
ກອງບັນນາທິການ ໜັງສືພິມກອງທັບ ສະຫຼຸບວຽກງານຮອບດ້ານ ໄຕມາດທີ I ປີ 2025
ເວລາອອກຂ່າວ: 2025-04-24 09:41:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 771 | ຄວາມນິຍົມ:
ກອງບັນນາທິການ ໜັງສືພິມກອງທັບ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈໍາໄຕມາດທີ I ປີ 2025 ແລະ ທິດທາງແຜນການວຽກງານປະຈໍາໄຕມາດທີ II ປີ 2025 ໃນວັນທີ 23 ເມສາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ວັນເຮືອງ ສີວິໄລ ຫົວໜ້າບັນນາທິການ ໜັງສືພິມກອງທັບ, ມີຄະນະພັກ-ຄະນະບັນນາທິການ, ຫົວໜ້າ-ຮອງຫົວໜ້າພະແນກ ຕະຫຼອດຮອດພະນັກງານ-ນັກຮົບ ທົ່ວກອງບັນນາທິການໜັງສືພິມກອງທັບເຂົ້າຮ່ວມ.
ສະຫາຍ ພັນໂທ ສຸພັນສາ ຄຳມີ ຫົວໜ້າພະແນກບໍລິຫານ ກອງບັນນາ ທິການໜັງສືພິມກອງທັບ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານໄຕມາດທີ I ໃນໄລຍະ 3 ເດືອນຜ່ານມາ ສາມາດເຮັດສຳເລັດວຽກງານຫຼາຍດ້ານ ເປັນຕົ້ນແມ່ນ ໄດ້ສຸມໃສ່ໂຄສະນາໃຫ້ແກ່ຂະບວນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງ ປ້ອງກັນປະເທດ, ການ ເຄື່ອນໄຫວຂອງການນຳພັກ-ລັດ, ວັນສ້າງຕັ້ງພັກ ຄົບຮອບ 70 ປີ ແລະ ວັນປະຫວັດສາດສຳຄັນຂອງຊາດ, ຂອງພັກຕິດພັນກັບຂະບວນການປັບປຸງກໍ່ສ້າງກົມກອງ, ການເຝິກແອບຮ່ຳຮຽນກຽມພ້ອມສູ້ຮົບ, ການສ້າງພະລາທິການກັບທີ່, ການສ້າງເສດຖະກິດເອກະລາດເປັນຕົນເອງ ແລະ ການຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ ເຊິ່ງໄດ້ຈັດຕັ້ງຈຸປະ
ຈຳການເຮັດໜັງສືພິມໂດຍຜັດປ່ຽນໝູນວຽນກັນແຕ່ລະວັນລວມມີ 6 ຈຸ, ໃນໄຕມາດທີ I ປີ 2025 ນີ້ການຈໍາໜ່າຍໜັງສືພິມເຈ້ຍລາຍວັນເປັນປົກກະຕິທັງເຂດພາກເໜືືອ, ພາກກາງ ແລະ ພາກໃຕ້ໂດຍມອບໃຫ້ບໍລິສັດ ຂົນສົ່ງມີໄຊເປັນຜູ້ຮັບຜິດຊອບໃນການແຈກຢາຍ, ສຳລັບການຜະລິດໜັງສືພິມລາຍວັນ 63 ເທື່ອຈຳນວນ 36.540 ສະບັບ, ໄດ້ລົງເຄື່ອນໄຫວເກັບກຳຂ່າວ, ເຮັດວຽກວິຊາສະເພາະເປັນປົກກະຕິ, ໂດຍໄດ້ລົງຂ່າວ 1.560 ຂ່າວ, ຂ່າວຕ່າງປະເທດ, ຂ່າວວິທະຍາສາດ-ເຕັກນິກ, ຂ່າວການທະຫານ ແລະ ສິ່ງທີ່ຄວນຮູ້ຕ່າງໆ ໃນຄໍລຳຕ່າງໆ ຈຳນວນ 147 ຂ່າວ, ຂຽນບົດຕ່າງໆ 288 ບົດ, ກວດແກ້ຂ່າວໄດ້ 1.236 ຂ່າວ, ກວດແກ້ບົດໄດ້ 254 ບົດ, ຮູບພາບ 1.876 ຮູບ, ໄດ້ຈັດຕັ້ງການອັບເດດເວັບໄຊຫນັງສືພິມເອເລັກໂຕນິກພາສາລາວ ແລະ ພາສາອັງກິດໄດ້ 120 ຂ່າວ, ໃນໄຕມາດທີ I ປີ 2025 ນີ້ມີຜູ້ເຂົ້າເບິ່ງ 8.141.808 ກວ່າຄົນຈາກ 90 ກວ່າປະເທດໃນທົ່ວໂລກ ເຊິ່ງໄລຍະໄຕມາດ ທີ II ປີ 2025 ແມ່ນມີຜູ້ຕິດຕາມ ແລະ ເຂົ້າຊົມເພີ່ມຂຶ້ນ ນອກຈາກນັ້ນຍັງໄດ້ ສ້າງຄຣິບຂ່າວຕ່າງໆເພື່ອເປັນອີກຊ່ອງທາງໜຶ່ງໃນການນຳສະເໜີຂໍ້ມູນຂ່າວສານເພື່ອໃຫ້ເຂົ້າເຖິງຜູ້ຊົມ, ຜູ້ອ່ານ ແລະ ເໝາະສົມກັບສະພາບການໃນປັດຈຸບັນ, ໄດ້ເອົາໃຈໃສ່ໃນການປັບປຸງໜ້າແຟນເພດເຟດບຸກໃຫ້ມີຫຼາກຫຼາຍສີສັນເພື່ອດຶງດູດຜູ້ຊົມຜູ້ອ່ານ ແລະ ອັບເດດຂ່າວສານໃຫ້ວ່ອງໄວທັນຕໍ່ສະພາບການ ແລະ ຮັບປະກັນຄວາມຖືກຕ້ອງ, ໄດ້ຊີ້ນຳພະແນກຕາໜ່າງຂ່າວ ແລະ ເພື່ອນຮ່ວມງານແນະນຳບັນດາຕາໜ່າງຂ່າວເຄື່ອນ ໄຫວເກັບກຳຂໍ້ມູນຂ່າວສົ່ງໃຫ້ໜັງສືພິມກອງທັບ ພ້ອມທັງຮັບບົດ-ຂ່າວ ຈາກກົມກອງທ້ອງຖິ່ນທາງໂທລະສັບ, ອີເມວ ແລະ ວອດແອບ 874 ເທື່ອ, ໄດ້ເອົາໃຈໃສ່ຄຸ້ມຄອງວັດຖຸ, ພາຫະນະຮັບໃຊ້ວຽກງານ, ອຸປະກອນເຕັກນິກວິຊາ
ສະເພາະ, ເງິນ ແລະ ນ້ຳມັນເຊື້ອໄຟ ໂດຍປະຕິບັດລະບອບສະຫຼຸບ ລາຍຮັບ-ລາຍຈ່າຍ ເສດຖະກິດເປີດເຜີຍໃຫ້ຄະນະພັກ-ຄະນະບັນນາທິການ ແລະ ມີການກວດກາໃນແຕ່ລະໄຕມາດ ເພື່ອຮັບປະກັນບໍ່ໃຫ້ມີການຕົກເຮ່ຍເສຍຫາຍ ແລະ ລະແວງສົງໄສເຊິ່ງກັນ ແລະ ກັນ.
ສຳລັບທິດທາງແຜນການໃນໄຕມາດທີ II ປີ 2025 ຈະສືບຕໍ່ຜະລິດໜັງສືພິມລາຍວັນ ໃຫ້ເປັນປົກກະຕິ, ຮັບປະກັນທາງດ້ານເນື້ອໃນໃຫ້ອຸດົມສົມບູນ, ບໍ່ຜິດກັບແນວທາງນະໂຍບາຍຂອງພັກ, ໃຫ້ສົມກັບເປັນກະບອກສຽງຂອງກະຊວງປ້ອງກັນປະເທດ, ການສະເໜີຂ່າວ ແລະ ບົດ ມີຂໍ້ມູນອ້າງອີງລະອຽດຈະແຈ້ງ, ທັນເຫດການໂດຍເລັ່ງໃສ່ໂຄສະນາ ວັນປະຫວັດສາດສຳຄັນຕ່າງໆຂອງຊາດ, ບັນດາການເຄື່ອນໄຫວຂອງຜູ້ນຳ ພັກ-ລັດ, ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ ກໍຄ ືກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ທົ່ວເຖິງແຕ່ສູນກາງລົງຮອດທ້ອງຖິ່ນ, ຂະບວນການເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະ, ການເພີ່ມພູນປູກຝັງ-ລ້ຽງສັດ, ເຮັດຫັດຖະກຳ, ຂະບວນການເຝິກແອບຮ່ຳຮຽນການເມືອງ-ການທະຫານ ແລະ ກຽມພ້ອມສູ້ຮົບ ຕາມມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ.
ໂດຍ: ຈອນນີ້
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ