
ກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາ ແລະ ກິລາ ສືບຕໍ່ແກ້ໄຂ, ເກັບກຳຂໍ້ມູນ, ສະຖິຕິ ໂຮງຮຽນທີ່ຂາດແຄນຄູສອນ
ເວລາອອກຂ່າວ: 2025-04-25 09:05:31 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 749 | ຄວາມນິຍົມ:
ໃນວັນທີ 24 ເມສາ 2025 ນີ້, ຄະນະຮັບຜິດຊອບເກັບຂໍ້ມູນໂຮງຮຽນທີ່ຂາດແຄນຄູສອນ, ຄົ້ນຄວ້າ ຄັດເລືອກເອົານາຍ ແລະ ພົນທະຫານ ໄປເຝິກອົບຮົມວິຊາຄູ ເພື່ອໄປຊ່ວຍສອນ ຊັ້ນປະຖົມສຶກສາ ແລະ ເຂດຫ່າງໄກສອກຫຼີກ ແລະ ເກັບກຳສະຖິຕິ ຄູສອນອາສາສະໝັກ ເຂົ້າເປັນທະຫານ ນຳໂດຍ ສະຫາຍ ພັນເອກ ວັນໄຊ ຄຳພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ
ໄດ້ເຄື່ອນໄຫວເຮັດວຽກ ແລະ ເກັບກຳຂໍ້ມູນຢູ່ແຂວງຫຼວງນ້ຳທາ ແລະ ແຂວງອຸດົມໄຊ, ມີຄະນະຮັບຜິດຊອບ ຈາກກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງຫຼວງນ້ຳທາ, ແຂວງອຸດົມໄຊ, ຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຄະນະອຳນວຍການວິທະຍາໄລຄູຫຼວງນ້ຳທາ, ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ, ກອງຮ້ອຍທະຫານຊາຍແດນ ເຂົ້າຮ່ວມໃນການສະໜອງຂໍ້ມູນ.
ໃນກອງປະຊຸມ ສະຫາຍ ພັນເອກ ວັນໄຊ ຄຳພາວົງ ໄດ້ສະເໜີຈຸດ
ປະສົງ ຂອງການເຄື່ອນໄຫວເກັບກຳຂໍ້ມູນໃນຄັ້ງນີ້ ໂດຍປະຕິບັດຕາມມະຕິຕົກລົງ ເລກທີ 09 ຂອງລັດຖະບານ ວ່າດ້ວຍການນະໂຍບາຍ ແລະ ມາດຕະການແກ້ໄຂການຂາດແຄນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ ແລະ ທິດຊີ້ນຳ ຂອງສອງກະຊວງຄື: ກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ ໃນການຮ່ວມມືພັດທະນາວຽກງານການສຶກສາໃນທົ່ວປະເທດ ກໍຄືການແກ້ໄຂບັນຫາຄູອາສາສະໝັກ, ບັນຫາຄູສອນບໍ່ພຽງພໍໃນເຂດຊົນນະບົດ, ຫ່າງໄກສອກຫຼີກ. ຈາກນັ້ນ, ໄດ້ຮັບຟັງການລາຍງານ ສະພາບການຂາດແຄນຄູສອນ ແລະ ຄວາມຕ້ອງການຄູສອນຊັ້ນປະຖົມຢູ່ບາງເມືອງທີ່ຫາງໄກສອກຫຼີກຂອງແຂວງຫຼວງນ້ຳທາ ແລະ ແຂວງອຸດົມໄຊ, ພ້ອມທັງຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຄົງຄ້າງ ທີ່ຈະຕ້ອງຮີບຮ້ອນແກ້ໄຂ ຈາກພາກສ່ວນຕ່າງໆ ໂດຍສະເພາະແມ່ນ ພະແນກສຶກສາທິການ ແລະ ກິລາແຂວງຫຼວງນ້ຳທາ, ແຂວງອຸດົມໄຊ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ບັນດາກອງຮ້ອຍທະຫານຊາຍແດນ. ຫຼັງຈາກນັ້ນ, ໄດ້ພ້ອມກັນປະກອບຄຳເຫັນແບບກົງໄປກົງມາ, ພ້ອມທັງຄົ້ນຄວ້າກ່ຽວກັບມາດຖານເງື່ອນໄຂທີ່ຈະຄັດເລືອກເອົານາຍ ແລະ ພົນທະຫານ ໄປເຝິກອົບຮົມວິຊາຄູ ເພື່ອໄປຊ່ວຍສອນ ຊັ້ນປະຖົມສຶກສາ ເຂດຫ່າງໄກສອກຫຼີກ, ເກັບກຳສະຖິຕິຄູສອນອາສາສະໝັກ ເຂົ້າເປັນທະຫານ ແລະ ພ້ອມກັນເອກະພາບວຽກງານປິ່ນອ້ອມຈຳນວນໜຶ່ງ ໂດຍສະເພາະແມ່ນວຽກງານກະກຽມການຈັດຕັ້ງເຝິກອົບຮົມວິຊາຄູຊັ້ນປະຖົມສຶກສາ ຊຸດທີ II.
ສຳລັບນະໂຍບາຍຕໍ່ນາຍ ແລະ ພົນທະຫານທີ່ຖືກສັບຊ້ອນໄປຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ ແລະ ຄູອາສາສະໝັກຜູ້ທີ່ຖືກຄັດເລືອກເຂົ້າສັງກັດຢູ່ໃນກຳລັງຈະໄດ້ຮັບນະໂຍບາຍຕ່າງໆຈາກກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ ຕາມລະບຽບການ ພາຍຫລັງສຳເລັດການປຶກສາຫາລື, ຄະນະຮັບຜິດຊອບໄດ້ລົງກວດກາເບິ່ງສະຖານທີພັກເຊົ່າຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ