ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ພຶດສະພາ 2025

  

ທະຫານ​ແຂວງ​ຄຳ​ມ່ວນ ເປີດ​ຊຸດ​ອົບຮົມ-ຫັດ​ແອບ​ທະຫານ​ໃໝ່ ຊຸດ​ທີ XIV ປະຈຳ​ປີ 2024
ເວລາອອກຂ່າວ: 2025-04-25 09:00:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 782 | ຄວາມນິຍົມ:



ວັນ​ທີ 22 ເມສາ 2025 ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ໄດ້​ຈັດ​ພິທີ​ເປີດ​ຊຸດ​ອົບຮົມ-ຫັດ​ແອບ ໃຫ້​ທະຫານ​ໃໝ່ຊຸດ​ທີ XIV ປະຈຳ​ປີ 2024 ທີ່​ສະໂມສອນ​ຂອງ​ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ ແຂວງ​ຄຳ​ມ່ວນ, ໂດຍ​ການ​ເປັນ​ປະທານ​ຂອງ ສະ ຫາຍ ພັນ​ເອກ ສົມພານ ເມືອງ​ຈັນ ຄະນະ​ພັກ​ກອງ​ບັນຊາ​ການ ຫົວ ໜ້າ​ຫ້ອງ​ເສນາ​ທິ​ການ​ກອງ​ບັນ ຊາ​ການທະຫານ​ແຂວງ​ຄຳ​ມ່ວນ, ມີ​ຄະນະ​ພັກ-ຄະນະ​ບັນຊາ ກອງ​ບັນຊາ​ການ​ທະຫານ​ແຂວງ, ພະ ແນກການ​ທີ່​ກ່ຽວຂ້ອງ, ພ້ອມ​ດ້ວຍຄະນະພັກ-ຄະນະ​ບັນຊາໂຮງຮຽນ, ຕະຫຼອດ​ຮອດ​ພະນັກ ງານ, ຄູ-ອາຈານ ແລະ ທະຫານ​ໃໝ່ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສົມ​ພັນ ບຸນ​ໂຈມ​ເຮືອງ​ສີ ຮອງ​ພະ​ແນກ​ກຳລັງ​ພົນ ກອງ​ບັນຊາ​ການ​ທະຫານ​ແຂວງໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ວ່າ​ດ້ວຍ​ການ​ເອົາ​ທະ ຫານ​ໃໝ່ ປະຈຳ​ປີ 2024 ເຂົ້າ​ສູນ​ເຝິກ​ອົບຮົມ ໃນ​ໄລຍະ 3 ເດືອນ ຢູ່​ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ​ແຂວງ​ຄຳ​ມ່ວນ ເຊິ່ງ​ເລີ່ມ​ແຕ່​ວັນ​ທີ 1 ມີນາ 2025 ຫາ​ວັນ​ທີ 1 ມິຖຸ​ນາ 2025 ມີ​ຈຳນວນ​ພົນ​ທັງ​ໝົດ 56 ສະຫາຍ, ຍິງ 17 ສະຫາຍ, ຈາກ​ນັ້ນ ສະຫາຍ ພັນ​ໂທ ວັນ​ທະວີ ຈະເລີນ​ສຸກ ຫົວໜ້າ​ພະ​ແນກ​ອົບຮົມ ກອງ​ບັນຊາ​ການ​ທະຫານ​ແຂວງ ກໍໄດ້​​ຜ່ານ​ແຜ່ນ​ການ​ອົບຮົມ-ຫັດ​ແອບ ທະຫານໃໝ່​ໃນ​ຄັ້ງ​ນີ້ ເຊິ່ງ​ປະກອບ​ມີ 3 ພາກ ຄື: ພາກ​ການເມືອງ, ພາກ​ການ​ທະ ຫານ ແລະ ພາກ​ພະລາທິການ ເຕັກນິກ ຈຸດປະສົງ​ເພື່ອ​ແນໃສ່ ເຮັດ​ໃຫ້​ພົນທະຫານ​ໃໝ່ ໄດ້​ສຶກ​ສາ​ຄົ້ນ​ຄວ້​​າ, ຮ່ຳຮຽນ​ຍົກ​ລະດັບ​ຄວາມ​ຮູ້ຄວາມ​ສາມາດ ດ້ານ​ສີ​ລະ​ປະຍຸດ, ຍຸດທະວິທີ, ຂໍ້​ກຳນົດ, ກົດ​ລະບຽບ 7 ລະບອບ 18 ວຽກ ຂອງ​ກອງທັບ ແລະ ກຳ​ແໜ້ນ​ລະບຽບ​ແບບແຜນ ການ​ນຳ​ໃຊ້​ອາວຸດ-ຍຸດ​ໂທ​ປະກອນ​ການ​ທະຫານ​ຢ່າງ​ມີ​ໄຫວ​ພິກ​ ແລະ​ ມີ​ຄວາມ​ຄ່ອງ​ແຄ້ວ​ຊຳນິ​ຊຳນານ ທັງເປັນ​ ການ​ເຝິກ​ຝົນ​ຫຼໍ່​ຫຼອມ​ຕົນ​ເອງ ໃຫ້​ມີ​ແນວ​ຄິດ​ຫຼັກ​ໝັ້ນ, ຄຸນ ທາດການເມືອງ​ໜັກ​ແໜ້ນ, ມີ​ຄຸນ ສົມບັດ​ສິນ​ທຳ​ປະຕິວັດ ຕັ້ງໜ້າ​ປະຕິບັດ​ລະບຽບ​ແບບແຜນ​ຂອງ​ກອງທັບ​ໃຫ້​ເຂັ້ມ​ງວດ, ໄລຍະ​ການ​ອົບຮົມ​ຈະ​ໄດ້​ດຳເນີນ​ໄປ​ເປັນ​ເວລາ 90 ວັນ​ຈິ່ງ​ຈະ​ສຳເລັດ. ໃນ​ຕອນ​ທ້າຍ​ພິທີ ສະຫາຍ ພັນ​ເອກ ສົມພານ ເມືອງ​ຈັນ ກໍ​ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ ພ້ອມ​ທັງ​ໄດ້​ເນັ້ນ​ໜັກ​ໃຫ້ຄະນະ​ຮັບຜິດຊອບ ທຸກ​ພາກສ່ວນ​ຈົ່ງ​ເອົາໃຈໃສ່​ຢ່າງ​ຕັ້ງໜ້າ​ໃນ​ການຈັດຕັ້ງ​ປະຕິບັດ​ແຜນການ​ອົບຮົມ-ຫັດ​ແອບ ທະ ຫານ​ໃໝ່​ໃນ​ຄັ້ງ​ນີ້​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ຄູ-ອາຈານ​ຮັບປະກັນ​ທາງ​ດ້ານ​ເນື້ອ​ໃນ​ບົດຮຽນ​ຕ່າງໆ, ສຳລັບ​ທະຫານ​ໃໝ່​ແຕ່​ລະ​ສະຫາຍ​ຕ້ອງ​ໄດ້​ອົດທົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ທຸກ​ປະການ ພ້ອມ​ກັນ​ຍົກ​ສູງ ຄວາມ​ສາມັກຄີ​ພາຍ​ໃນ, ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ເອົາໃຈໃສ່​ປະຕິບັດ​ຂໍ້​ກຳນົດ, ກົດ​ລະບຽບ​ຕ່າງໆ ໂດຍ​ສະເພາະ​ແມ່ນ 7 ລະບອບ 18 ວຽກ​ຂອງ​ກອງທັບ​ວາງ​ອອກ​ໃຫ້​ເຂັ້ມ​ງວດ ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ອົບ ຮົມ-ຫັດ​ແອບ​ໃນ​ຄັ້ງ​ນີ້​ສຳເລັດ​ຕາມ​ແຜນການ​ທີ່​ວາງ​ໄວ້​ຢ່າງ​ມີ​ປະ​ສິດທິ​ຜົນ​ສູງ. ໂດຍ: ເກດ​ມະນີ ສຸວັນນະ​ລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ