັບກອງບັນຊາການທະຫານແຂວງຈໍາປາສັກ. ໃນນີ້ ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ພອນໄຊ ກົມມະເມືອງ ເປັນຫົວໜ້າພະແນກໄອຍະການ, ສະຫາຍ ຮ້ອຍເອກ ອຸດອນ ບຸດຕາ ເປັນຮອງຫົວໜ້າພະແນກໄອຍະການ ກອງບັນຊາການທະຫານແຂວງຈໍາປາສັກ. ສະຫາຍ ພັນເອກ ລັດສະໝີ ຂັນອາສາ ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ເອົາໃຈໃສ່ຍົກສູງຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ, ມີຈັນຍາບັນ, ຈັນຍາທຳ ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ, ໂດຍສະເພາະແມ່ນການແກ້ໄຂຄະດີຕ້ອງມີຄວາມໂປ່ງໃສ, ຍຸຕິທຳ ແລະ ຖືກຕ້ອງຕາມກົດໝາຍ, ສືບຕໍ່ພົວພັນຮ່ວມມືກັບກົມກອງອ້ອມຂ້າງ, ເພີ່ມທະວີຄວາມສາມັກຄີເປັນເອກກະພາບພາຍໃນໃຫ້ແໜ້ນແຟ້ນ, ປະຕິບັດຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ ເພື່ອເຮັດໃຫ້ວຽກງານວິຊາສະເພາະຂອງຕົນໄດ້ຮັບຜົນສຳເລັດດີຂຶ້ນເປັນກ້າວໆ. ໂດຍ: ດາວົງ ບຸດຕະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ