ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ກົມຜະລິດກະສິກໍາ ປະກາດການແຕ່ງຕັ້ງຂັ້ນພະແນກການ
ເວລາອອກຂ່າວ: 2025-04-29 09:44:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1708 | ຄວາມນິຍົມ:



ວັນທີ 28 ເມສາ 2025 ນີ້, ກົມຜະລິດກະສິກໍາ ກົມໃຫຍ່ພະລາທິການກອງທັບ ໄດ້ປະກາດການແຕ່ງຕັ້ງຂັ້ນພະແນກການ, ໂດຍການເປັນທານ ຂອງສະຫາຍ ພົນຈັດຕະວາ ພິມພາ ດວງຈັນດີ ຫົວໜ້າກົມຜະລິດກະສິກໍາ ກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ກົມ, ກອງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ສະຫາຍ ພັນເອກ ບຸນນໍາ ບຸນນະດີ ຮອງຫົວໜ້າກົມຜະລິດກະສິກໍາ ກົມໃຫຍ່ພະລາທິການກອງທັບໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ, ອີງຕາມ ກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມ ທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາ ໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ອີງຕາມ ການສະເໜີ ຂອງກົມໃຫຍ່ພະລາທິການກອງທັບ, ອີງຕາມ ການຄົ້ນຄວ້າ ແລະ ນໍາສະເໜີ ຂອງກົມພະນັກງານ. ກົມໃຫຍ່ການເມືອງກອງທັບ ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ຫົງຄໍາ ພິມມະສອນ ເປັນຫົວໜ້າພະແນກສັດຕະວະແພດ ແລະ ຄົ້ນຄວ້າວິໄຈ ແລະ ສະຫາຍ ພັນໂທ ພູວຽງ ພົນມະນີ ເປັນຫົວໜ້າພະແນກລ້ຽງສັດ ກົມຜະລິດກະສິກໍາ ກົມໃຫຍ່ພະລາທິການກອງທັບ. ໂດຍ: ຄໍາປະສົງ ລາດຊະວົງ ພາບດຍ: ວິຊາການກົມກອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ