ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ເປີດກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ II ສະໄໝທີ VI
ເວລາອອກຂ່າວ: 2025-04-28 15:11:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3725 | ຄວາມນິຍົມ:



ກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ II ສະໄໝທີ VI ປະຈໍາໄຕມາດ I ປີ 2025 ຂອງໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ຈັດຂຶ້ນໃນວັນທີ 24 ເມສາ 2025 ນີ້. ໂດຍການເປັນປະທານ ຂອງສະຫາຍ ພັນເອກ ສຳລີ ຈັນທະວົງ ເລຂາຄະນະພັກ, ຫົວໜ້າການເມືອງໂຮງຮຽນ, ມີສະຫາຍ ພົນຈັດຕະວະ ວົງມະນີຈັນ ສາມາວົງ ຮອງເລຂາຄະນະພັກ, ຫົວໜ້າການທະຫານໂຮງຮຽນ ພ້ອມຄະນະ. ສະຫາຍ ພັນເອກ ບຸນມີ ໄຕໄຊຍະວົງ ຄະນະປະຈຳພັກ ຮອງຫົວໜ້າການເມືອງໂຮງຮຽນ ໄດ້ສະຫຼຸບຕີລາຄາຄືນໂດຍສັງລວມໝາກຜົນແຫ່ງການນຳພາ ຂອງຄະນະປະຈຳພັກ - ຄະນະພັກໂຮງຮຽນ ປະຈໍາໄຕມາດ I ປີ 2025 ໄດ້ຍົກໃຫ້ເຫັນສະພາບທີ່ສົ່ງກະທົບຕໍ່ການຈັດຕັ້ງປະຕິບັດ ແລະ ການນຳພາປັບປຸງກໍ່ສ້າງກົມກອງ ແຕ່ຍ້ອນພາຍໃຕ້ການນຳພາຂອງຄະນະພັກກະຊວງປ້ອງກັນປະເທດ ກໍ່ຄືການຊີ້ນຳ - ນຳພາ ຂອງຄະນະປະຈໍາພັກ, ຄະນະບໍລິຫານງານພັກໂຮງຮຽນ ຈິ່ງເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ເປັນຮູບປະທຳຕົວຈິງ ແລະ ມີຜົນສຳເລັດໃນຫຼານດ້ານ ໂດຍປີ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກຂັ້ນເທິງວາງອອກ, ໃນນີ້ ໄດ້ຫັນລົງກໍ່ສ້າງຮາກຖານກົມກອງ ແລະ ບ້ານປະຊາຊົນ, ບົນພື້ນຖານປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງ, ຈັດຕັ້ງລະບອບປະຈຳການ 3 ຂັ້ນຢ່າງເຂັ້ມງວດເຊິ່ງເຮັດໃຫ້ສະພາບໃນຂອບເຂດຮັບຜິດຊອບມີຄວາມສະຫງົບປອດໄພ 100% ພ້ອມນີ້ໄດ້ຖືວຽກງານສຶກສາອົບຮົມ-ການເມືອງແນວຄິດເປັນສໍາຄັນສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານຂອງກົມກອງ ຕິດພັນກັບການສ້າງຂະບວນການຕ່າງໆຢ່າງມີບັນຍາກາດຟົດຟື້ນ ແລະ ເອົາໃຈໃສ່ປັບປຸງລະບຽບແບບແຜນຕາມຂໍ້ກຳນົດ 7 ລະບອບ 18 ວຽກຂອງກອງທັບ ກໍຄືຂອງໂຮງຮຽນວາງອອກ ແລະ ປະຕິບັດໂຄງການຫຼັກສູດການຮຽນ-ການສອນ, ອົບຮົມ-ຫັດແອບ ຖືກຕ້ອງ ທັນຕາມກຳນົດເວລາ ແລະ ວຽກງານປີ່ນອອ້ມອື່ນຂອງກົມກອງກໍ່ມີຜົນສຳເລັດເປັນຢ່າງສູງ. ກອງປະຊຸມໄດ້ພ້ອມກັນປະກອບຄຳເຫັນຢ່າງມີເນື້ອໃນເລິກເຊິ່ງເພື່ອໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ສະຫາຍ ພັນເອກ ສຳລີ ຈັນທະວົງ ໄດ້ຮຽກຮ້ອງໃຫ້ຄະນະພັກໂຮງຮຽນ ເອົາໃຈໃສ່ ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ, ສະມາຊິກພັກ, ນັກຮົບ ເຊື່ອມຊືມ ກຳແໜ້ນແນວທາງຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງທັບ, ໜ້າທີ່ການເມືອງຂອງກົມກອງໃຫ້ເລິກເຊິ່ງເຮັດເປັນປົກະຕິ ແລະ ຕໍ່ເນື່ອງ, ເຊີດຊູບົດບາດການນຳພາຂອງພັກ, ຍົກສູງຄວາມເປັນແບບຢ່າງນຳໜ້າຂອງພະນັກງານ-ສະມາຊິກພັກໃນທຸກຂະບວນການ, ເປັນເຈົ້າການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ, ຍົກສູງສະຕິກຽມພ້ອມສູ້ຮົບ ຈັດຕັ້ງກຳລັງເຄື່ອນໄຫວ, ກຳແໜ້ນສະພາບການໃຫ້ຖືກຕ້ອງ ຊັດເຈນ ທັນເວລາ, ເອົາໃຈໃສ່ຊີ້ນຳ-ນຳພາ ຈັດຕັ້ງປະຕິບັດຂໍ້ກໍານົດກົດລະບຽບຂອງກອງທັບ, ກົດໝາຍຂອງລັດໃຫ້ເຂັ້ມງວດ, ມີແບບແຜນວິທີເຮັດວຽກທີ່ຖືກຕ້ອງ, ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ສືບຕໍ່ນຳເອົາມະຕິກອງປະຊຸມລົງເຜີຍແຜຢູ່ບັນດາກົມກອງ ພ້ອມກັນ ນຳເອົາແຜນການໃນຕໍ່ໜ້າໄປຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳຕົວຈິງ. ໂດຍ: ຄຳແປງ ຟອງສາຍໄໝ, ພາບ: ນາງ ແກ້ວໃຈ ຂາວວໍລະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ