ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ພຶດສະພາ 2025

  

ເຊັນບົດບັນທຶກຮ່ວມ ລະຫວ່າງ ອົງການໄອຍະການທະຫານຂັ້ນສູງ ແລະ ກົມກົດໝາຍ ກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2025-04-25 10:49:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1076 | ຄວາມນິຍົມ:



ວັນທີ 25 ເມສາ 2025 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ, ໄດ້ມີພິທີເຊັນບົດບັນທຶກຮ່ວມ ວ່າດ້ວຍ ການກຳນົດກົນໄກປະສານງານ ໃນການປະຕິບັດຄໍາຕັດສິນຂອງສານ ລະຫວ່າງ ອົງການໄອຍະການທະຫານຂັ້ນສູງ ແລະ ກົມກົດໝາຍ ກະຊວງປ້ອງກັນປະເທດ. ໂດຍມີສະຫາຍ ພັນເອກ ອຳເພັດ ພົມມະກອນ ຮອງຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການທະຫານຂັ້ນສູງ, ສະຫາຍ ພັນເອກ ບົວສີ ສີວົງສາ ຫົວໜ້າກົມກົດໝາຍ ກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ, ບັນດາພະແນກການ ແລະ ພະນັກງານທັງສອງພາກສ່ວນເຂົ້າຮ່ວມ. ສະຫາຍ ພັນຕີ ແອຮັກ ແກ້ວດາລາ ຮອງຫົວໜ້າພະແນກ ຕິດຕາມກວດກາທົ່ວໄປ ອົງການໄອຍະການທະຫານຂັ້ນສູງ ກ່າວວ່າ: ຈຸດປະສົງ ເພື່ອຈັດຕັ້ງຜັນຂະຫຍາຍ ກົດໝາຍວ່າດ້ວຍ ອົງການໄອຍະການທະຫານ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍ ການປະຕິບັດຄໍາຕັດສິນຂອງສານ (ສະບັບປັບປຸງ) ເຂົ້າສູ່ວຽກງານຍຸຕິທໍາໃນກອງທັບ ເວົ້າລວມ, ເວົ້າສະເພາະ ວຽກງານຂອງອົງການໄອຍະການທະຫານຂັ້ນສູງ ແລະ ກົມກົດໝາຍ ກະຊວງປ້ອງກັນປະເທດ ໃຫ້ໄດ້ຮັບຜົນດີ ແລະ ສາມາດ ຮັບປະກັນໄດ້ ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງແຕ່ລະພາກສ່ວນໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ, ແນໃສ່ເຮັດໃຫ້ການປະຕິບັດຄໍາຕັດສິນຂອງສານ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ວ່ອງໄວ, ເຂັ້ມງວດ ແລະ ເປັນເອກະພາບ ໃນທົ່ວກອງທັບ; ອົງການໄອຍະການທະຫານຂັ້ນສູງ ແລະ ກົມກົດໝາຍ ກະຊວງປ້ອງກັນປະເທດ ເຫັນດີເປັນເອກະພາບ ຕົກລົງສ້າງບົດບັນທຶກຮ່ວມກັນ ເຊິ່ງເນື້ອໃນ ວຽກງານທີ່ຄະນະປະສານງານຮ່ວມຈະນໍາມາປຶກສາຫາລື ມີດັ່ງນີ້: ຄົ້ນຄວ້າ ຄໍາຮ້ອງ, ຄໍາສະເໜີ ກ່ຽວກັບ ການປະຕິບັດຄໍາຕັດສິນຂອງສານ ທີ່ຫຍຸ້ງຍາກ, ນາຍ, ພົນທະຫານ ແລະ ບຸກຄົນນອກກອງທັບ ໃຫ້ຄວາມສົນໃຈຫຼາຍ, ພົວພັນກັບສິດ-ຜົນປະໂຫຍດຂອງກອງທັບ, ບຸກຄົນທີ່ ພົ້ນໂທດທາງອາຍາແລ້ວ ແຕ່ຍັງຄ້າງຄ່າເສຍຫາຍທາງແພ່ງ ຫຼື ຄ່າປັບໃໝ, ຄໍາເຫັນຊີ້ນໍາ ທີ່ຂັດກັບຄໍາຕັດສິນຂອງສານ; ເຂົ້າຮ່ວມ ແລະ ການຕິດຕາມກວດກາ ການປະຕິບັດຄໍາຕັດສິນຂອງສານ ຂອງອົງການໄອຍະການ ທະຫານ, ການຖະແຫຼງຍົກເລີກ ຄໍາຕັດສິນຂອງສານ ທີ່ບໍ່ມີເງື່ອນໄຂປະຕິບັດຕາມກົດໝາຍ; ຕີລາຄາຊັບ, ການມອບຊັບ, ການຍົກຍ້າຍ, ການຂາຍຊັບການໂຈະ, ປ່ຽນແປງ, ຍົກເລີກ, ລົບລ້າງ ການປະຕິບັດຄໍາຕັດສິນຂອງສານການນໍາໃຊ້ມາດຕະການ ເພື່ອຮັບປະກັນການປະຕິບັດຄໍາຕັດສິນຂອງສານ ແລະ ບັນຫາອື່ນ. ກ່ຽວກັບການປະຕິບັດຄໍາຕັດສິນຂອງສານ ຕາມກົດໝາຍ ແລະ ລະບຽບການ; ສະເໜີໂຈະ, ປ່ຽນແປງ, ຍົກເລີກ, ລົບລ້າງ ການປະຕິບັດຄໍາຕັດສິນຂອງສານ ຂອງອົງການໄອຍະການ ທະຫານ; ການທວງສຳນວນຄະດີ ທີ່ປະຕິບັດສຳເລັດ, ມີຄໍາສັ່ງປິດການປະຕິບັດແລ້ວ, ການນໍາໃຊ້ມາດຕະການ ເພື່ອຮັບປະກັນການປະຕິບັດຄໍາຕັດສິນ ໃນກໍລະນີ ອົງການໄອຍະການທະຫານຂັ້ນສູງ ທວງສໍານວນຄະດີໄປກວດກາ; ການນໍາໃຊ້ມາດຕະການທາງອາຍາ ຕໍ່ ຜູ້ຫຼົບຫຼີກ, ຊຸກເຊື່ອງຊັບສິນ ທີ່ມີເຈດຕະນາ ບໍ່ປະຕິບັດຄໍາຕັດສິນ ຂອງສານ; ການຖະແຫຼງຍົກເລີກ ຄໍາຕັດສິນ ແລະ ຄຳພິພາກສາ ທີ່ບໍ່ມີເງື່ອນໄຂປະຕິບັດ; ການປະຕິບັດຄໍາຕັດສິນຄະດີອາຍາ ກ່ຽວກັບ ການໃຊ້ແທນຄ່າເສຍຫາຍ, ໂທດປັບໃໝ, ໂທດຮິບຊັບ ແລະ ຮັບວັດຖຸສິ່ງຂອງ ຜູ້ຖືກປະຕິບັດຄໍາຕັດສິນ ທີ່ພວມປະຕິບັດໂທດຢູ່ຄ້າຍຄຸມຂັງ-ດັດສ້າງ ຫຼື ພົ້ນໂທດແລ້ວ ແລະ ບັນຫາອື່ນໆທີ່ເຫັນວ່າຈໍາເປັນ. ກົນໄກການປະສານງານຮ່ວມມີ: ກອງປະຊຸມຄະນະປະສານງານຮ່ວມ ໃຫ້ຈັດຮ່ວມກັນ 01ປີ/ຄັ້ງ ໂດຍຜັດປ່ຽນກັນເປັນເຈົ້າການກະກຽມ ເນື້ອໃນ ແລະ ເຊີນປະຊຸມ ເພື່ອສະຫຼຸບ, ຕີລາຄາ, ຖອດຖອນບົດຮຽນ ໃນການປະຕິບັດວຽກງານຜ່ານມາ, ໃນກໍລະນີທີ່ ເຫັນວ່າມີຄວາມຈໍາເປັນຮີບດ່ວນ ກໍ່ສາມາດເປີດກອງປະຊຸມວິສາມັນໄດ້ ບົນພື້ນຖານການເຫັນດີເປັນເອກະພາບຂອງສອງຝ່າຍ; ຄະນະປະສານງານຮ່ວມ ໃຫ້ແຕ່ງຕັ້ງເອົາຄະນະນໍາ ແລະ ພະແນກການທີ່ກ່ຽວຂ້ອງ ຂອງສອງພາກສ່ວນ ເປັນຜູ້ຮັບຜິດຊອບ ແລະ ການຄົ້ນຄວ້າຄໍາຮ້ອງ, ຄໍາສະເໜີຕ່າງໆ ຂອງຄູ່ຄວາມ ຫຼື ພາກສ່ວນກ່ຽວຂ້ອງ ຖ້າເຫັນວ່າມີຂໍ້ມູນຢູ່ນໍາ ຝ່າຍໃດໜຶ່ງ ຝ່າຍນັ້ນຕ້ອງຕອບສະໜອງຂໍ້ມູນໃຫ້ກັນ ແລະ ກັນ ຫຼື ອາດຈະປະຊຸມປຶກສາຫາລື ເພື່ອຄວາມເປັນເອກະ ພາບກັນກ່ອນ ແລ້ວຈຶ່ງພິຈາລະນາ ແລະ ແກ້ໄຂຄໍາຮ້ອງ, ຄໍາສະເໜີດັ່ງກ່າວ. ການຈັດຕັ້ງປະຕິບັດ ແລະ ຜົນສັກສິດ ອົງການໄອຍະການທະຫານຂັ້ນສູງ ແລະ ກົມກົດໝາຍ ກະຊວງປ້ອງກັນປະເທດ ພ້ອມກັນຄົ້ນຄວ້າ ກຳແໜ້ນ ແລະ ຈັດຕັ້ງເຜີຍແຜ່ ໃຫ້ພະນັກງານຂອງຕົນ ຢູ່ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ໃຫ້ຮັບຮູ້, ເຂົ້າໃຈບົດບັນທຶກສະບັບນີ້ ຢ່າງທົ່ວເຖິງ ແລະ ພ້ອມກັນຈັດຕັງປະຕິບັດໃຫ້ຖືກຕ້ອງ ແລະ ເຂັ້ມງວດ; ກໍລະນີບາງເນື້ອໃນ ຫຼື ບາງຂໍ້ ທີ່ຝ່າຍໃດຝ່າຍໜຶ່ງ ບໍ່ສາມາດຈັດຕັ້ງປະຕິບັດໄດ້, ຖ້າຫາກຈະປັບປຸງ ຫຼື ປ່ຽນແປງ ເນື້ອໃນບົດບັນທຶກສະບັບນີ້ ສອງພາກສ່ວນ ຕ້ອງໄດ້ປຶກສາຫາລື ແລະ ເປັນເອກະພາບກັນ ຈິ່ງສາມາດນໍາໄປ ຈັດຕັ້ງປະຕິບັດໄດ້ ແລະ ມອບໃຫ້ ພະແນກຕິດຕາມກວດກາທົ່ວໄປ ອົງການໄອຍະການທະຫານຂັ້ນສູງ ແລະ ພະແນກປະຕິບັດ ຄໍາຕັດສິນຂອງສານ ກົມກົດໝາຍ ກະຊວງປ້ອງກັນປະເທດ ຮັບຜິດຊອບ ແລະ ຕິດຕາມການປະຕິບັດ ບົດບັນທຶກສະບັບນີ້ ໃຫ້ມີປະສິດທິຜົນສູງ; ໂດຍ: ອະວິໄຊ ເຄນາພູມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ