
ກອງພັນໃຫຍ່ 497 ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ
ເວລາອອກຂ່າວ: 2025-04-25 09:01:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 722 | ຄວາມນິຍົມ:
ກອງພັນໃຫຍ່ຕີພິເສດ 497 ໄດ້ຈັດພິທີ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໃຫ້ບັນດາສະຫາຍສະມາຊິກພັກ ຜູ້ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະ ຫຼອດໄລຍະຜ່ານມາ, ຂຶ້ນໃນວັນທີ 23 ເມສາ 2025 ນີ້ຢູ່ທີ່ສະໂມສອນຂອງຕົນ, ໂດຍການໃຫ້ກຽດເຂົ້າຮ່ວມປະດັບຫຼຽນໃນຄັ້ງນີ້ຂອງ ສະຫາຍ ພັນເອກ ພອນໄຊ ບໍລະດົມ ເລຂາຄະນະບໍລິຫານງານພັກກອງພັນໃຫຍ່ 497, ມີບັນດາສະຫາຍຄະນະບໍລິຫານງານພັກກອງພັນໃຫຍ່, ພະນັກງານປະຕິວັດອາວຸໂສບຳນານ, ຄະນະພັກຮາກຖານ, ໜ່ວຍພັກ ແລະ ສະມາຊິກພັກ ເຂົ້າຮ່ວມ.
ສະຫາຍ ພັນໂທ ສຸວັນ ມະນີແສງ ຄະນະປະຈຳພັກກອງພັນໃຫຍ່ 497 ຫົວໜ້າພະແນກການເມືອງ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 437/ຄລສພ, ລົງວັນທີ 14/03/2025 ເຊິ່ງໄດ້ຕົກລົງປະ
ດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22 ມີນາ 1955-22 ມີນາ 2025) ໃຫ້ສະມາຊິກພັກກອງພັນໃຫຍ່ 497 ທີ່ມີຜົນງານ, ຄຸນ
ງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຈຳນວນ 14 ສະຫາຍ.
ໂອກາດດັ່ງກ່າວ, ສະຫາຍ ພັນເອກ ພອນໄຊ ບໍລະດົມ ໄດ້ກ່າວບົດສັນເສີນສະດຸດີ ໃນພິທີປະດັບຫຼຽນກາລະນຶກ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ເຊິ່ງເປັນຫຼຽນກາກຽດຕິຄຸນອັນສູງສົ່ງຂອງພັກປະຊາຊົນປະຕິວັດລາວ ໃຫ້ແກ່ບັນດາສະຫາຍສະມາຊິກພັກທີ່ປະຈຳການ ແລະ ບຳນານ ເຊິ່ງ
ມີຜົນງານອັນໃຫຍ່ຫຼວງ, ມີວິ ລະກຳອັນລໍ້າເລີດ, ເປັນແບບ ຢ່າງອັນປະເສີດແກ່ຮຸ່ນຄົນສືບທອດ, ໄດ້ປະກອບສ່ວນອຸທິດ ເຫື່ອແຮງ ແລະ ສະຕິປັນຍາໃຫ້ ແກ່ພັກ-ລັດ, ການປະຕິວັດ, ປະ ເທດຊາດ ແລະ ກອງທັບ ກໍຄື ກົມ ກອງຕະຫຼອດມາ. ການຈັດຕັ້ງພິ ທີປະດັບຫຼຽນກາລະນຶກ 70 ປີ ໃຫ້ບັນດາສະຫາຍໃນມື້ນີ້ ເປັນການສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງ, ເປັນການຈາລຶກ ແລະ ຈົດຈຳຜົນງານອັນໃຫຍ່ຫຼວງຂອງບັນດາສະ ຫາຍທີ່ໄດ້ອຸທິດເຫື່ອແຮງ, ສະ ຕິປັນຍາໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະຜ່ານມາຈົນເຖິງປັດຈຸບັນ. ພວກເຮົາ
ຜູ້ທີ່ເປັນຮຸ່ນສືບທອດ ຈະຮ່ຳຮຽນເອົາແບບຢ່າງຄຸນທາດການ ເມືອງ, ຄຸນສົມບັດ-ສິນທຳປະຕິວັດ, ຜົນງານອັນໂດດເດັ່ນ, ຄວາມເສຍສະຫຼະສະຕິປັນຍາ, ເຫື່ອແຮງ ແລະ ວັດຖຸເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງບັນດາສະ ຫາຍ, ຄວາມຊື່ສັດບໍລິສຸດຈົ່ງຮັກພັກດີ ແລະ ເຊື່ອໝັ້ນຢ່າງຕາຍໃຈ ຕໍ່ການນຳພາຂອງພັກປະຊາຊົນປະຕິວັດລາວ ຂອງບັນດາສະຫາຍໄວ້ເປັນແວ່ນແຍງແຫ່ງເສັ້ນທາງຂຶ້ນສູ່ຈຸດໝາຍສັງຄົມນິຍົມ, ສືບ ຕໍ່ປົກປັກຮັກສາ ແລະ ເສີມຂະ ຫຍາຍມູນເຊື້ອອັນດີງາມດັ່ງກ່າວຕະຫຼອດໄປ. ຈະຢຶດໝັ້ນອຸດົມການ, ຮັກສາທາດແທ້ຫຼັກສະນະຊົນຊັ້ນປະຕິວັດຂອງພັກ; ສ້າງຄວາມສາມັກຄີເປັນປຶກແຜ່ນຢູ່ພາຍໃນພັກ ແລະ ປະຊາຊົນບັນດາເຜົ່າ, ເອົາໃຈໃສ່ກໍ່ສ້າງປັບປຸງພັກໃຫ້ມີຄວາມປອດໃສ, ເຂັ້ມ ແຂງ ແລະ ໜັກແໜ້ນ, ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ໃນແຕ່ລະໄລຍະໃຫ້ບັນລຸຕາມຈຸດໝາຍທີ່ພັກເຮົາໄດ້ກຳນົດໄວ້. ພ້ອມນີ້ ສະຫາຍ ພັນເອກ ພອນໄຊ ບໍລະດົມ ກໍໄດ້ໃຫ້ກຽດຂຶ້ນປະດັບຫຼຽນກາລະນຶກ 70 ປີໃຫ້ແກ່ບັນດາສະຫາຍສະມາຊິກພັກ ຈຳນວນ 14 ສະຫາຍຢ່າງສົມກຽດ.
ໂດຍ: ເປິ້ນ ແສງຄຳມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ